ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ ປາຣາກວາຍ ຟ້ອງຮ້ອງ ປົດປະທານາທິບໍດີ


ປະທານາທິບໍດີປາຣາກວາຍ ທ່ານ Fernando Lugo
ປະທານາທິບໍດີປາຣາກວາຍ ທ່ານ Fernando Lugo

ສະມາຊິກ​ລັດຖະສະພາ​ໃນປະ​ເທດປາຣາກວາ​ຍ​ໄດ້​ລົງ​ຄະ​ແນນສຽງໃນ​ການຟ້ອງ​ຮ້ອງ​ປົດ
ປະທາ​ນາ​ທິບໍດີ Fernando Lugo ຫຼັງຈາກ​ການ​ຂັບ​ໄລ່ພວກ​ຊາວນາ​ທີ່ບຸກລຸກທີ່​ດິ ຊຶ່ງ​
ໄດ້ດຳ​ເນີນ​ໄປ​ດ້ວຍ​ຄວາມ​ພິດ​ພາດ​ໃນ​ສັບປະດາ​ແລ້ວນີ້ ຍັງ​ຜົນ​ໃຫ້​ມີ​ຜູ້ເສຍ​ຊີວິດ​ຫຼາຍ​ຄົນ​
ນັ້ນ.

ທັນທີ​ຫຼັງ​ຈາກ​ໄດ້​ມີການຟ້ອງ​ຮ້ອງ​ເພື່ອປົດທ່ານ​ໃນ​ມື້ວັນ​ສຸກ​ວານ​ນີ້ປະທານາທິບໍດີີ Lugo
ກ່າວ​ວ່າ ທ່ານ​ຮັບ​ເອົາ​ການ​ຕັດສິນ​ໃຈ​ຂອງ​ລັດຖະສະພາແຕ່​ກໍ​ເວົ້າວ່າ ປະຊາທິປະ​ໄຕ​ຂອງ
​ປາຣາກວາ​ຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ຮ້າຍ​ແຮງ.

ສະພາ​ສູງ​ຂອງ​ປາຣາກວາ​ຍ​ໄດ້​ລົງ​ຄະ​ແນນ​ສຽງ​ໃນມື້ວານ​ນີ້​ເພື່ອ​ປົດ​ປະທານາທິບໍດີ​ Lugo
ອອກ​ຈາກ​ຕຳ​ແໜ່​ງ. ສ່ວນ​ສະພາ​ຕໍ່າ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ​ກ່ຽວ​ກັບ​ເລື່ອງ​ນີ້ ໃນ​ມື້
ວັນ​ພະຫັດຜ່ານ​ມາ. ພວກ​ທີ່​ເປັນ​ປໍ​ລະ​ປັກ​ທາງ​ດ້ານການ​ເມືອງ​ ກັບ​ທ່ານ Lugo ຄວບ​ຄຸມ
ທັງ​ສອງ​ສະພາ​ຂອງ​ປາຣາກວາ​ຍ.

ພວກ​ສະໜັບສະໜຸນ​ປະທານາທິບໍດີ Lugo ຫຼາຍພັນ​ຄົນ ​ໄດ້​ໄປ​ໂຮມ​ຊຸມນຸມ​ກັນຢູ່​ນອກ​
ຕຶກ​ສະພາ​ໃ​ນມື້ວານ​ນີ້​ແລະ​ພະຍາຍາມ​ບຸກຜ່ານ​ແຖວ​ຕຳຫຼວດຂະນະ​ທີ່​ມີການ​ອອກ​ຄຳ​ຕັດ
​ສິນ. ຕຳຫຼວດ​ໄດ້​ຍິງ​ລະ​ເບີດ​ນໍ້າ​ຕາ​ຂັບ​ໄລ່​ພວກ​ໂຮມ​ຊຸມນຸມ​.

​ເພື່ອ​ເປັນ​ການ​ສອດຄ່ອງ​ກັບ​ລັດຖະທຳ​ມະນູນ​ປາຣາກວາ​ຍຮອງ​ປະທານາທິບໍ Federico
Franco ທີ່​ຄັດຄ້ານ​ຢ່າງ​ແຂງ​ຂັນ​ ຕໍ່​ປະທາ​ນາ​ທິບໍດີ ​Lugo ນັ້ນ ໄດ້​ເຂົ້າຮັບ​ຕຳ​ແໜ່​ງ​ແທນ​
ທ່ານ.

​ໃນ​ສັບ​ດປະດາ​ແລ້ວ ທ່ານ Lugo ​ໄດ້​ສັ່ງ​ໃຫ້​ຂັບ​ໄລ່​ພວກ​ຊາວນາ​ກຸ່ມ​ນຶ່ງ​ທີ່​ບຸກລຸກເຂົ້າ​ໄປ
​ໃນທີ່​ດິນຂອງ​ເອກ​ກະ​ຊົນ. ພວກ​ຊາວ​ນາ​ ກ່າວ​ອ້າງ​ວ່າ ດິນຕອນນີ້ ​ໄດ້​ມາ​ແບບ​ຜິດ​ກົດ
ໝາຍ. ຄວາມ​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນ​ເຮັດ​ໃຫ້​ຊາວນາ 11 ຄົນ​ແລະ​ຕຳຫຼວດ 6 ຄົນ​ເສຍ​ຊີ
ວິດ.

ປະທານ​ໃນ​ການ​ຟ້ອງ​ຮ້ອງ​ປົດ​ປະທານາທິບໍດີ​ຄັ້ງນີ້​ ແມ່ນ​ອະດີດ​ພະ​ສັງຄະຣາດຂອງ​ສາ
ສະໜາ​ໂຣມັນ​ກາ​ໂທ​ລິກທີ່​ຖືກ​ເລື​ອກເຂົ້າ​ໄປ​ນັ່ງ​ໃນ​ສະພາ​ເມື່ອ​ປີ 2008 ທີ່​ໃຫ້​ຄຳ​ໝັ້ນສັນ
ຍາ​ວ່າ ຈະ​ຊ່ອຍ​ພວກ​ຄົນ​ທຸກ​ແລະ​ແຈກ​ຢາຍ​ດິນ​ແບບ​ຍຸຕິ​ທຳ.

XS
SM
MD
LG