ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄດ້ມີການດຳເນີນຄະດີ ຄັ້ງທຳອິດ ຕໍ່ຜູ້ຕ້ອງສົງໄສ ໃນການໂຈມຕີ ທີ່ປາຣີ ເມື່ອເດືອນພະຈິກ ປີ 2015


Brussels Terror Trial
please wait
Embed

No media source currently available

0:00 0:01:44 0:00

ການດຳເນີນຄະດີຄັ້ງທຳອິດ ຕໍ່ຜູ້ຕ້ອງສົງໄສໂຈມຕີນະຄອນຫຼວງ ປາຣີ ທີ່ມີຊີວິດລອດ
ມາໄດ້ ທ້າວ Salah Abdeslamໄດ້ໄຂຂຶ້ນໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ
ແບລຈຽມ ໃນວັນຈັນມື້ນີ້ ທ່າມກາງການຮັກສາຄວາມປອດໄພຢ່າງເຂັ້ມງວດ ແລະ
ຫ້ອງສານເຕັມໄປດ້ວຍຜູ້ຄົນ.

ທ້າວ Abdeslam ອາຍຸ 28 ປີ ມີໜວດຍາວ, ໄດ້ປາກົດຕົວດ້ວຍເສື້ອກັນໜາວສີຂາວ
ແລະ ບໍ່ໄດ້ລ່າມໂສ້ ຖືກຫຸ້ມລ້ອມ ໂດຍເຈົ້າໜ້າທີ່ຮັກສາຄວາມປອດໄພ ໃສ່ໝວກຄຸມ
ໜ້າ ແຕ່ງຕົວສີດຳທັງໝົດ, ອີງຕາມລາຍງານຂອງບັນດານັກຂ່າວ ທີ່ມີໜ້າຢູ່ໃນຫ້ອງ
ສານ. ລາວໄດ້ປະຕິເສດ ທີ່ຈະລຸກຂຶ້ນເມື່ອຜູ້ພິພາກສາໄດ້ຂໍໃຫ້ລາວເຮັດ, ຫຼື ໃຫ້ລາວ
ລາຍງານຕົນເອງ. ຜູ້ຖືກກ່າວຫາຮ່ວມ, ຊາວຕູນີເຊຍ ທ້າວ Sofien Ayari ອາຍຸ 24
ປີ ກໍໄດ້ມີໜ້າຢູ່ສານເຊັ່ນກັນ.

ພວກຝຸງຄົນທີ່ໄວ້ທຸກ ແລະ ບັນດານັກຂ່າວ ເຕົ້າໂຮມກັນ ຢູ່ດ້ານໜ້າ ຂອງຫໍສະແດງຄອນເສີດ Bataclan.
ພວກຝຸງຄົນທີ່ໄວ້ທຸກ ແລະ ບັນດານັກຂ່າວ ເຕົ້າໂຮມກັນ ຢູ່ດ້ານໜ້າ ຂອງຫໍສະແດງຄອນເສີດ Bataclan.

ການດຳເນີນຄ້າດີ 4 ວັນ ຈະບໍ່ແກ້ໄຂບັນຫາໂດຍກົງ ສຳລັບການໂຈມຕີ ໃນເດືອນ
ພະຈິກປີ 2015, ທີ່ໄດ້ສັງຫານ 130 ຄົນ ໃນທົ່ວນະຄອນຫຼວງ ປາຣີ, ເຊິ່ງທ້າວ
Abdeslam ຖືກເຊື່ອວ່າ ເປັນຜູ້ເຂົ້າຮ່ວມຄົນດຽວທີ່ລອດຊີວິດມາໄດ້, ແຕ່ແທນທີ່
ລາວ ຈະຍິງປະທະກັນກັບຕຳຫຼວດໃນເດືອນມີນານັ້ນ ແມ່ນລາວໄດ້ຫຼົບໜີໄປ. ແຕ່
ລາວກໍຖືກເຝົ້າຕິດຕາມຢ່າງໃກ້ຊິດ, ດ້ວຍຄວາມຫວັງວ່າມັນອາດເປີດເຜີຍສັນຍານ
ທີ່ສັບສົນຂອງ ພັນທະມິດຕ່າງໆ ແລະ ເຫດການທັງຫຼາຍທີ່ເຊື່ອມ ໂຍງກັບການໂຈມຕີ
ນະຄອນຫຼວງ ປາຣີ ພ້ອມດ້ວຍການໂຈມຕີສະໜາມບິນ ແລະ ສະຖານີລົດໄຟໃຕ້ດິນ
ຂອງນະຄອນຫຼວງ ບຣັສໂຊລສ໌ ໃນເດືອນມີນາປີ 2016.

​ການດຳເນີນຄະດີຄັ້ງນີ້ ອາດເປີດທາງໃຫ້ວ່າ ທ້າວ Abdeslam ຜູ້ທີ່ຍັງຄົງມິດງຽບຢູ່
ເປັນເວລາຫຼາຍເດືອນ ພາຍໃຕ້ການເຝົ້າຍາມຕະຫຼອດ 24 ຊົ່ວໂມງນັ້ນ, ໃນທີ່ສຸດກໍ
ຈະເວົ້າ ຫຼື ແມ່ນກະທັ້ງປາກົດຕົວໃນຫ້ອງສານ.

ຜູ້ເຄາະຮ້າຍຄົນນຶ່ງ ກຳລັງໄດ້ຮັບການປະຖົມພະຍາບານ ໂດຍບັນດາພະນັກງານກູ້ໄພ, ເມື່ອວັນທີ 22 ມີນາ 2016 ຢູ່ໃກ້ກັບ ສະຖານີລົດໄຟໃຕ້ດິນ Maalbeek ຢູ່ໃນນະຄອນຫຼວງບຣັສເຊີລສ໌, ຫຼັງຈາກລະເບີດແຕກຂຶ້ນ ຢູ່ສະຖານີນີ້ ໃກ້ກັບ ສະຖາບັນ ອີຢູ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ..
ຜູ້ເຄາະຮ້າຍຄົນນຶ່ງ ກຳລັງໄດ້ຮັບການປະຖົມພະຍາບານ ໂດຍບັນດາພະນັກງານກູ້ໄພ, ເມື່ອວັນທີ 22 ມີນາ 2016 ຢູ່ໃກ້ກັບ ສະຖານີລົດໄຟໃຕ້ດິນ Maalbeek ຢູ່ໃນນະຄອນຫຼວງບຣັສເຊີລສ໌, ຫຼັງຈາກລະເບີດແຕກຂຶ້ນ ຢູ່ສະຖານີນີ້ ໃກ້ກັບ ສະຖາບັນ ອີຢູ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ໄດ້ຮັບບາດເຈັບ..

ທ່ານ Rik Coolsaet, ຜູ້ຊ່ຽວຊານອາວຸໂສດ້ານລັດທິກໍ່ການຮ້າຍ ແລະ ເຈົ້າໜ້າທີ່
ອາວຸໂສທີ່ສະຖາບັນ Egmont, ເຊິ່ງແມ່ນກຸ່ມຄົ້ນຄວ້າທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ
ບຣັສໂຊລສ໌ ໄດ້ຖາມວ່າ “ລາວຈະເວົ້າຫຍັງຫຼາຍກວ່າສິ່ງທີ່ລາວໄດ້ເວົ້ານັ້ນບໍ່? ຖ້າ
ລາວບໍ່ເວົ້າ, ຂ້າພະເຈົ້າຢ້ານວ່າ ການດຳເນີນຄະດີນີ້ ຈະບໍ່ເຮັດໃຫ້ມີຄວາມກະຈ່າງ
ແຈ້ງຫຍັງຂຶ້ນຕື່ມ ກ່ຽວກັບ ການມີສ່ວນຮ່ວມຂອງລາວ ບໍ່ວ່າຈະຢູ່ໃນນະຄອນຫຼວງ
ບຣັສໂຊລສ໌ ຫຼື ການໂຈມຕີນະຄອນຫຼວງ ປາຣີ ໃນເດືອນພະຈິກ.”

ທັງທ້າວ Abdeslam ແລະ ທ້າວ Ayari ໄດ້ຖືກຕັ້ງຂໍ້ຫາໃສ່ ວ່າພະຍາຍາມຄາດຕະກຳ
ໃນການເຊື່ອມໂຍງກັບການຍິງປະທະກັນໃນວັນທີ 16 ເດຶອນມີນາ ທີ່ໄດ້ເກີດຂຶ້ນບໍ່ເທົ່າ
ໃດວັນ ກ່ອນທີ່ທ້າວ Abdeslam ຈະຖືກຈັບໄດ້ ຫຼັງຈາກການຫຼົບໜີຫຼາຍເດືອນ ແລະ
ຫຼາຍວັນ ກ່ອນການໂຈມຕີກໍ່ການຮ້າຍ ໃນນະຄອນຫຼວງ ບຣັສໂຊລສ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG