ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

4 ຄົນລອດຊີວິດມາໄດ້ ຈາກອຸບັດຕິເຫດເຮືອບິນຕົກ ຢູ່ປາປົວນິວກີເນຍ


4 ຄົນລອດຊີວິດມາໄດ້ ຈາກອຸບັດຕິເຫດເຮືອບິນຕົກ ຢູ່ປາປົວນິວກີເນຍ
4 ຄົນລອດຊີວິດມາໄດ້ ຈາກອຸບັດຕິເຫດເຮືອບິນຕົກ ຢູ່ປາປົວນິວກີເນຍ

ແຜນທີ່ປາປົວນິວກີເນຍ
ແຜນທີ່ປາປົວນິວກີເນຍ

ມີບໍ່ຕໍ່າກວ່າ 28 ຄົນໄດ້ເສຍຊີວິດ ເວລາເຮືອບິນໂດຍສານນ້ອຍລຳນຶ່ງໄດ້ປະສົບອຸບັດຕິເຫດ
ຕົກຍ້ອນສະພາບດິນຟ້າອາກາດປັ່ນປ່ວນ ໃນເຂດປ່າຕຶບດົງໜາ ທາງພາກເໜືອຂອງປາປົວ
ນິວກີເນຍ.

ນັກບິນສອງຄົນ ຊຶ່ງຄົນນຶ່ງເປັນຊາວອອສເຕຣເລຍ ແລະອີກຄົນນຶ່ງເປັນຊາວນິວຊີແລນນັ້ນ
ໄດ້ລອດຊີວິດມາໄດ້ ພ້ອມກັບຜູ້ໂດຍສານ 2 ຄົນ ຜູ້ນຶ່ງເປັນຊາວປາປົວແລະອີກຜູ້ນຶ່ງເປັນ
ຄົນຈີນ.

ເຮືອບິນ PNG Dash 8 ຊຶ່ງເປັນເຮືອບິນສອງເຄື່ອງຈັກ ໄດ້ບິນຈາກເມືອງ Lae ຊຶ່ງເປັນ
ຫົວເມືອງປະຕູເຂົ້າສູ່ເຂດພູຜາ ໄປຍັງເມືອງ Madang ທີ່ຕັ້ງຢູ່ແຄມຝັ່ງທະເລ ໃນມື້ວັນພະ
ຫັດວານນີ້. ຜູ້ໂດຍສານສ່ວນໃຫຍ່ ແມ່ນສະມາຊິກໃນຄອບຄົວ ຂອງພວກນັກສຶກສາມະຫາ
ວິທະຍາໄລໃນເຂດທ້ອງຖິ່ນທີ່ໄປຮ່ວມພິທີຮັບໃບປະກາສະນີຍະບັດ.

ເຮືອບິນລຳນີ້ ໄດ້ຕົກລົງໃສ່ແມ່ນໍ້າ Gogol ປະມານ 20 ຫຼັກກິໂລແມັດຢູ່ທາງທິດໃຕ້ຂອງ
ປາຍທາງບິນ.

ເຈົ້າໜ້າທີ່ປາປົວກ່າວວ່າ ພວມມີການສືບສວນຢູ່ໃນເວລານີ້.

XS
SM
MD
LG