ທີ່ຫວຽດນາມ ທ່ານ ລີອອນ ພາແນດຕ້າ ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ໄປ
ຢ້ຽມຢາມຖານທັບສໍາຄົນແຫ່ງນຶ່ງ ທີ່ທະຫານອາເມຣິກັນເຄີຍໃຊ້ໃນປາງສົງຄາມຫວຽດນາມ.
ທ່ານ ພາແນດຕ້າ ເປັນເຈົ້າໜ້າທີ່ສະຫະລັດລະດົບສູງສຸດ ທີ່ໄປຢ້ຽມຢາມອະດີດຖານ
ທັບອາກາດແລະທັບເຮືອສະຫະລັດທີ່ ອ່າວ Cam Ranh ນັບຕັ້ງແຕ່ສົງຄາມໄດ້ສິ້ນສຸດ
ລົງໃນປີ 1975.
ບັນດາເຈົ້າໜ້າທີ່ກ່າວວ່າ ທ່ານລັດຖະມົນຕີປ້ອງກັນປະເທດ ກໍຈະໄປຢ້ຽມຢາມກໍ່າປັ່ນ
ບັນທຸກສິນຄ້າຂອງກອງທັບເຮືອອາເມຣິກັນ ທີ່ຊື່ Richard E. Byrd ທີ່ເວລານີ້ ຈອດ
ຢູ່ທ່າເຮືອໃນອ່າວດັ່ງກ່າວ ຊຶ່ງທໍາການບັນທຸກສິນຄ້າໃຫ້ກໍ່າປັ່ນກອງທັບເຮືອສະຫະລັດ
ໂດຍໃຊ້ຄົນງານພົນລະເຮືອນເປັນສ່ວນໃຫຍ່ນັ້ນ.
ການຢ້ຽມຢາມຫວຽດນາມຂອງທ່ານພາແນດຕ້າໃນຄັ້ງນີ້ ແມ່ນຕິດຕາມມາ ຫລັງຈາກ
ທ່ານໄດ້ກ່າວຄໍາປາໄສ ເມື່ອວັນເສົາວານນີ້ ຕໍ່ກອງປະຊຸມດ້ານຄວາມໝັ້ນຄົງທີ່ສິງຄະໂປ
ຊຶ່ງທ່ານໄດ້ເວົ້າວ່າ ກອງທັບເຮືອສະຫະລັດຈະເຄື່ອນຍ້າຍກໍ່າປັ່ນສ່ວນໃຫຍ່ຂອງຕົນ ໄປ
ປະຈໍາການຢູ່ມະຫາສະມຸດປາຊິຟິກ ພາຍໃນປີ 2020 ອັນເປັນພາກສ່ວນນຶ່ງຂອງການ
ເພ່ງເລັງໃສ່ດ້ານຍຸທະສາດ ຢູ່ຂົງເຂດເອເຊຍ.
ທ່ານພາແນດຕ້າ ກໍາລັງຢ້ຽມຢາມຂົງເຂດເອເຊຍປາຊິຟິກ ເປັນເວລານຶ່ງອາທິດ ຊຶ່ງຈະ
ໂຮມທັງໄປຢ້ຽມຢາມອິນເດຍນໍາ.