ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປາ​ປົວ​ນິວ​ກີ​ນີ ໃຫ້​ອ​ຳ​ນາດ​ເພີ້ມ​ຂຶ້ນ​ແກ່​ພວກ​ທະ​ຫານ ຫຼັງ​ຈາກ​ເກີດ​ການ​ຕໍ່​ສູ້ ​ລະ​ຫວ່າງ​ຊົນ​ເຜົ່າ


ຜູ​້​ຄົນ​ພາ​ກັນ​ຫາມ​ສົບ​ໄປ ຫຼັງ​ຈາກ​ມີ​ການ​ດັກ​ສະ​ກັດ​ໂຈມ​ຕີ ທີ່​ແຂວງ​ເອັນ​ກາ ໃນ​ປາ​ປົວ​ນິວ​ກີ​ນີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ອອກ​ອາ​ກາດອອ​ສ​ເຕ​ຣ​ເລຍ ໃນ​ຮູບນີ້ ທີ່​ຖ່າຍ​ຈາກວີ​ດີ​ໂອ​ຂອງ​ສື່​ສັງ​ຄົມ ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 19 ກຸມ​ພາ 2024.
ຜູ​້​ຄົນ​ພາ​ກັນ​ຫາມ​ສົບ​ໄປ ຫຼັງ​ຈາກ​ມີ​ການ​ດັກ​ສະ​ກັດ​ໂຈມ​ຕີ ທີ່​ແຂວງ​ເອັນ​ກາ ໃນ​ປາ​ປົວ​ນິວ​ກີ​ນີ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ອອກ​ອາ​ກາດອອ​ສ​ເຕ​ຣ​ເລຍ ໃນ​ຮູບນີ້ ທີ່​ຖ່າຍ​ຈາກວີ​ດີ​ໂອ​ຂອງ​ສື່​ສັງ​ຄົມ ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ທີ 19 ກຸມ​ພາ 2024.

ປາ​ປົວ​ນິວ​ກີ​ນີ ຈະ​ມອບ​ອຳ​ນາດ​ໃນ​ການ​ຈັບ​ກຸມ​ໃຫ້​ແກ່​ພວກ​ທະ​ຫານ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຈມ​ສ໌ ມາ​ຣາ​ພີ ກ່າວ​ໃນ​ວັນ​ຈັນ​ວານນີ້ ຫຼັງ​ຈາກ​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 26 ຄົນ​ໃນ​ການ​ດັກ​ສະ​ກັດ​ໂຈມ​ຕີ​ລະ​ຫວ່າງ​ຊົນ​ເຜົ່າ ທີ່​ເກີດ​ຂຶ້ນ​ໃນ​ວັນ​ອາ​ທິດ​ແລ້ວ ໃນ​ເຂດ​ວາ​ເພນາ​ມານ​ດາ (Wapenamanda) ທີ່​ສອກ​ຫຼີກ​ຫ່າງ​ໄກ.

ອຳ​ນາດ​ໃນ​ການ​ຈັບ​ກຸມ ປົກ​ກະ​ຕິ​ແລ້ວ​ແມ່ນ​ສະ​ຫງວນ​ໄວ້​ໃຫ້​ແກ່​ຕຳ​ຫຼວ​ດ.

ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ ຊຶ່ງ​ໃນ​ຂັ້ນ​ຕົ້ນ​ລາຍ​ງານ​ວ່າ ມີ 53 ຄົນ​ ແຕ່​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ ໄດ້​ປັບ​ປ່ຽນ​ຈຳ​ນວນ​ລົງ​ມາ​ເປັນ 26 ຄົນ.

ຜູ້​ເສຍ​ຊີ​ວິດ​ສ່ວນ​ໃຫຍ່ ​ແມ່ນ​ພວກ​ຊົນ​ເຜົ່າ​ຊີ​ກິນ (Sikin) ແລະ​ໄກ​ກິນ (Kaikin) ຊຶ່ງ​ໄດ້​ຕໍ່​ສູ້​ກັນ​ກັບຊົນ​ເຜົ່າ​ອາມ​ບູ​ລິນ (Ambulin) ​ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ NBC.

ສ່ວນ​ອົງ​ການ​ຂ່າວ​ຣອຍ​ເຕີ້​ລາຍ​ງານ​ວ່າ ເຖິງ​ແມ່ນ​ໂຕ​ເລກ​ຜູ້​ເສຍ​ຊີ​ວິດ​ມີ​ຈຳ​ນວນ​ຕ່ຳ​ກໍ​ຈິງ ແຕ່​ລຸນ​ຫຼັງ​ມີ​ການ​ປັບ​ປ່ຽນ​ແລ້ວ ​ມັນ​ຈະ​ເພີ້ມ​ສູງ​ຂຶ້ນ. ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ປາ​ປົວ​ນິວ​ກີ​ນີ ທ່ານ​ເດ​ວິດ ແມນ​ນຶ່ງ (David Manning) ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ໄປ​ຍັງ​ແຂວງ​ເອັນ​ກາ ບ່ອນ​ທີ່​ການ​ໂຈມ​ຕີ​ໄດ້​ເກີດ​ຂຶ້ນແລະ​ຮູບ​ພາບ​ຂອງ​ສື່​ສັງ​ຄົມກ່ຽວ​ກັບ​ການ​ໂຈມ​ຕີແມ່ນ​ຮວມ​ທັງ​ຮູບ​ພາບ​ຂອງ​ສົບ​ທີ່ກອງ​ຢູ່​ເທິງ​ລົດ​ບັນ​ທຸກ​ຄັນ​ນຶ່ງ.

ການ​ໂຈມ​ຕີ​ທີ່​ວ່ານີ້ ແມ່ນ “ການ​ກະ​ທຳ​ທີ່​ອັບ​ອາຍ​ຂາຍ​ໜ້າ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ” ທ່ານ​ແມນ​ນິ່ງ​ກ່າວ.

ທ່ານ​ມາ​ຣາ​ພີ​ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ ໂດຍ​ຮຽກ​ຮ້ອງ​ໃຫ້​ຊົນ​ເຜົ່າ​ຕ່າງໆ​ຊອກ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ແບບ​ສະ​ຫງົບ.

“ມັນ​ບໍ່​ມີ​ລາງວັນ​ໃດໆ​ໃຫ້​ຍາດ​ແຍ່ງ​ແຂ່ງ​ຂັນ​ໃນ​ການ​ຕໍ່​ສູ້​ກັນ…ຈົ່ງ​ວາງ​ອາ​ວຸດ​ຂອງ​ພວກ​ທ່ານ​ຊະ” ທ່ານ​ມາ​ຣາ​ພີ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG