ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາ​ປົວ​ນີວ​ກີ​ນີ ກຳລັງຜັກ​ດັນ​ ໃຫ້ໄດ້​ຮັບຜົນ​ປະ​ໂຫຍດຫລາຍ​ຂຶ້ນ​ ຈາກ​ສະ​ຫະ​ລັດ

ລັດຖະມົນຕີປ້ອງ ກັນປະເທດສະຫະລັດ, ທ່ານ​ລອຍ ອອ​ສ​ຕິນ ທີ III ຈັບ​ມື​ສະ​ບາຍ​ດີ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີເຈມ​ສ໌ ມາ​ຣັບ​ເປຂອງ​ປາ​ປົວ​ນີວ​ກີ​ນີ​ໃນນະ​ຄອນ​ຫລວງ​ປອດ​ມໍ​ເຣ​ສ​ບີ, ວັນ​ທີ 27 ກໍ​ລະ​ກົດ, 2023.
ລັດຖະມົນຕີປ້ອງ ກັນປະເທດສະຫະລັດ, ທ່ານ​ລອຍ ອອ​ສ​ຕິນ ທີ III ຈັບ​ມື​ສະ​ບາຍ​ດີ​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີເຈມ​ສ໌ ມາ​ຣັບ​ເປຂອງ​ປາ​ປົວ​ນີວ​ກີ​ນີ​ໃນນະ​ຄອນ​ຫລວງ​ປອດ​ມໍ​ເຣ​ສ​ບີ, ວັນ​ທີ 27 ກໍ​ລະ​ກົດ, 2023.

ການນໍາພາຂອງ​ປາ​ປົວ​ນີວ​ກິ​ນີ ກໍາລັງໃຫ້ຄໍາຫມັ້ນສັນຍາວ່າ ​ຈະ​ມີຜົນປະໂຫຍດ "ທີ່​ໄຫລຕາມ​ມາ" ຈາກການຂະຫຍາຍຕົວຂອງການຮ່ວມມືດ້ານການທະຫານ ແລະ ຄວາມໝັ້ນ​ຄົງກັບສະຫະລັດ ຫຼັງຈາກການຢ້ຽມຢາມຄັ້ງທໍາອິດຂອງລັດຖະມົນຕີ ປ້ອງກັນປະເທດສະຫະລັດທີ່ດຳ​ລົງ​ຕໍ​ແໜ່ງ​ຢູ່ ໃນຂະນະທີ່ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ນຳຄວາມສ່ຽງໃດໆ ຕໍ່ການພົວພັນດ້ານເສດຖະກິດທີ່ໃກ້ຊິດກັບຈີນ.

ນາ​ຍົກ​ລັດ​ຖະ​ມົນ​ຕີເຈມ​ສ໌ ມາ​ຣັບ​ເປ ໃນ​ວັນ​ພະ​ຫັດ​ວານ​ນີ້ ​ໄດ້​ສັນ​ລະ​ເສີນຂໍ້​ຕົກ​ລົງການຮ່ວມ​ມື​ດ້ານ​ປ້ອງ​ກັນ​ປະ​ເທດ​ ທີ່​ໄດ້​ເຊັນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ຊຶ່ງສອດ​ຄ່ອງ​ກັນ​ກັບ​ການ​ຕີ​ລາຄາຂອງ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອາວຸ​ໂສ​ຂອງ​ສະ​ຫະ​ລັດທີ່​ຄິດ​ວ່າ ສະພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຕົນ ​ຈະ​ໃຫ້​ສັດຕະຍາບັນແກ່​ຂໍ້​ຕົກລົງ​ດັ່ງກ່າວ ​ໃນ​ໄລຍະເວ​ລາອັນ​ສັ້ນໆ.

ທ່ານຍັງໄດ້ຊົມເຊີຍຂໍ້ຕົກລົງທີ່ເອີ້ນກັນວ່າ "ການໃຊ້ກຳປັ່ນ" ຫລື shiprider ເປັນ​ການຕ່າງຫາກອີກ ຊຶ່ງຈະອະນຸຍາດໃຫ້ພະນັກງານ​ປາປົວນີວກີນີ ຂຶ້ນກຳປັ່ນຍາມຝັ່ງຂອງສະຫະລັດເພື່ອຊ່ວຍປົກປ້ອງສິດໃນການຫາປາຂອງປະເທດ.

"ວຽກງານໄດ້ເລີ່ມຕົ້ນຂຶ້ນ​ດຽວນີ້," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານມາ​ຣັບ​ເປກ່າວ ຂະ​ນະ​ທີ່ຢືນ ຄຽງຂ້າງ ລັດຖະມົນຕີປ້ອງກັນປະເທດສະຫະລັດ, ທ່ານລອຍ ອອ​ສ​ຕິນ ຫລັງຈາກ ການພົບປະຂອງພວກເພິ່ນຢູ່ນະ​ຄອນ​ຫລວງ​ປອດມໍເຣບີ.

ລັດຖະມົນຕີປ້ອງ ກັນປະເທດສະຫະລັດ, ທ່ານລອຍ ອອ​ສ​ຕິນ​ທີ III ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີເຈມ​ສ໌ ມາ​ຣັບ​ເປກ່າວ​ຕໍ່​ນັກ​ຂ່າວໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໃນ​ນະ​ຄອນ​ຫລວງມໍ​ເຣ​ສ​ບີ, ປາ​ປົວ​ນີວ​ກີ​ນີ, ວັນ​ທີ 27 ກໍ​ລະ​ກົດ, 2023

ທ່ານກ່າວຕື່ມວ່າ "ຄວາມສາມາດໃນການປ້ອງກັນຊາດຂອງພວກເຮົາ ຕ້ອງຖືກສ້າງ ໃຫ້​ເຂັ້ມ​ແຂງຂຶ້ນ." "ມັນເປັນຄູ່ພາ​ຄີ ທີ່ພວກເຮົາໄດ້ເລືອກ​ເອົາກ່ຽວກັບການ ຮ່ວມມືດ້ານປ້ອງກັນຊາດຂອງພວກເຮົາ, ແຕ່ແນ່ນອນວ່າ ມັນມີຜົນປະໂຫຍດໄຫລ​ຕາມ​ມາ ທີ່ຕິດພັນກັບເສດຖະກິດ [ຂອງພວກເຮົາ] ແລະສໍາຄັນໄປກວ່ານັ້ນກໍ​ຄື ພື້ນຖານໂຄງລ່າງເສດຖະກິດທີ່ສໍາຄັນ."

ເຈົ້າໜ້າທີ່ປາປົວນີວກີນີ ແລະສະຫະລັດ ກ່າວໃນວັນພະຫັດວານນີ້ວ່າ ທັງສອງປະ ເທດໄດ້ເລີ້ມເບິ່ງ ຂົງເຂດທີ່ສາມາດລົງທຶນໄດ້ ເພື່ອປັບປຸງພື້ນຖານໂຄງລ່າງ ແລະ ຄວາມພ້ອມດ້ານການທະຫານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG