ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບ້ານ​ປັນ​ມຸນ​ຈອມ ຕຽມການເພື່ອຈັດ​​​​ກອງ​ປະຊຸມ​ສຸດ​ຍອດ ລະຫວ່າງສອງ​ເກົາຫຼີ ​


Panmunjom Truce Village Prepares to Host Inter-Korean Summit
please wait

No media source currently available

0:00 0:02:25 0:00

ກອງ​ປະຊຸມ​ສຸດ​ຍອດລະຫວ່າງສອງ​ເກົາຫຼີ ​ໃນສັບປະດາ​ໜ້າ ທີ່ຈະ​ມີ​ຂຶ້ນ ​ໃນ​ເຂດ​ທີ່​ບໍ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່ ທີ່ບ້ານ​ປັນ​ມຸນ​ຈອມ, ​ໃນ​ເຂດປອດອາວຸດ ​ແລະ​ຮັດກຸມ​ຢ່າງ​ເຄັ່ງ​ຄັດ ທີ່​ໄດ້​ແບ່ງ​ແຍກ​ປະ​ເທດ​ຄອມ​ມຸຍນິດ​ເກົາຫຼີ​ເໜືອ ​ກັບ​ປະ​ເທດ​ປະຊາທິປະ​ໄຕ ​ເກົາ​ຫຼີ​ໃຕ້ ອອກ​ຈາກ​ກັນ​ນັ້ນ. ສະຖານ​ທີ່​ສຳຄັນທາງ​ປະຫວັດສາດນີ້ ບ່ອນ​ທີ່​ວັນສະຫງົບເສິກ​ເກົາຫຼີ​ເໜືອ ໄດ້ເຊັນກັນ ​ໃນປີ 1953 ນັ້ນ, ໄດ້​ກາຍ​ມາ​ເປັນ​ຈຸດ​ສຳຄັນ​ຂອງ​ການ​ຕິດ​ຕໍ່​ສົນທະນາ​ຂ້າມ​ຊາຍ​ແດນ ​ແລະ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ອັນ​ສຳຄັນນຳ​ອີກ.

ການ​ພົບ​ປະກັນ​ທີ່​ບ້ານປັນ​ມຸນ​ຈອມ ທີ່​ຕັ້ງ​ຢູ່ ຊາຍ​ແດນ​ລະຫວ່າ​ງເກົາຫຼີ​ເໜືອ ​ກັບເກົາ​ຫຼີ​ໃຕ້ ​
ແມ່ນ​ໄດ້​ສ້າງ​ຂຶ້ນ​ໃນ​ປີ 1951 ​ເພື່ອ​ເຈລະຈາ ສະຫງົບ​ເສິກ​ຂອງ​ສົງຄາມ​ເກົາຫຼີ. ການ​ເຈລະ
ຈາ​ແລະ​ການ​ສູ້​ລົບ​ກັນ ​ໄດ້​ດຳ​ເນີນ​ສືບ​ຕໍ່ມາ​ອີກ​ 3 ປີ ກ່ອນ​ທີ່​ໄດ້​ລົງ​ນາມສະຫງົບເສິກ
ສົງຄາມໄດ້.

ທຸກມື້​ນີ້ບ້ານ​ປັນ​ມຸນ​ຈອມ ​ໄດ້​ກາຍ​ມາ​ເປັນ​ສັນຍາ​ລັກ​ຂອງ​ການ​ແບ່ງ​ແຍກ​ແຫຼ​ມ​ເກົາຫຼີ
​ສືບ​ຕໍ່​ມາ. ມັນແມ່ນ​ພຽງ​ສະ​ຖານ​ທີ່ແຫ່ງ​ດຽວ ທີ່​ຍາວ​ຢຽດ 250 ກິ​ໂລ​ແມັດທີ່ເປັນ

​ເຂດ​ປອດ​ທະຫານ ຊາຍ​ແດນ ບ່ອນທີ່​ພວກ​ທະຫານ ຈາກ​ທັງ​ສອງ​ປະ​ເທດ ​ເໜືອ ​ແລະ​ໃຕ້
ທີ່​ເຝົ້າຍາມຢ່າງເຄັ່ງຄັດ​ທີ່​ສຸດ.

ບໍ່​ມີ​ພົນລະ​ເຮືອນ​ອາ​ໄສຢູ່​ໃນຕູບສີຟ້າ ​ໃນ​ເຂດ​ຮ່ວມ​ຮັກສາ​ຄວາມ​ປອດ​ໄພ​ນີ້ ທີ່​ຄວບ​ຄຸມ
ໂດຍທັງ​ສອງ​ເກົາຫຼີ​ເໜືອ ​ແລະ​ການ​ບັງຄັບ​ບັນຊາ​ຂອງອົງການສະຫະ​ປະຊາ​ຊາດ ທີ່​ໄດ້
​ສ້າງ​ຕັ້ງ​ຂຶ້ນ ​ໃນ​ປາງ​ສົງ​ຄາມ​ເກົາຫຼີ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຊາຍຜູ້ນຶ່ງເບິ່ງຕາມຊາຍແດນເກົາຫ5ີເໜືອ ຜ່ານທາງກະຈົກແຜນທີ່ ຊາຍແດນ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້ ໃນເຂດອິມຈິງກັກ (Imjingak Pavilion) ໃກ້ທກັບບ້ານປັນມຸນຈອມ ທີ່ໄດ້ແບ່ງແຍກສອງເກົາຫຼີ ນັບຕັ້ງແຕ່ສົງຄາມເກົາຫຼີ ໃນເມືອງປາຈຸ, ເກົສຫຼີໃຕ້, 6 ກໍລະກົດ 2017.
ຊາຍຜູ້ນຶ່ງເບິ່ງຕາມຊາຍແດນເກົາຫ5ີເໜືອ ຜ່ານທາງກະຈົກແຜນທີ່ ຊາຍແດນ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້ ໃນເຂດອິມຈິງກັກ (Imjingak Pavilion) ໃກ້ທກັບບ້ານປັນມຸນຈອມ ທີ່ໄດ້ແບ່ງແຍກສອງເກົາຫຼີ ນັບຕັ້ງແຕ່ສົງຄາມເກົາຫຼີ ໃນເມືອງປາຈຸ, ເກົສຫຼີໃຕ້, 6 ກໍລະກົດ 2017.

XS
SM
MD
LG