ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ່​າວ​ຫຼ້າ​ສຸດ​ຈາກ​ຢູ​ເຄ​ຣນ: ພວກ​ນັກ​ໂທດ ທີ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ ມີ​ທ່າ​ທາງວ່າ ຈະ​ເຮັດ​ວຽກ​ກັບ​ກຸ່ມ​ແວັກ​ເນີຕ​ໍ່​ໄປ ອັງ​ກິດ​ກ່າວ


ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ພວມ​ເຮັດ​ວຽກ​ຢູ່​ທີ່​ຕຶກ​ອາ​ຄານ​ຖືກ​ທຳ​ລາຍ​ຫຼັງ​ນຶ່ງ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ເມືອງ​ໂອ​ເດ​ສ​ຊາ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2023.
ເຈົ້າ​ໜ້າ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນ ພວມ​ເຮັດ​ວຽກ​ຢູ່​ທີ່​ຕຶກ​ອາ​ຄານ​ຖືກ​ທຳ​ລາຍ​ຫຼັງ​ນຶ່ງ ຫຼັງ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ ທີ່​ເມືອງ​ໂອ​ເດ​ສ​ຊາ ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2023.

ພວກ​ນັກ​ໂທດ​ ທີ່​ເປັນ​ທະ​ຫານ​ຮັບ​ຈ້າງ ​ໃນ​ກຸ່ມ​ແວັກ​ເນີ ມີ​ກຳ​ນົດ​ທີ່​ຈະ​ຖືກປົດປ່ອຍ​ຈາກ​ສັນ​ຍາຮັບ​ໃຊ້​ “ໃນ​ສອງ​ສາມມື້​ຕໍ່​ໜ້ານີ້” ອີງ​ຕາມ​ຄຳ​ເວົ້າ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ​ໃນ​ວັນ​ສຸກມື້ນີ້.

ລາຍ​ງານ​ສືບ​ລັບປະ​ຈຳ​ວັນ ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ ກ່ຽວ​ກັບ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ກ່າວ​ວ່າ ພວກ​ນັກ​ໂທດ​ທີ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ “ໃນ​ຈຳ​ນວນ​ທີ່​ສຳ​ຄັນ” ​ຊຶ່ງ “ມີ​ທ່າ​ທາງວ່າ” ຈະ​ສືບ​ຕໍ່​ເຮັດ​ວຽກໃຫ້​ກັບ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ​ໃນ​ຖາ​ນະ​ພະ​ນັກ​ງານ​ສັນ​ຍາ​ຈ້າງ. ເວ​ລານີ້ ຣັດ​ເຊຍ​ເອງ​ເປັນ​ຜູ້​ຄວບ​ຄຸມ ​ການ​ເກັບ​ເກນ​ເອົາ​ພວກ​ນັກ​ໂທດ​ຂອງ​ກຸ່ມ​ແວັກ​ເນີ ອີງ​ຕາມ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ.

ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ​ໄດ້​ເຕີບ​ໂຕ​ກາຍ​ເປັນ​ອົງ​ການ​ຈັດ​ຕັ້ງ ທີ່​ໄດ້​ກໍ່​ກະ​ບົດ​ຕໍ່ເຈົ້າ​ໜ້າ​ທີ່ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໃນ​ເດືອນ​ແລ້ວ​. ການ ສິ້ນ​ສຸດ​ລົງ ໃນໂຄງ​ການ​ເກັບ​ເກນ​ເອົາ​ພວກ​ນັກ​ໂທດ ​ຂອງ​ກຸ່ມ​ແວັກ​ເນີ ແມ່ນ​ນຶ່ງ​ໃນຂີ​ດ​ໝາຍ​ ຂອງ​ການນອງ​ເລືອດ​ທີ່​ສຸດ ໃນ​ປະ​ຫວັດ​ສາດ​ຂອງ​ທະ​ຫານ​ຍຸກ​ໃໝ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ​ກ່າວ ໂດຍ​ມີ​ພວກ​ນັກ​ໂທດ​ທີ່​ຖືກ​ເກນ​ຫຼາຍ​ເຖິງ 20,000 ຄົນ ຖືກ​ຂ້າ​ຕາຍ​ໃນ​ໄລ​ຍະ​ພຽງ​ບໍ່​ເທົ່າ​ໃດ​ເດືອນ.

ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ວັນ​ວ່າ ຣັດ​ເຊຍ ​ໄດ້​ຍິງ​ລູກ​ສອນ​ໄຟ “ຊະ​ນິດ​ຕ່າງໆ” ເກືອບ 70 ລູກ ໂຈມ​ຕີ​ຢູ​ເຄ​ຣນນັບ​ແຕ່​ວັນ​ຈັນ​ເປັນ​ຕົ້ນ​ມາ “ແລະ​ໃນ​ຈຳ​ນວນ​ທີ່​ສຳ​ຄັນ ແມ່ນ​ແນ​ໃສ່​ເມືອງ​ໂອ​ເດ​ສ​ຊາ ຂົງ​ເຂດ​ໂອ​ເດ​ສ​ຊາ ແລະ​ເມືອງ​ມີ​ໂກ​ລາ​ອີບ ຊຶ່ງ​ເປັນ​ຫົວ​ເມືອງ​ ແລະ​ປະ​ຊາ​ຄົມ ໃນ​ເຂດ​ພາກ​ໃຕ້​ຂອງ​ພວກ​ເຮົາ.”

ແຕ່​ບໍ່​ເປັນ​ຈັ່ງ​ໂຊກ ທ່ານ​ກ່າວ​ວ່າ “ຜູ້​ປົກ​ປ້ອງ​ນ່ານ​ຟ້າ​ຂອງ​ພວກ​ເຮົາ” ບໍ່​ສາ​ມາດ “ໃຫ້​ການ​ຄຸ້ມ​ຄອງ​ນ່ານ​ຟ້າ​ຂອງ​ຢູ​ເຄ​ຣນ ​ໄດ້​ທັງ​ໝົດ” ແຕ່​ຢູ​ເຄ​ຣນ​ພວມ​ເຮັດ​ວຽກ​ເພື່ອ​ໃຫ້​ໄດ້​ຮັບ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດ​ຕື່ມ​ອີກ.

ຣັດ​ເຊຍ​ໄດ້​ທໍາ​ການ​ໂຈມ​ຕີ​ຫົວ​ເມືອງ​ໃນ​ພາກ​ໃຕ້​ຂອງ​ຢູ​ເຄ​ຣນ​ດ້ວຍ​ໂດ​ຣນ ແລະ​ລູກ​ສອນ​ໄຟເປັນ​ຄືນ​ທີ​ສາມ​ລຽນ​ຕິດໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ໄດ້​ແນ​ເປົ້າ​ໝາຍ​ເປັນ​ພິ​ເສດ​ໃສ່​ເມືອງ​ໂອ​ເດ​ສ​ຊາ ຊຶ່ງ​ເປັນ​ທ່າ​ກຳ​ປັ່ນ​ທີ່​ສຳ​ຄັນ​ໃນ​ທະ​ເລ​ດຳ.

ມີ 2 ຄົນ​ໄດ້​ເສຍ​ຊີ​ວິດ​ທີ່​ເມືອງ​ທ່າ​ໂອ​ເດ​ສ​ຊາ ແລະ​ບາດ​ເຈັບ​ຢ່າງ​ໜ້ອຍ 19 ຄົນ​ທີ່ເມືອງມີ​ໂກ​ລາ​ອິ​ບ ​ທີ່​ຕັ້ງ​ຢູ່​ໃກ້ໆ​ກັບ​ທະ​ເລ​ດຳ ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ກ່າວ.

ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້ ຣັດ​ເຊຍ​ໄດ້​ແນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ໃນ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ ຫຼັງ​ຈາກ​ມົ​ສ​ກູ​ໄດ້​ຢຸດ​ເຊົາ​ການ​ສະ​ໜັບ​ສະ​ໜຸນ ໃນ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຢ່າງ​ປອດ​ໄພ​ຂອງ​ຢູ​ເຄ​ຣນ ທີ່​ແລ່ນ​ຜ່ານ​ກຳ​ປັ່ນ​ລົບ​ຣັດ​ເຊຍ ໃນ​ທະ​ເລ​ດຳ.

ນອກນັ້ນ ມົ​ສ​ກູ​ຍັງ​ໄດ້​ປະ​ກາດ​ “ການ​ແກ້​ແຄ້ນ” ຕໍ່​ການ​ໂຈມ​ຕີໃນ​ອາ​ທິດນີ້​ຂອງ​ຢູ​ເຄ​ຣນ ​ໃສ່​ຂົວ​ສຳ​ຄັນ ທີ່​ເຊື່ອມ​ຕໍ່​ຣັດ​ເຊຍ ​ແລະ​ແຫຼມ​ໄຄ​ຣ​ເມຍ ​ຊຶ່ງ​ຣັດ​ເຊຍ​ປະ​ກາດຜະ​ນວກ​ເອົາ​ແບບ​ຜິດ​ກົດ​ໝາຍ​ໃນ​ປີ 2014.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ ທ່ານ​ແອນ​ໂຕ​ນິ​ໂອ ກູ​ເຕ​ເຣັ​ສ ໄດ້​ປະ​ນາມ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ​ເມື່ອ​ໄວໆ​ມານີ້.

“ການ​ໂຈມ​ຕີ​ເຫຼົ່າ​ນີ້​ແມ່ນ​ມີ​ຜົນ​ກະ​ທົບ​ໄກ​ອອກ​ໄປ​ກວ່າ​ຢູ​ເຄ​ຣນ. ພວກ​ເຮົາ​ໄດ້​ເຫັນ​ແລ້ວ​ຜົນ​ກະ​ທົບ​ໃນ​ທາງ​ລົບ ​ຕໍ່ລາ​ຄາເຂົ້າ​ເບ​ລ່ ​ແລະ ​ສາ​ລີ​ຂອງ​ໂລກ ທີ່​ໄດ້​ສ້າງ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ທຸກໆ​ຄົນ ແຕ່​ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ພວກ​ທີ່​ຢູ່​ໃນ​ຄວາມ​ຫຼໍ່​ແຫຼມ​ທີ່​ຕົກ​ທຸກ​ໄດ້​ຍາກ” ໂຄ​ສົກ​ຂອງ​ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

ກອງ​ທັບ​ຣັດ​ເຊຍ​ໄດ້​ກ່າວ​ເຖິງ​ການ​ໂຈມ​ຕີ​ເມືອງ​ໂອ​ເດ​ສ​ຊາ​ວ່າ ເປັນ​ “ການ​ຕອບ​ໂຕ້​ຄືນ.”

ຜູ້​ປົກຄອງ​ເຂດຂອງ​ຢູ​ເຄຣນ​ ທ່ານວີ​ຕາ​ລີ ກິມ ກ່າວ​ຜ່ານ ​ທາງເຕ​ເລ​ກຣາມ​ວ່າ ວ່າ ນຶ່ງ​ໃນການ​ໂຈມ​ຕີ​ທາງ​ອາກາດ​ໄດ້ຖືກໃຈກາງ​ເມືອງ​ມີ​ໂກ​ລາ​ອິບ ​ແລະ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ ຢູ່​ທີ່​ນັ້ນ ​ແມ່ນ​ຮວມ​ເດັກນ້ອຍ 5 ຄົນ. ທ່ານກິມ ກ່າວ​ຕື່ມ​ວ່າ ມີ​ສອງ​ຄົນ​ໄດ້​ຖືກ​ຊ່ວຍອອກ​ມາ ​ຈາກ​ຊາກ​ຫັກ​ພັງ.

ທ່ານໂອ​ເລັກ​ຊານ​ເດີ ເຊນ​ເກວິກ ເຈົ້າເມືອງ​ມີ​ໂກລາອິ​ບ ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ທຳລາຍຕຶກອາຄານສູງຢ່າງໜ້ອຍ 5 ຫຼັງ ພ້ອມກັບບ່ອນຈອດລົດຈຳນວນນຶ່ງ.

ໃນ​ອາ​ທິດນີ້ ຣັດ​ເຊຍ​ໄດ້​ແນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຕົນ​ໃສ່​ເມືອງ​ໂອ​ເດ​ສ​ຊາ​ແລະ​ເມືອງ​ມີ​ໂອ​ລາ​ອິບ ຫຼາຍໆ​ເທື່ອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG