ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ປົວ ນິວ ກີ​ນີ ລາ​ອອກ​ຈາກ​ຕຳ​ແໜ່ງ


ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ປົວ ນິວ ກີ​ນີ ທ່ານ ປີ​ເຕີ ໂອ​ນຽ​ລ ກ່າວ​ຄຳ​ປາ​ໄສ ຢູ່​ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການ​ໄຟ​ຟ້າ ໃນ​ລະ​ຫວ່າງກອງ​ປະ​ຊຸມ APEC. 18 ພະ​ຈິກ, 2018.
ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ປົວ ນິວ ກີ​ນີ ທ່ານ ປີ​ເຕີ ໂອ​ນຽ​ລ ກ່າວ​ຄຳ​ປາ​ໄສ ຢູ່​ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການ​ໄຟ​ຟ້າ ໃນ​ລະ​ຫວ່າງກອງ​ປະ​ຊຸມ APEC. 18 ພະ​ຈິກ, 2018.

ນາ​ຍົກ​ລັດ​ຖະ​ມົນ​ຕີ ປາ​ປົວ ນິວ ກີ​ນີ ທ່ານ ປີ​ເຕີ ໂອ​ນຽ​ລ ໄດ້​ປະ​ກາດ​ລາ​ອອກ​ຈາກ​ຕຳ
ແໜ່ງຂອງທ່ານໃນວັນອາທິດມື້ນີ້ ຫຼັງຈາກດຳລົງຕຳແໜ່ງລະດັບສູງມາໄດ້ 7 ປີ ລຸນຫຼັງ
ຜູ້ນຳລະດັບສູງໄດ້ໂຕນໜີ ຈາກພັກທີ່ກຳລັງປົກຄອງປະເທດໃນຫຼາຍອາທິດຜ່ານມາ.

ທ່ານ ໂອ​ນຽ​ລ ໄດ້​ຄັດ​ຄ້ານ​ການ​ຮຽກ​ຮ້ອງ​ໃຫ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ເປັນ​ເວ​ລາ ຫຼາຍ​ອາ
ທິດ, ແຕ່ການເຄື່ອນໄຫວເມື່ອບໍ່ດົນມານີ້ໃນສະພາແຫ່ງຊາດ ໄດ້ສະແດງໃຫ້ເຫັນເຖິງ
“ຄວາມຈຳເປັນສຳລັບການປ່ຽນແປງໃໝ່.” ອົງການຂ່າວ ABC ໄດ້ລາຍງານໃນການ
ມອບອຳນາດ ໃຫ້ອະດີດນາຍົກລັດຖະມົນຕີ ທ່ານ ຈູລຽສ ແຈນ.

ຜູ້​ຄັດ​ຄ້ານ​ທ່ານ ໂອ​ນຽ​ລ ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ໄດ້​ລະ​ດົມ​ການ​ສະ​
ໜັບສະໜູນຫຼາຍພໍໃນສະພາແຫ່ງຊາດ ທີ່ຈະຂັບໄລ່ທ່ານອອກຈາກຕຳແໜ່ງ, ຈາກ
ຄວາມບໍ່ພໍໃຈຫຼາຍຢ່າງ ລວມມີຂໍ້ຕົກລົງແກັສ ກັບບໍລິສັດ Total ຂອງ ຝຣັ່ງ, ເຊິ່ງບັນ
ດານັກວິຈານໄດ້ພາກັນສົງໄສນັ້ນ.

ຄວາມ​ບໍ່​ໝັ້ນ​ຄົງ​ດ້ານກ​ານ​ເມືອງ​ ແມ່ນ​ສິ່ງ​ທີ່​ມັກ​ຈະ​ມີ​ຢູ່​ໃນ​ປະ​ເທດ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​
ແຫຼ່ງຊັບພະຍາກອນ, ແຕ່ວ່າ ເປັນປະເທດທີ່ທຸກຍາກໃນພາກໃຕ້ຂອງມະຫາສະໝຸດປາ
ຊີຟິກ ແລະ ທ່ານ ໂອນຽລ ຜູ້ທີ່ໄດ້ເປັນຜູ້ນຳນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ໄດ້ເອົາຊະ
ນະຄວາມພະຍາຍາມທີ່ຈະໂຄ່ນລົ້ມທ່ານໃນຄັ້ງທີ່ຜ່ານມາ.

ການ​ໂຕນ​ໜີ​ຈາກ​ພັນ​ທະ​ມິດ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ ໄດ້​ເກີດ​ຂຶ້ນ​ເປັນ​ເວ​ລາຫຼາຍ​ອາ​ທິດ
ແລະ ໃນວັນສຸກແລ້ວນີ້ ມີສະມາຊິກຢ່າງໜ້ອຍ 9 ຄົນໄດ້ຍ້າຍພັກ, ອີງຕາມການກ່າວ
ຂອງລັດຖະມົນຕີສອງທ່ານ ຜູ້ທີ່ລວມຢູ່ໃນ 9 ຄົນນັ້ນ.

ຜູ້​ຄັດ​ຄ້ານ​ຂອງ​ທ່ານ ໂອ​ນຽ​ລ ຕ້ອງ​ໄດ້​ປຸ​ກ​ລະ​ດົມ​ສະ​ມາ​ຊິກຂອງ​ສະ​ພາ​ແຫ່ງ​ຊາດ ທີ່​ມີ​
ບ່ອນນັ່ງ 111 ບ່ອນຂອງລັດຖະບານ ປາປົວ ນິວ ກີນີ ໃຫ້ລົງຄະແນນສຽງຂັບໄລ່ທ່ານ
ອອກ.

ບັນ​ດາ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ຈະ​ຜັກ​ດັນ​ໃຫ້​
ມີການເຈລະຈາໃນ ອອສເຕຣເລຍ ແລະ ສວິດເຊີແລນ ກ່ຽວກັບ ເງິນກູ້ຢືມຫຼາຍກວ່າ
830 ລ້ານໂດລາ ທີ່ຈັດໃຫ້ໂດຍກຸ່ມການເງິນ UBS ຖ້າມັນມີການປ່ຽນແປງລັດຖະບານ,
ອີງຕາມການລາຍງານຂອງ ອົງການກວດສອບດ້ານການເງິນ ອອສເຕຣເລຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG