ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta ເລີ້ມອອກເດີນທາງ
ໄປຢ້ຽມຢາມເຂດເອເຊຍປາຊິຟິກເປັນເວລາ 9 ມື້ ເພື່ອຊຸກຍູ້ແຜນຂອງລັດຖະບານ
ປະທານາທິບໍດີບາຣັກ ໂອບາມາໃນການຫັນປ່ຽນຈຸດເພັ່ງເລັງທາງດ້ານທະຫານໄປ
ສູ່ຂົງເຂດດັ່ງກ່າວ.
ທ່ານ Panetta ຈະກ່າວຄໍາປາໄສຄັ້ງສໍາຄັນຕໍ່ກອງປະຊຸມວວ່າດ້ວຍຄວາມໝັ້ນຄົງ
ໃນເຂດເອເຊຍປະຈໍາປີທີ່ສິງກະໂປ ໃນວັນເສົານີ້ ເພື່ອແຈ້ງໃຫ້ຊາບເຖິງແຜນການ
ຂອງວໍຊິງຕັນ ທີ່ຈະເພີ້ມຈໍານວນທະຫານສະຫະຣັດແລະອາວຸດຍຸດໂທປະກອນ ໃນ
ເຂດເອເຊຍປາຊິຟິກ.
ໃນຂະນະທີ່ໄປແວະຢູ່ກອງບັນຊາການ ປະຈຳເຂດເອເຊຍປາຊິຟິກທີ່ລັດຮາວາຍ
ໃນວັນພະຫັດວານນີ້ ທ່ານ Panetta ກ່າວວ່າ ເຖິງແມ່ນວ່າພວມມີຂ່າວກ່ຽວກັບ
ການຕັດງົບປະມານ ບັນດາກໍາລັງທະຫານຂອງອາເມຣິກັນ ຈະຕ້ອງໄດ້ວ່ອງໄວ
ຂື້ນກວ່າເກົ່າ ເພື່ອປະເຊີນໜ້າກັບການທ້າທາຍຫລາຍຢ່າງຂອງສັດຕະວັດທີ່ 21.
ທ່ານ Panetta ກ່າວຕື່ມວ່າ “ສອງພວກເຮົາຕ້ອງໄດ້ແນໃສ່ບ່ອນໃດ ທີ່ມີການ
ນາບຂູ່ຫຼາຍ. ນັ້ນໝາຍຄວາມວ່າ ພວກເຮົາຕ້ອງເພັ່ງເລັງໂດຍສະເພາະ ໃສ່ຂົງເຂດ
ປາຊິຟິກ ແລະສືບຕໍ່ເພັ່ງໃສ່ພາກຕາເວັນອອກກາງ. ສາມ ພວກເຮົາຕ້ອງໄດ້ສືບຕໍ່
ການມີໜ້າ ຢູ່ໃນເຂດອື່ນໆຂອງໂລກ ແລະຊ່ອງທາງໃນການດຳເນີນການດັ່ງກ່າວ
ກໍຄື ການພັດທະນາແນວທາງຄິດແບບສ້າງສັນແລະສ້າງຂະບວນການສັບປ່ຽນ
ໝູນວຽນຕ່າງໆທີ່ຈະອຳນວຍໃຫ້ພວກເຮົາສາມາດເຂົ້າໄປໃນປະເທດຕ່າງໆ ບໍ່ວ່າ
ຢູ່ໃນອາເມຣິກາລາຕິນ ບໍ່ວ່າໃນອາຟຣິກາ ບໍ່ວ່າໃນຢູໂຣບ ບໍ່ວ່າຢູ່ທີ່ນີ້ ໃນເຂດມະ
ຫາສະມຸຸດປາຊິຟິກ ແລະມີຄວາມສາມາດ ໃນການດຳເນີນງານຮ່ວມກັບປະເທດ
ຕ່າງໆ ເພື່ອເສີມສ້າງ ການເປັນພາຄີ ພັດທະນາຄວາມອາດສາມາດຂອງພວກ
ເຂົາເຈົ້າ ທຳການຊ້ອມລົບ ໃຫ້ການແນະນໍາ ແລະໃຫ້ຄວາມຊ່ວຍເຫລືອແກ່ພວກ
ເຂົາເຈົ້າ ເພື່ອເຮັດໃຫ້ເຂົາເຈົ້າໄດ້ເປັນພາຄີ ຮັບຜິດຊອບໃນການຮັກສາຄວາມປອດ
ໄພຂອງໂລກໃນປັດຈຸບັນ. ສີ່ ພວກເຮົາຕ້ອງໃຫ້ເປັນທີ່ແນ່ນອນວ່າ ພວກເຮົາມີ
ຄວາມເຂັ້ມແຂງພຽງພໍທີ່ຈະປະເຊີນໜ້າກັບສັດຕູຫລາຍກວ່ານຶ່ງຝ່າຍ ໃນເວລາ
ດຽວກັນ ແລະເອົາຊະນະພວກເຂົາໄດ້.”
ແຜນການເດີນທາງຂອງທ່ານ Panetta ແມ່ນຮວມທັງການຢ້ຽມຢາມປະເທດ
ຫວຽດນາມແລະອິນເດຍ ຢ່າງເປັນທາງການນຳດ້ວຍ.