ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta ໄດ້ເອີ້ນການໂຈມຕີຂອງກໍາລັງຂອງຊີເຣຍ ຕໍ່ເມືອງ Aleppo ທີ່ໃຫຍ່ສຸດຂອງຊີເຣຍນັ້ນວ່າ ເທົ່າກັນກັບເປັນການຕອກຕະປູໃສ່ໂລງສົບຂອງປະທານາທິບໍດີ Bashar al-Assad ເອງ.
ທ່ານ Panetta ໄດ້ກ່າວຢູ່ເທິງເຮືອບິນໃນລະຫວ່າງການເດີນທາງໄປ Tunisia ໃນວັນອາທິດວານນີ້ວ່າ ສິ່ງທີ່ ທ່ານ Assad ໄດ້ກະທໍາຕໍ່ປະຊາຊົນຊີເຣຍນັ້ນ ໄດ້ເຮັດໃຫ້ເປັນທີ່ ຈະແຈ້ງວ່າ ອໍານາດປົກຄອງຂອງທ່ານໄດ້ສູນເສຍຄວາມຖືກຕ້ອງຊອບທໍາໄປແລ້ວ ແລະກໍກໍາລັງຈະຈົບລົງ.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ບິນໄປຍັງນະຄອນຫລວງ Tunis ໃນວັນອາທິດວານນີ້ ເພື່ອເລີ່ມການຢ້ຽມຢາມເປັນເວລາ 5 ມື້ ໃນ Tunisia, Egypt, Israel ແລະ Jordan.
ທ່ານ Panetta ໄດ້ກ່າວຊົມເຊີຍປະຊາຊົນ Tunisia ສໍາລັບການປະຕິວັດທີ່ສໍາເລັດ ຜົນຂອງພວກເຂົາເຈົ້າ ແລະທ່ານຍັງກ່າວຍົກຍ້ອງ ກອງທັບຂອງ Tunisia ທີ່ ແຕກຕ່າງຈາກກອງທັບຂອງຊີເຣຍ ໄດ້ດໍາເນີນອັນທີ່ທ່ານເອີ້ນວ່າ ບົດບາດໃນທາງບວກໃນການປ່ຽນແປງຢູ່ໃນປະເທດນັ້ນ.