ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ຕ້ອງຫາ ໃນການໂຈມຕີ ທີ່ນະຄອນ ປາຣີ ຖືກຕັດສິນວ່າຜິດ ໃນການພະຍາຍາມ ຄາດຕະກຳ ໃນແບລຈ້ຽມ

ທະນາຍຄວາມຂອງພວກຜູ້ຖືກກ່າວຫາ ທ່ານ ສເວັນ ແມຣີ (Sven Mary), ຂວາ, ເຂົ້າຮ່ວມໃນການດຳເນີນຄະດີ ຂອງທ້າວ ຊາລາ ອັບແດລສລາມ ແລະ ທ້າວ ໂຊຟຽນ ຢູ່ທີ່ຜະສາດ ຕຸລາການ ຂອງບຣັສເຊິລສ໌ ໃນນະຄອນຫຼວງ ບຣັສເຊິລສ໌ ຂອງແບລຈ້ຽມ, ວັນທີ 23 ເມສາ 2018.

ສານຂອງແບລຈ້ຽມແຫ່ງນຶ່ງ ໄດ້ພິຈາລະນາພົບເຫັນ ວ່າ ຊາຍສອງຄົນ ມີຄວາມຜິດ
ຖານພະຍາຍາມກໍ່ການຮ້າຍ ດ້ວຍການຄາດຕະກຳ ຕຳຫຼວດຄົນນຶ່ງ ທີ່ເຊື່ອມໂຍງກັບ
ການຍິ່ງຕໍ່ສູ້ ຢູ່ໃນນະຄອນຫຼວງ ບຣັສໂຊລສ໌ ເມື່ອເດືອນມີນາ ປີ 2016.

ຊາຍທັງສອງ ຄື ທ້າວ ຊາລາ ອັບແດລສລາມ ແລະ ທ້າວ ໂຊຟຽນ ອາຢາຣີ ບໍ່ໄດ້ຢູ່ໃນ
ສານ ໃນວັນຈັນມື້ນີ້ ເພື່ອຮັບຟັງຄຳຕັດສິນດັ່ງກ່າວ.

ທ້າວ ອັບແດລສລາມ ໄດ້ຖືກຕັດສິນລົງໂທດ ຈຳຄຸກ 20 ປີ ໃນຂໍ້ຫາ ພະຍາຍາມຄາດ
ຕະກຳ.

ທ້າວ ອັບແດລສລາມ ກຳລັງຢູ່ໃນຄຸກຂອງຝຣັ່ງ ລໍຖ້າການດຳເນີນຄະດີ ສຳລັບບົດບາດ
ຂອງຜູ້ກ່ຽວ ໃນການໂຈມຕີທີ່ເຊື່ອມໂຍງກັບກຸ່ມຫົວຮຸນແຮງລັດອິສລາມ ຕໍ່ນະຄອນຫຼວງ
ປາຣີ ເມື່ອເດືອນພະຈິກ ປີ 2015.

ບັນດາໄອຍະການ ກ່າວວ່າ ຜູ້ກ່ຽວເປັນຜູ້ລອດຊີວິດພຽງຄົນດຽວ ຂອງໜ່ວຍສະຫລະຊີບ
ຂອງກຸ່ມລັດອິສລາມ ຫຼື IS.

Belgium Attack Verdict
please wait

No media source currently available

0:00 0:00:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG