ກຸ່ມການຄ້າໃນອາເມຣິກາໃຕ້ກຸ່ມນຶ່ງໄດ້ຫ້າມທ່ານ Federico Franco ປະທານາທິບໍດີໃໝ່ຂອງ Paraguay ບໍ່ໃຫ້ເຂົ້າຮ່ວມໃນກອງປະຊຸມສຸດຍອດຂອງຕົນ ທີ່ຈະມີຂຶ້ນໃນສັບປະດານີ້ ພາຍຫຼັງການປົດອະດີດ ປະທານາທິບໍດີ Fernando Lugo ອອກຈາກຕໍາແໜ່ງນັ້ນ.
ກຸ່ມ Mercosur ກ່າວວ່າ ປາຣາກວາຍ ຈະບໍ່ອະນຸຍາດໃຫ້ທ່ານ Franco ເຂົ້າຮ່ວມໃນກອງປະຊຸມຂອງຕົນໃນສັບປະດານີ້ທີ່ປະເທດ Argentina.
ຖະແຫຼງການຂອງກຸ່ມ Mercosur ທີ່ອອກໂດຍກະຊວງການຕ່າງປະເທດ Argentina ໄດ້ສະແດງການປະນາມຢ່າງແຂງຂັນທີ່ສຸດຂອງກຸ່ມດັ່ງກ່າວ ກ່ຽວກັບການທັບມ້າງລະບອບປະຊາທິປະໄຕໃນປາຣາກວາຍນັ້ນ.
ທາງຝ່າຍທ່ານ Lugo ນັ້ນ ກ່າວວ່າ ທ່ານຈະໄປຮ່ວມກອງປະຊຸມສຸດຍອດຂອງກຸ່ມ Mercosur. ແຕ່ວ່າ ໃນຂະນະດຽວກັນ ທ່ານ Jose Fernandez ທີ່ຫາກໍຖືນແຕ່ງຕັ້ງເປັນລັດຖະມົນຕີການຕ່າງປະເທດຂອງປາຣາກວາຍໃໝ່ໆກໍກ່າວວ່າ ທ່ານຈະເປັນຜູ້ຕາງໜ້າຂອງປາຣາກວາຍ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.
ສະພານິຕິບັນຍັດໃນປາຣາກວາຍ ໄດ້ລົງມະຕິໃນສັບປະດາຜ່ານມາ ທໍາການຟ້ອງຮ້ອງ ທ່ານ Lugo ແລະປົດທ່ານອອກຈາກຕໍາແໜ່ງ ລຸນຫລັງເຫດການຂັບໄລ່ພວກຊາວໄຮ່ຊາວນາທີ່ເຂົ້າໄປຄອບຄອງທີ່ດິນອອກຢ່າງບໍ່ສໍາເລັດຜົນໃນຕົ້ນເດືອນນີ້ ທີ່ໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດໄປ. ໃນການເຄື່ອນໄຫວຕາມກົດໝາຍລັດຖະທໍາມະນູນຂອງປາຣາກວາຍ ທ່ານ Lugo ໄດ້ຖືກສັບປ່ຽນໂດຍຮອງປະທານາທິບໍດີ Franco ຊຶ່ງໄດ້ເປັນຜູ້ຄັດຄ້ານທີ່ແຂງຂັນ ຕໍ່ອະດີດປະທານາທິບໍດີ Lugo ມາກ່ອນນັ້ນ.
ທ່ານ Lugo ໄດ້ປະນາມການປົດທ່ານອອກຈາກຕໍາແໜ່ງປະທານາເປັນການກໍ່ລັດຖະປະ
ຫານຂອງລັດຖະສະພາ.
ທ່ານ Lugo ກ່າວວ່າ ທ່ານຈະເປັນຜູ້ຕາງໜ້າປາຣາກວາຍເຊ່ນກັນ ໃນກອງປະຊຸມສຸດຍອດ
ປະຈໍາພາກພື້ນນຶ່ງອີກ ຄືກອງປະຊຸມ UNASUR ທີ່ປະເທດເປຣູໃນເດືອນໜ້າ. ປັດຈຸບັນນີ້
ປາຣາໄກວ ເປັນປະທານໝຸນວຽນຂອງກຸ່ມດັ່ງກ່າວ.