ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Michael Somare ສາບານໂຕ ເປັນນາຍົກ ຄົນໃໝ່ ຂອງປາປົວນີວກີນີ


ທ່ານ Michael Somare ນາຍົກລັດຖະມົນຕີຄົນໃໝ່ຂອງ ປາປົວ ນີວກີນີ
ທ່ານ Michael Somare ນາຍົກລັດຖະມົນຕີຄົນໃໝ່ຂອງ ປາປົວ ນີວກີນີ

ການເມືອງທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາຍັງດຳເນີນຢູ່ຕໍ່ມາ ​ເມື່ອ​ວັນ​ພຸດນີ້​ທີ່​ປະ​ເທດປາ​ປົວ​
ນີວກີ​ນີ ບ່ອນ​ທີ່​ລັດຖະບານ​ຊຸດໃໝ່ ຂອງນາຍົກລັດຖະ ມົນຕີທີ່ຖືກປົດທ່ານ Michael
ບັດ​ຕາມ​ຄໍາ​ສັ່ງ​ຂອງ​ສານ​ເພື່ອ​ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ​ກໍ​ຕາມ.

ຂໍ້​ຂັດ​ແຍ້​ງກັນ​ທາງ​ການ​ເມືອງ​ໄດ້​ເລີ່ມຕົ້ນ​ຂຶ້ນ​ເມື່ອ​ວັນ​ຈັນ ​ເວລາ​ສານ​ສູງ​ສຸດ ​ໄດ້​ຕັດສິນວ່າ
ທ່ານ Somare ຖືກ​ປົດ​ອອກ​ຈາກ​ອໍານາດ​ຢ່າງ​ຜິດ​ກົດໝາຍ​ໃນ​ຕົ້ນ​ປີ​ນີ້ ​ໃນ​ຂະນະ​ທີ່​ທ່ານ
ພັກ​ຮັກສາ​ຕົວ​ຢູ່​ທີ່​ປະ​ເທດ​ສິງ​ຄະ​ໂປ ຄື ການຜ່າຕັດ​ຫົວ​ໃຈ​ຫລາຍ​ບັ້ນ​ນັ້ນ.

ແຕ່​ທ່ານ Peter O’Neill ຜູ້​ສືບ​ຕໍາ​ແໜ່​ງ​ແທນ ທ່ານ Somare ນັ້ນ ໂຕ້ແຍ້ງ​ວ່າ​ທ່ານ​ເປັນ
ນາຍົກລັດຖະມົນຕີທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ​ ​ເທດ ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ໂດຍ​ສະພາ
ແຫ່ງ​ຊາດໃນ​ເດືອນ​ສິງຫາ​ນັ້ນ.

ຫລາຍໆ​ເຂດໃນ​ເມືອງ​ຫລວງ Port Moresby ​ແມ່ນ​ໄດ້​ປະ​ເຊີນກັບ​ການ​ອອກ​ໄປ​ປະຕິ
ບັດ​ການ​ທີ່​ໜາ​ແໜ້ນ​ຂອງ​ຕໍາຫລວດເມື່ອ​ວັນພຸດ​ມື້​ນີ້ ​ເຖິງ​ແມ່ນ​ບໍ່​ມີ​ລາຍ​ງານ​ການ​ກໍ່​ຄວາມ
ຮຸນ​ແຮງ​ນັ້ນ​ກໍ​ຕາມ ຊຶ່ງ​ວັນ​ອັງຄານ​ວານ​ນີ້ ພວກ​ສະມາຊິກ​ສະພາ​ສູງ​ທີ່​ຈົ່ງ​ຮັກ​ພັກດີ​ຕໍ່​ທ່ານ
O’Neill ​ໄດ້​ພາ ກັນ​ບຸກພັງ​ຫ້ອງການ​ຂ້າຫຼວງ​ໃຫຍ່​ຂອງ​ປະ​ເທດ ຜູ້​ສະໜັບສະໜຸນ​ທ່ານ
Somare ນັ້ນ.

ທີ່​ຈິງ​ແລ້ວ ​ໃນ​ປັດຈຸບັນ​ນີ້ການ​ເລືອກ​ຕັ້ງຫລາຍໆ​ບັ້ນ​ນັ້ນ ມີ​ກໍານົດໃສ່ເດືອນມິຖຸນາ ປີ
2012 ​ແຕ່​ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນກ່າວ​ວ່າ ການ​ເລືອກ​ຕັ້ງ​ກ່ອນ​ກໍານົດ​ນັ້ນ ​ເປັນ​ວິທີ​
ທາງ​ທີ່​ດີ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ບັນຫາ​ການເມືອງ​ທີ່​ບໍ່​ໄປ​ບໍ່​ມາ​ທາງ​ໃດ​ນັ້ນ ຊຶ່ງໄດ້​ປ່ອຍ​ໃຫ້​ມີ​ສອງ​
ລັດຖະບານ​ໃນ​ປ​ະ​ເທດ ປາ​ປົວ ນີວ ກີ​ນີ.

XS
SM
MD
LG