ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ໃນການໂຈມຕີ ນະຄອນປາຣີ ຖືກສົ່ງຈາກແບລຢ້ຽມ ໄປຝຣັ່ງ


ພາບບັນທຶກສະແດງໃຫ້ເຫັນພວກເຈົ້າໜ໊າທີ່ຕຳຫລວດ ຢືນຍາມ ຮັກສາຄູ້ມ Molenbeek ໃນນະຄອນ Brussels ປະເທດ Belgium.
ພາບບັນທຶກສະແດງໃຫ້ເຫັນພວກເຈົ້າໜ໊າທີ່ຕຳຫລວດ ຢືນຍາມ ຮັກສາຄູ້ມ Molenbeek ໃນນະຄອນ Brussels ປະເທດ Belgium.

ບັນດາ​ໄອ​ຍະ​ການ Belgium ກ່່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ມອບ​ໂຕ​ຜູ້​ຕ້ອງສົງ​ໄສ​ກໍ່​ການ​ຮ້າ​ຍ ທ້າວ Salah Abdeslam ໃຫ້​ແກ່​ຝຣັ່ງ​ແລ້ວ ຜູ້​ທີ່​ຖື​ກ່າວ​ຫາ​ວ່າ ​ເປັນ​ໂຕ​ການສຳຄັນ​ໃນ ການໂຈມ​ຕີ​ນະຄອນຫຼວງ Paris ເມື່ອ​ວັນ​ທີ 13 ​ເດືອນ​ພະຈິກ ປີ​ກາຍ​ນີ້ ຊຶ່ງເຮັດ​ໃຫ້ 130 ຄົນ​ເສຍ​ຊີວິດ.

ຫ້ອງການໄອ​ຍະ​ການ​ລັດຖະບານ​ກາງ Belgium ກ່າວ​ຢູ່​ໃນຖະ​ແຫລ​ງການ​ໃນ​ວັນ​ພຸດ ​ມື້​ນີ້ວ່າ ທ້າວ Abdeslam ​ໄດ້ຖືກ​ມອບ​ໃຫ້ເຈົ້າ​ໜ້າ​ທີ່​ຝຣັ່ງ​ໃນ​ຕອນ​ເຊົ້າ​ມື້​ນີ້ ​ຕາມ​ໝາຍ​ຈັບ ​ຂອງ​ຢູ​ໂຣບ ທີ່​ອອກໃນ​ວັນ​ທີ 19 ມີນາ​.

​ໃນ​ວັນ​ພະ​ຫັດ​ແລ້ວ​ນີ້ ບັນດາ​ເຈົ້າ​ໜ້າທີ່ Belgium ​ໄດ້​ກ່າວ​ຫາ​ທ້າວ Abde-slam ​ໃນ​ ການພະຍາຍາມ​ຂ້າ​ຄົນ ທີ່​ພົວພັນ​ກັບ​ການຍິງ​ກັນ ​ຢູ່​ໃນເຂດເມືອງ Forest ກຳ​ແພງ​ນະ ຄອນ Brussels ເມື່ອ​ເດືອນ​ແລ້ວ​ນີ້. ຕຳຫລວດ​ໄດ້ສືບ ສວນ​ພວມ​ສືບ​ສວນເບິ່ງ​ເຮືອນ​ຫລັງ​ນຶ່ງ​ທີ່​ໃຊ້​ເປັນ​ບ່ອນ​ຫລົບ​ລີ້ຂອງພວກ​ຫົວ​ຮຸນແຮງ ​ເວລາມີການ​ຍິງ​ກັນ​ເກີ​ດຂຶ້ນ. ຕຳຫລວດ​ສີ່​ຄົນ​ໄດ້​ຮັບ​ບາດ​ເຈັບ​ແລະ​ຜູ້​ຕ້ອງ ສົງ​ໄສ​ທີ່​ເປັນ​ຊາວ Algeria ​ໄດ້​ຖືກຂ້າ​ຕາຍ. ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ໄດ້​ພົບ​ເຫັນ​ລາຍ​ມື​ຂອງ​ທ້າວ Abdeslam ຢູ່​ບ່ອນ​ເກີດ​ເຫດ ​ແລະ​ລາວ​ໄດ້​ຖືກ​ຈັບ​ສາມ​ມື້​ຕໍ່​ມາ.

ຕຳ​ຫລວດ Belgium ຍັງ​ໄດ້​ສອບ​ຖາມ​ລາວ​ກ່ຽວ​ກັບການ​ອາດມີ​ສ່ວນ​ພົວພັນ​ກັບ​ບັນດາ​ ຜູ້​ວາງ​ລ​ະ​ເບີດ​ສະລະ​ຊີບ ຜູ້​ທີ່​ໄດ້​ໂຈມ​ຕີ​ສະໜາມ​ບິນ​ນະ​ຄອນ Brussels ​ແລະ​ສະຖານີ ລົດ​ໄຟ​ໃຕ້​ດິນ ເ​ມື່ອ​ວັນ​ທີ 22 ​ເດືອນ​ມີນາ​ທີ່​ຜ່ານ​ມາທີ່​ເຮັດ​ໃຫ້ 32 ຄົນ​ເສຍ​ຊີວິດ.

ທ້າວ Abdeslam ​ໄດ້ກ່າວ​ຕໍ່​ບັນດາ​ຜູ້​ສືບ​ສວນ​ວ່າ ລາວເປັນ​ຜູ້ຈັດ​ແຈງການໃຫ້ຄວາມ ຊ່ວຍຕ່າງໆ​ໃນ​ການ​ໂຈມ​ຕີ​ນະຄອນ Paris ​ແລະ​ໄດ້​ວາງ​ແຜນ​ທີ່​ຈະລະ​ເບີດ​ຕົນ​ເອງຢູ່ ​ສະໜາມ​ກິລາ​ ຢູ່ໃນ​ນະຄອນຫຼວງ ເມື່ອ​ວັນ​ທີ 13 ​ເດືອນ​ພະຈິກ ​ແຕ່​ໄດ້​ປ່ຽນ​ໃຈ​ໃນ​ນາທີ ສຸດ​ທ້າຍ.

​ໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ເພີ້​ມ​ເຕີມ​ໃດໆ ທະນາຍຄວາມຂອງທ້າວ Abdeslam ​ໄດ້​ ຢືນຢັນ​ວ່າ ລູກ​ຄວາມ​ຂອງ​ລາວ​ໄດ້​ຮັບ​ສາລະພາບ​ວ່າ ຜູ້ກ່ຽວ​ໄດ້​ຢູ່ທີ່​ນະຄອນຫຼວງ Paris ​ໃນ​ລະຫວ່າງທີ່​ມີ​ການ​ໂຈມ​ຕີ.

Paris Attack
please wait
Embed

No media source currently available

0:00 0:00:57 0:00

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG