ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມວ່າ ຈະອະນຸຍາດໃຫ້ ສະຫະລັດໄປຊອກ ກະດູກໄດ້ ຢູ່ຕື່ມອີກ 3 ບ່ອນ


ທ່ານ Leon Panetta, (ຊ້າຍມື) ຢ້ຽມຢາມ USNS Richard E. Byrd ທີ່ ຫາດ Cam Ranh
ທ່ານ Leon Panetta, (ຊ້າຍມື) ຢ້ຽມຢາມ USNS Richard E. Byrd ທີ່ ຫາດ Cam Ranh

ລັດຖະມົນ​ຕີ​ປ້ອງ​ກັນປະ​ເທດ​ຫວຽດນາມ ​ໄດ້​ບອກ​ກັບ​ລັດຖະມົນ​ຕີປ້ອງ​ກັນສະ​ຫະລັດ​
ທ່ານ ລີ​ອອນ ພາ​ແນ​ດຕ້າ ໃນວັນຈັນມື້ນີ້ ວ່າ ທາງ​ລັດຖະບານຄອມ​ມິວນີສຫວຽດນາມ
ຈະ​ເປີດບ່ອນ​ໃໝ່​ 3 ບ່ອນ​ ໃຫ້​ເຂົ້າ​ໄປ​ຂຸດ​ຄົ້ນແລະຊອກ​ຫາ​ຊາກກະດູກ​ແລະ​ສິ່ງ​ເສດ​ເຫລືອ
ຂອງ​ບັນດາ​ທະຫານ​ອະ​ເມຣິກັນ​ທີ່​ລົ້ມ​ຕາຍ​ໃນ​ປາງ​ສົງຄາມຫວຽດນາມ ​ເມື່ອ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ​ນັ້ນ.

ຄໍາ​ໝັ້ນ​ສັນຍາ​ນັ້ນ​ໄດ້​ມີ​ຂຶ້ນ ​ໃນ​ກາ​ນພົບ​ປະກັນ​ລະຫວ່າງ ທ່ານ ພາ​ແນ​ດຕ້າ ​ແລະ ທ່ານ Phung Qung Thanh ລັດຖະມົນ​ຕີປ້ອງ​ກັນປະ​ເທດ​ຫວຽດນາມ.
ທັງ​ສອງ​ຜູ້​ນໍາທະຫານ ​ໄດ້​ແລກປ່ຽນ​ຂອງ​ທີ່​ລະ​ລຶກຈາກ​ສົງຄາມ ​ເຊັ່ນ ປື້​ມບັນທຶກ​ປະ​ຈໍ​າວັນ

ຂອງທະຫານຫວຽດນາມ​ຄົນ​ນຶ່ງ ​ແລະຈົດໝາຍສ່ວນ​ໂຕ​ຂອງທະຫານ​ອາະ​ເມຣິກັນ
ທີ່​ທະຫານ​ຈາກ​ທັງ​ສອງ​ຝ່າຍ​ຍຶດມາ​ໄດ້ ໃນ​ປາງ​ສົງຄາມ​ນັ້ນ.

ໃນ​ວັນ​ອາທິດ​ວານ​ນີ້, ທ່ານ ພາ​ແນ​ດຕ້າ ​ໄດ້ເປັນ​ເຈົ້າໜ້າ​ທີ່​ສະ​ຫະລັດ​ລະດັບສູງ​ສຸດ ທີ່ໄດ້ໄປ​ຢ້ຽມຢາມ​ ​ຖານ​ທັບ​ອາກາດ​ແລະທັບ​ເຮືອ​ເກົ່າ​ຂອງສະຫະລັດທີ່ ​ອ່າວ Cam Ranh ນັບ​ຕັ້ງ​ແຕ່​ສົງຄາມ​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 1975.

​ທ່ານລັດຖະມົນ​ຕີປ້ອງ​ກັນ​ປະ​ເທດ ຍັງ​ໄດ້​ໄປ​ຢ້ຽມຢາມ​ກໍ່າ​ປັ່ນ​ບັນທຸກ​ສິນຄ້າ​ຂອງ​ກອງທັບ​ເຮືອ​ອ​າ​ເມຣິກັນລໍານຶ່ງ ຊຶ່ງ​ເວລາ​ນີ້ ຈອດ​ຢູ່​ທ່າ​ເຮືອ​ໃນ​ອ່າວດັ່ງກ່າວ. ກໍາ​ປັ່ນ Richard E. Byrd ​ທໍາ​ການລໍາລຽງສິນຄ້າ​ໃຫ້​ກໍ່າ​ປັ່ນ​ຂອງກອງທັບ​ເຮືອ​ສະຫະລັດ​ ​ໂດຍ​ໃຊ້​ຄົນ​ງານພົນລະເຮືອນ ເປັນສ່ວນ​ໃຫຍ່.

ການ​ຢ້ຽມຢາມ​ຫວຽດນາມ​ຂອງ​ທ່ານພາແນ​ດຕ້າ​ໃນ​ຄັ້ງ​ນີ້ ​ແມ່ນ​ຕິດຕາມ​ມາ ຫລັງ​ຈາກ​ທີ່ທ່ານ​ໄດ້​ກ່າວຄໍາປາໄສ​ ​ເມື່ອ​ວັນ​ເສົາແລ້ວ​ນີ້​ ຕໍ່​ກອງ​ປະຊຸມດ້ານ​ຄວາມ​ໝັ້ນຄົງທີ່​ສິງ​ຄະ​ໂປ ຊຶ່ງ​ທ່ານ​ໄດ້​ເວົ້າວ່າ ກອງທັບ​ເ​ຮື​ອສະຫະລັດ​ຈະເຄື່ອນຍ້າຍ ກໍ່າ​ປັ່ນສ່ວນ​ໃຫຍ່​ຂອງ​ຕົນ ​ໄປປະ​ຈໍາ​ການ​ຢູ່​ມະຫາ​ສະມຸດ​ປາຊິີຟິກ​ ພາຍ​ໃນ​ປີ 2020 ອັນ​ເປັນ​ພາກສ່ວນ​ນຶ່ງຂອງ​ການ​ເພ່ງ​ເລັງ​ໃສ່ຂົງ​ເຂດ​ເອ​ເຊຍ ​ໃນດ້ານ​ຍຸ​ທະ​ສາດ.

ທ່ານພາ​ແນ​ດຕ້າ ກໍາລັງ​ຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ​ ເປັນ​ເວລານຶ່ງ​ອາທິດ ຊຶ່ງ​ຈະ​ໂຮມ​ທັງ​ໄປ​ຢ້ຽມຢາມ​ອິນ​ເດຍນໍາ.



XS
SM
MD
LG