ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ທ່ານ Panetta ໄປຢ້ຽມ ຖານທັບເຣືອຈີນ ທີ່ເມືອງ Qingdao (ວີດີໂອ)


ທ່ານ Panetta ລມຕ ປ້ອງກັນປະເທດສະຫະລັດ ກໍາລັງພົບປະກັບ ພົນເຮືອໂທ Tian Zhong ຜູ້ບັນຊາການກອງເຮືອລົບຂອງຈີນ
ທ່ານ ລີ​ອອນ ພາ​ແນັດຕ້າ ລັດຖະມົນຕີ​ປ້ອງກັນ​ປະ​ເທດ​ສະຫະ
ລັດ​ໄດ້ຮັບ​ອະນຸຍາດ ​ໃຫ້​ເຂົ້າ​ໄປ​ເບິ່ງ​ຖານ​ທັບ​ເຮືອ​ຂອງ​ຈີນ​ ເມື່ອ
ວັນ​ພະຫັດ​ມື້​ນີ້ ຊຶ່ງ​ບໍ່ ຄ່ອຍ​ຈະ​ໄດ້​ມີ​ໂອກາດ​ແບບ​ນີ້ ໃນ​ຕອນ​ທ້າຍ
​ການຢ້ຽມຢາມ​ຈີນ​ສາມ​ວັນຂອງ​ທ່ານ​ນັ້ນ.

ທ່ານ​ພາ​ແນັດ​ຕ້າ ​ໄດ້​ຂຶ້ນ​ໄປ​ເບິ່ງ​ຊົມ​ກໍ່າ​ປັ່ນ​ລົບ ​ແລະເຮືອ​ດໍາ​ນໍ້າ
ຂອງ​ຈີນ ທີ່​ກອງ​ບັນຊາ​ການ​ກອງ​ເຮືອ​ລົບ​ທະ​ເລ​ເໜືອ​ຂອງ​ກອງ
ທັບ​ເຮືອ​ຈີນ ທີ່​ເມືອງ Qingdao ​ໃນພາກ​ຕາ​ເວັນ​ອອກ​ຂອງ​ຈີນ.
ທ່ານ​ພ​າແນັດຕ້າ ​ເປັນ​ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​
ສະຫະລັດຄົນ​ທຳ​ອິດ​ທີ່​ໄດ້​ຢ້ຽມຢາມ​ກອງທັບ​ເຮືອຈີນດັ່ງກ່າວ​ນີ້.

​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ທ່ານ​ນຶ່ງ ​ເວົ້າ​ວ່າ ທ່ານ​ພາ​ແນັດ​ຕ້າ​ຍັງ​ໄດ້​ພົບ​ປະ​ກັບ​ຜູ້​ບັນຊາ​ການ​ກອງ​ເຮືອ​ລົບ ພົນ​ເຮືອ​ໂທ Tian Zhong. ​ເຈົ້າໜ້າ​ທີ່​ຄົນ​ດັ່ງກ່າວ​ກ່າວ​ວ່າ ​ຜູ້​ນໍາ​ທັງ​ສອງ​ໄດ້​ປຶກສາ​ຫາ ລືກັນ​ເຖິງ​ຄວາມ​ສໍາຄັນ​ຂອງ​ກອງທັບ​ເຮືອ​ຂອງ​ກັນ​ແລະ​ກັນ ​ແລະ​ໃຫ້​ຂໍ້​ສັງ​ເກດເຖິງ​ການ​ເຊື້ອ​ເຊີນ​ຂອງ​ວໍ​ຊິງ​ຕັນ​ໃຫ້​ຈີນ​ເຂົ້າຮ່ວມ​ຊ້ອມ​ລົບການ​ເດີນ​ເຮືອບັ້ນ​ສໍາຄັນ​ໃນ​ປີ 2014.

​ແຕ່​ສ່ວນ​ໃຫຍ່​ແລ້ວການ​ຢ້ຽມຢາມ​ຖານ​ທັບ​ເຮືອທີ່​ສຳຄັນ​ດັ່ງກ່າວ​ຂອງ​ທ່ານ​ພາ​ແນັດ​ຕ້າ​ ແມ່ນໄດ້ມີຂໍ້​ຈໍາກັດ​ຕໍ່​ພວກ​ນັກ​ຂ່າວຊຶ່ງ​ກົງກັນຂ້າມ​ໄດ້​ໃຫ້​ພວກ​ເຂົາ​ເຈົ້າ​ໄປຢ້ຽມຢາມ​ໂຮງງານ​ກັ່ນ​ເຫຼ້າ​ເບຍ ຢູ່​ໃນ​ເຂດ​ທ້ອງ​ຖິ່ນ.

ວໍ​ຊິງ​ຕັນ​ໄດ້​ກ່າວ​ຫາ​ປັກ​ກິ່ງ​ຊໍ້າ​ແລ້ວ​ຊໍ້າ​ອີກ​ທີ່​ບໍ່​ມີ​ຄວາມໂປ່​ງ​ໃສ​ກ່ຽວ​ກັບ​ການ ​ເສີມ​ຂະ​ຫຍາ​ຍກອງທັບ​ຂອງ​ຕົນອອກ​ໄປ​ຢ່າງ​ວ່ອງ​ໄວ​ ທີ່​ມີ​ກຳລັງທະຫານ 2 ລ້ານ 3 ​ແສນ​ຄົນ​ນັ້ນ ​ແຕ່​ການເດີນທາງໄປຢ້ຽມຢາມ​ຂອງ​ທ່ານ​ພາ​ແນັດ​ຕ້າ​ໃນ​ຄັ້ງ​ນີ້ ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ເພັ່ງ​ເລັງ​ໃສ່ເພື່ອ​ປັບປຸງ​ຄວາມ​ສໍາພັນ​ດ້ານ​ທະຫານກັບ​ຈີນ​ໃຫ້​ດີ​ຂຶ້ນນັ້ນ​ເອງ.

ເບິ່ງວີດີໂອ ກ່ຽວກັບການຢ້ຽມຢາມ ຂອງລັດຖະມົນຕີປ້ອງກັນປະເທດສະຫະລັດ:

Panetta's China Visit Full of Challenges
please wait

No media source currently available

0:00 0:02:00 0:00
ລິງໂດຍກົງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG