ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Leon Panetta ກ່າວວ່າ ສະຫະລັດ
ອາເມຣິກາ ແລະ ອິສຣາແອລ ກໍາລັງເຮັດທຸກວິທີທາງທີ່ ສາມາດ ເຮັດໄດ້ເພື່ອໃຫ້ມີລະບົບ
ການ “ປ້ອງກັນທີ່ເຂ້ມແຂງ” ທີ່ສຸດ ແລະປ້ອງກັນປະເທດທັງສອງ ໃນຂະນະທີ່ທ່ານເປີດ
ການສົນທະນາຫາລືເປັນເວລານຶ່ງມື້ ກັບບັນດາຜູ້ນໍາຂອງອິສຣາແອລ.
ທ່ານ Panetta ໄດ້ພົບປະໃນວັນພຸດມື້ນີ້ ກັບຄູ່ຕໍາແໜ່ງຂອງທ່ານ ກໍຄືລັດຖະມົນຕີປ້ອງ
ກັນປະເທດອິສຣາແອລ ທ່ານ Ehud Barak ທີ່ກຸງ Tel Aviv ແລະໄດ້ກ່າວວ່າ ທັງສອງ
ປະເທດ “ເປັນເພື່ອນມິດທີ່ໃກ້ຊິດກັນທີ່ສຸດ.”
ການຢ້ຽມຢາມຂອງທ່ານ ແມ່ນຈະຮວມທັງການສົນທະນາກັບນາຍົກລັດຖະມົນຕີ
Benjamine Netanyahu ແລະປະທານາທິບໍດີ Shimon Peres.
ທ່ານ Panetta ກ່າວວ່າ ການສົນທະນາກັນຈະເພ່ງເລັງໃສ່ ເລື້ອງໄພຂົ່ມຂູ່ ຈາກໂຄງການ
ອາວຸດນີວເຄລຍຂອງອິຣ່ານ ທີ່ແນ່ໃສ່ອິສຣາແອລ ແລະສະຫະ ລັດ ແລະ ວິທີການຕອບໂຕ້
ຕ່າງໆ.
ທ່ານໄດ້ປະຕິເສດຕໍ່ລາຍງານຂ່າວວ່າ ການສົນທະນາຫາລືຂອງພວກທ່ານອາດຈະກວມເຖິງ
ເລື້ອງການວາງແຜນ ທໍາການໂຈມຕີບ່ອນສ້າງອາວຸດນີວ ເຄລຍຂອງອິຣ່ານ ນໍານັ້ນ.