ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແພດທີ່ຖືກເອີ້ນໄປປິ່ນປົວ ທ້າວ ຟລອຍດ໌ ໃຫ້ປາກຄຳວ່າ ເຂົາເຈົ້າຊອກຫາ ຊີບພະຈອນຂອງລາວບໍ່ເຫັນ


ຜູ້ປະທ້ວງຄົນນຶ່ງຖືກປ້າຍຢູ່ຕໍ່ໜ້າຮົ້ວ ແລະ ລົດຂອງກອງທະຫານຮັກສາດິນແດນທີ່ປ້ອງກັນສູນກາງລັດຖະບານຂອງເມືອງ ເຮັນເນພິນ ນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ, 1, 2021.
ຜູ້ປະທ້ວງຄົນນຶ່ງຖືກປ້າຍຢູ່ຕໍ່ໜ້າຮົ້ວ ແລະ ລົດຂອງກອງທະຫານຮັກສາດິນແດນທີ່ປ້ອງກັນສູນກາງລັດຖະບານຂອງເມືອງ ເຮັນເນພິນ ນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ, 1, 2021.

ແພດທີ່ຖືກເອີ້ນໃຫ້ໄປປິ່ນປົວທ້າວ ຈອຣ໌ຈ ຟລອຍດ໌ ຫຼັງຈາກຕຳຫຼວດຄົນນຶ່ງໄດ້ເຕັງຫົວເຂົ່າໃສ່ຄໍຂອງລາວດົນກວ່າ 8 ນາທີເມື່ອປີກາຍນີ້ໄດ້ໃຫ້ປາກຄຳໃນວັນພະຫັດວານນີ້ວ່າ ເຂົາເຈົ້າຄິດວ່າລາວໄດ້ເສຍຊີວິດເວລາທີ່ເຂົາເຈົ້າໄດ້ໄປຮອດ.

ທ່ານ ເດເຣັກ ສມິທ໌ (Derek Smith), ເຊິ່ງແມ່ນນຶ່ງໃນແພດສອງຄົນ ຜູ້ທີ່ໄດ້ໃຫ້ການໃນຫ້ອງສານຂອງນະຄອນ ນິນເນອາໂປລິສ ໃນວັນພະຫັດວານນີ້, ໄດ້ກ່າວວ່າເວລາທີ່ລາວໄດ້ໄປຮອດສະຖານ ທີ່ເກີດເຫດລາວບໍ່ສາມາດພົບເຫັນຊີບພະຈອນຂອງທ້າວ ຟລອຍດ໌ ແລ້ວ.

ທ່ານ ສມິທ໌ ໄດ້ກ່າວວ່າ “ໃນພາສາທົ່ວໄປ, ຂ້າພະເຈົ້າຄິດວ່າລາວໄດ້ຕາຍແລ້ວ.”

ທ່ານ ເຊັດທ໌ ບຣາວິນເດີ (Seth Bravinder), ແພດຄົນທີສອງໄດ້ກ່າວຕໍ່ຜູ້ພິ ພາກສາໃນວັນພະ ຫັດວານນີ້ວ່າ ເຈົ້າໜ້າທີ່ ເດເຣັກ ໂຊວິນ ຍັງເຕັງຫົວເຂົ່າໃສ່ ທ້າວ ຟລອຍດ໌ ຢູ່ເວລາທີ່ເຂົາເຈົ້າໄດ້ໄປຮອດ.

ທ່ານ ບຣາວິນເດີ ກ່າວວ່າ “ເຂົາເຈົ້າຍັງຢູ່ເທິງລາວຢູ່.”

ທ້າວ ໂຊວິນ ໄດ້ເຕັງຫົວເຂົ່າໃສ່ຄໍຂອງທ້າວ ຟລອຍດ໌ ເປັນເວລາ 9 ນາທີ ແລະ 29 ວິນາທີ ໃນຂະນະທີ່ທ້າວ ຟລອຍດ໌ ໄດ້ຮ້ອງຂໍຊໍ້າແລ້ວຊໍ້າອີກວ່າລາວຫາຍໃຈບໍ່ໄດ້, ຈົນກໍ່ໃຫ້ເກີດການປະ ທ້ວງທົ່ວປະເທດ ແລະ ທົ່ວໂລກໃນການສະໜັບສະໜູນຊີວິດຂອງຄົນຜິວດຳ ແລະ ຄັດຄ້ານລະບົບຂອງຕຳຫຼວດ.

ທ້າວ ໂຊວິນ, ຜູ້ທີ່ເປັນຄົນຜິວຂາວ, ໄດ້ຖືກໄລ່ອອກຈາກກົມຕຳຫຼວດຂອງເມືອງດັ່ງກ່າວນຶ່ງວັນຫຼັງ ຈາກທ້າວ ຟລອຍດ໌, ຄົນອາເມຣິກັນເຊື້ອສາຍອາຟຣິກາ, ໄດ້ເສຍຊີວິດໃນການຖືກຄວບຄຸມຕົວ.

ທ່ານ ເດວິດ ໂພລເກີ (David Ploeger), ສິບເອກຕຳຫຼວດນະຄອນ ມິນເນ ອາໂປລິສ ທີ່ຕອນນີ້ໄດ້ອອກບຳນານແລ້ວ ຜູ້ທີ່ໄດ້ປະຕິບັດໜ້າທີ່ໃນຄືນທີ່ທ້າວ ຟລອຍດ໌ ໄດ້ເສຍຊີວິດ, ໄດ້ກ່າວຕໍ່ບັນ ດາຜູ້ພິພາກສາ ໃນວັນພະຫັດວານນີ້ວ່າ ລາວເຊື່ອວ່າ ທ້າວ ໂຊວິນ ຄວນຈະຢຸດການຄວບຄຸມຕົວທ້າວ ຟລອຍດ໌ ໄວກວ່ານັ້ນ.

ທ່ານ ໂພລເກີ ໄດ້ກ່າວວ່າ “ເວລາທີ່ທ້າວຟລອຍດ໌ ບໍ່ໄດ້ທຳການຄັດຄ້ານໃດໆຕໍ່ພວກເຈົ້າໜ້າທີ່ນັ້ນ, ເຂົາເຈົ້າຄວນທີ່ຈະສິ້ນສຸດການຄວບຄຸມດັ່ງກ່າວ.”

ພ້ອມກັນນັ້ນ, ແຟນສາວຂອງທ້າວ ຟລອຍດ໌ ໄດ້ອະທິບາຍດ້ວຍການຮ້ອງໄຫ້ ກ່ຽວກັບ ວິທີທີ່ລາວໄດ້ພົບກັນບໍ່ເຖິງ 3 ປີ ກ່ອນລາວຖືກຈັບກຸມໃນນະຄອນ ມິນເນອາໂປລິສ ລັດ ມິນເນໂຊຕ້າ ທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງຂອງ ສະ ຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG