ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອະດີດຜູ້ນໍາປາຣາວາຍ ປະນາມ ການປົດທ່ານ ອອກຈາກຕໍາແໜ່ງ.


ອະດີດປະທານາທິບໍດີ Fernando Lugo ແຫ່ງປາຣາໄກວ.
ວັນທີ 24 ມິຖຸນາ 2012.
ອະດີດປະທານາທິບໍດີ Fernando Lugo ແຫ່ງປາຣາໄກວ. ວັນທີ 24 ມິຖຸນາ 2012.


















ທ່ານ Fernando Lugo ​ໄດ້​ປະນາມ​ພວກ​ທີ່ປົດ​ທ່ານ​ອອກ​ຈາກ​ຕໍາ​ແໜ່​ງປະທານາທິບໍດີ​ວ່າ
​ເປັນ​ການ​ກໍ່​ລັດຖະປະຫານ​ຂອງ​ລັດຖະສະພາ. ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ Lugo ໄດ້ຮຽກຮ້ອງ
ພວກ​ສະໜັບສະໜຸນ​ທ່ານໃນ​ວັນ​ອາທິດ​ມື້​ນີ້ ໃຫ້​ຢູ່​ໃນ​ຄວາມ​ສະຫງົບແລະ​ບໍ່​ໃຫ້​ປະກອບສ່ວນ​
ໃນ​ການ​ເດີນ​ຂະ​ບວນປະ​ທ້ວງ ທີ່​ຮຸນ​ແຮງ​ໃດໆ.

ທ່ານ Federico Franco ປະທານາທິບໍດີ​ໃໝ່​ຂອງ Paraguay ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ
ທ່ານ​ຕັ້ງ​ໃຈ​ທີ່​ຈະ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ອະດີດປະທານາທິບໍດີ​ທີ່​ຖືກ​ສະພາຟ້ອງ​ຮ້ອງແລະ
ປົດລົງ​ນັ້ນ ​ໃນ​ການ​ຢຸດ​ຕິການປະ​ທ້ວງ​ໃນ​ພາກ​ພື້ນ​ ກ່ຽວ​ກັບ​ການ​ປົດ​ທ່ານ Lugo ອອກ
​ຈາກ​ຕໍາ​ແໜ່​ງຢ່າງ​ໄວ​ນັ້ນ. Brazil ​ແລະ​ Argentina ​ໄດ້​ຖອນ​ພວກ​ນັກ​ການ​ທູດ​ຂັ້ນ​ສູງ​ສຸດ
​ຂອງຕົນ​ອອກ​ຈາກ Paraguay ​ໃນ​ຂະນະ​ດຽວ​ກັນ Venezuela, Bolivia, Ecuador ​
ແລະ Cuba ກ່າວ​ວ່າ ພວກ​ຕົນ​ຈະ​ບໍ່​ຮັບ​ຮູ້​ຄະນະລັດຖະບາ​ນ​ໃໝ່.

ສະພາ​ນິຕິບັນຍັດຂອງ Paraguyay ​ໄດ້​ລົງມະຕິ​ທໍາການ​ຟ້ອງ​ຮ້ອງ​ແລະປົດປະທານາທິບໍດີ
Lugo ຫຼັງຈາກ​ການ​ຂັບ​ໄລ່ພວກ​ຊາວ​ໄຮ່​ຊາວນາ​ທີ່​ເຂົ້າໄປຄອບ​ຄອງ​ທີ່ດິນ ອອກຢ່າງ​ບໍ່ສໍາ
ເລັດຜົນ​ໃນ​ຕົ້ນ​ເດືອນ​ນີ້​ ໄດ້ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີວິດ​ໄປ.

ພວກ​ທີ່​ຕໍາ​ໜິຕິຕຽນ​ການ​ຮ້ອງ​ຟ້ອງ​ຂອງສະພາ ພາກັນ​ຈົ່ມ​ວ່າ ພວກ​ທະນາຍຄວາມ​ຂອງ​
ທ່ານLugo ມີ​ເວລາ​ພຽງ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ​ເພື່ອ​ປ້ອງ​ກັນ​ທ່ານ Lugo ​ໃນ​ສະພາ​ສູງ ຊຶ່ງ​ໄດ້
​ລົງມະຕິ​ສະໜັບສະໜຸນ​ເຫັນ​ດີ​ໃຫ້ປົດ​ທ່ານ Lugo ອອກ​ຈາກ​ຕໍາ​ແໜ່​ງ 39 ສຽງເຫັນ​ດີ ຕໍ່
4 ສຽງ​ຄັດຄ້ານ​ນັ້ນ.

ໃນ​ທັນທີຫຼັງ​ຈາກ​ການ​ດໍາ​ເນີນ​ຄະດີ​ຟ້ອງ​ຮ້ອງ​ທ່ານ​ໃນ​ວັນ​ສຸກ​ນັ້ນ ທ່ານ Lugo ກ່າວ​ວ່າ
ທ່ານຍອມ​ຮັບ​ເອົາ​ການ​ຕັດສິນ​ໃຈ​ຂອງ​ລັດຖະສະພາ ​ແຕ່​ທ່ານ​ກ່າວ​ວ່າ ລະບອບ​ປະຊາທິປະ
​ໄຕຂອງ Paraguay ​ໄດ້​ຮັບ​ຄວາມເສຍຫາຍຢ່າງເລິກເຊິ່ງ.

XS
SM
MD
LG