ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໄຟ​ປ່າ​ເຜົາຜານ ເມືອງ​ພາ​ຣາ​ດາຍສ໌ ໃນ​ລັດ​​ຄາ​ລີ​ຟໍ​ເນຍ ເກືອບໝົດ


 ໄຟ​ໄໝ້​ປ່າ ກຳ​ລັງ​ໄໝ້​ໄປ​ທົ່ວ​ເມືອງ​ພາ​ຣາ​ດາຍ ໃນ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ພະ​ຫັດ ວັນທີ 8 2018.
ໄຟ​ໄໝ້​ປ່າ ກຳ​ລັງ​ໄໝ້​ໄປ​ທົ່ວ​ເມືອງ​ພາ​ຣາ​ດາຍ ໃນ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ພະ​ຫັດ ວັນທີ 8 2018.

ລັດ​ຄາ​ລິ​ຟໍ​ເນຍ​ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນຢູ່​ທາງ​ພາກ​ເໜືອ​ຂອງ​ລັດ ໃນ​ຂະ​ນະ​ທີ່​ໄຟ​
ປ່າ ​ໄດ້​ປະ​ປ່ອຍ​ຄວາມ​ເສຍ​ຫາຍໄວ້ເປັນແຖວໆ​ທີ່​ມັນ​ໄໝ້ລາມ​ໄປ​ເຖິງ.

ເຈົ້າ​ໜ້າ​ທີ່​ດັບ​ເພີງ​ຄົນ​ນຶ່ງ​ກ່າວ​ວ່າ​ໄຟ​ໄດ້​ໄໝ້ ທຳ​ລາຍ​ເມືອ​ງພາ​ຣາ​ດາຍ ທັງ​ໝົດ.

ມີ​ລາຍ​ງານ​ວ່າ​ມີຜູ້​ໄດ້​ຮັບ​ບາດ​ເຈັ​ບ ແລະຍັງ​ບໍ່​ເປັນ​ທີ່​ຈະແຈ້ງ​ເທື່ອ​ວ່າ​ໄດ້ມີ​ການເສຍ
ຊີ​ວິດ ຫລືບໍ່.

ພວກ​ເຈົ້າ​ໜ້າ​ທີ່ ແລະ​ສື່​ມວນ​ຊົນກ່າວ​ວ່າ​ ເມືອງ​ໄດ້​ຖືກ​ໄຟ​ເຜົາ​ຜານ ແລະເຮືອນ​ຊານ
​ບ້ານ​ສ່​ອງ​ໄດ້​ຖືກ​ໄຟ​ໄໝ້​ຈົນ​ກ້ຽງ​ພຽງ​ໜ້າ​ດິນ​.

ໄຟ​ໄດ້​ໄໝ້​ໃນ​ເນື້ອ​ທີ່ຫຼາຍກ​ວ່າ 69 ຕາ​ຕະ​ລາງ​ກະ​ໂລ​ແມັດ ແລະ​ໄດ້​ບັງ​ຄັບ​ໃຫ້​ພວກ​
ຊາວ​ບ້ານ​ພາ​ກັນ​ຍົກ​ຍ້າຍໜີ.

ໄຟ​ໄໝ້​ປ່າ ທີ​ເມືອງ​ພາ​ຣາ​ດາຍ ໃນ​ລັດ​ຄາ​ລີ​ຟໍ​ເນຍ ໃນ​ທີ 8, 2018.
ໄຟ​ໄໝ້​ປ່າ ທີ​ເມືອງ​ພາ​ຣາ​ດາຍ ໃນ​ລັດ​ຄາ​ລີ​ຟໍ​ເນຍ ໃນ​ທີ 8, 2018.

ພວກ​ເຈົ້າ​ໜ້າ​ທີີ່​ກ່າວ​ວ່າ ໄຟ​ຄາດ​ວ່າ ​ຈະ​ສືບ​ຕໍ່ໄໝ້ໂດຍ​ຂະ​ຫຍາຍ​ໄປ​ສູ່​ເມືອງທີ່​ຢູ່​
ໃກ້​ຄຽງ.

ໂຄ​ສົກ​ໜ່ວຍ​ດັບ​ເພີງ​ລັດ​ຄາ​ລີ​ຟໍ​ເນຍ ທ່ານບ​ຣາຍ​ສ໌ ເບັນ​ແນັດ ກ່າວ​ຕໍ່​ໜັງ​ສື​ພິມ ຊາ
ກ​ຣາ​ເມັນ​ໂຕ ບີ ວ່າ “ປັດ​ຈຸ​ບັນ​ນີ້ ເຈົ້າ​ແມ່ທຳ​ມະ​ຊາດ​ເປັນ​ຜູ້​ຄວບ​ຄຸມ.”

​ໂດຍ​ມີ​ທີ່ຕັ້ງ​ຢູ່ 12 ໄມ​ລຫ່າງຈາກ​ເມືອງ​ຊິ​ໂກໄປທາງ​ພາກ​ຕາ​ເວັນ​ອອກ ແລະ 90 ໄມ​ລ
ຫ່າງຈາກພາກ​ເໜືອ​ຂອງ​ເມືອງຊາກ​ຣາ​ເມັນ​ໂຕ, ເມືອງ​ພາ​ຣາ​ດາຍ ເປັນ​ບ່ອນ​ຢູ່​ອາ​ໄສ
​ຂອງ​ຊ​າວ​ບ້ານ 26,000 ຄົນ ອີງ​ຕາມ​ຂໍ້​ຄວາມ ທີ່​ຂຽນ​ຢູ່​ໃນ​ໜ້າ​ເວັບ​ໄຊ ຂອງ​ເມືອງນັ້​ນ.

ບັນ​ດາ​ລົດ​ທີ່​ເຫັນ​ແລນ​ຈາກ​ເມືອງ​ພາ​ຣາ​ດາຍ ໄປ​ຫາ​ເມືອງ​ຊິ​ໂກ ໃນ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 8, 2018.
ບັນ​ດາ​ລົດ​ທີ່​ເຫັນ​ແລນ​ຈາກ​ເມືອງ​ພາ​ຣາ​ດາຍ ໄປ​ຫາ​ເມືອງ​ຊິ​ໂກ ໃນ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 8, 2018.

ເວັບ​ໄຊນັ້ນກ່າວ​ວ່າ ເມືອງ​ດັ່ງ​ກ່າວ “ອຸ​ດົມ​ຮັ່ງ​ມີໄປ​ດ້ວຍ​ປະ​ຫວັດ​ສາດ, ມີ​ຄວາມງາມທີ່
​ເປັນ​ມົນ​ຂັງ ແລະ​ມີ​ຄົນ​ທີ່​ມີ​ຈິດ​ໃຈເອື້ອ​ເຟື້ອ​ເພື່ອແຜ່. ເມືອງພາ​ຣາ​ດາຍ​ເປັນ​ບ່ອນເໝາະ
​ສົມ​ຫລາຍ​ທີ່​ສຸດ ໃນ​ການ​ສ້າງ​ຄອບ​ຄົວ, ເຮັດທຸ​ລະ​ກິດ ຫຼື​ພັກ​ຜ່ອນ​ໃນ​ວັນ​ທ້າຍ​ອາ​ທິດ
​ຢູ່​ໃນ​ປ່າ​ຕົ້ນແປກ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG