ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Panetta ພົບປະ ຄູ່ຕຳແໜ່ງ ຝ່າຍອາຊ່ຽນ ທີ່ກຳປູເຈຍ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ໂອ້ລົມກັບລັດຖະມົນຕີປ້ອງກັນປະເທດກຳປູເຈຍ ທ່ານ Tea Banh (ຂວາ) ທີ່ນະຄອນສຽມຣຽບ (16 ພະຈິກ 2012)
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Leon Panetta (ຊ້າຍ) ໂອ້ລົມກັບລັດຖະມົນຕີປ້ອງກັນປະເທດກຳປູເຈຍ ທ່ານ Tea Banh (ຂວາ) ທີ່ນະຄອນສຽມຣຽບ (16 ພະຈິກ 2012)
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Leon
Panetta ເດີນທາງໄປຢ້ຽມຢາມກຳປູເຈຍເພື່ອເຈລະຈາຫາລື ທີ່ແນໃສ່ຂະຫຍາຍພັນທະມິດທາງທະຫານໃນຂົງເຂດເອເຊຍ
ຕາເວັນອອກສຽງໃຕ້ ລ່ວງໜ້າການເດີນທາງໄປຮ່ວມກອງປະ ຊຸມສຸດຍອດພູມີພາກຂອງປະທານາທິບໍດີບາຣັກ ໂອບາມາ.

ທ່ານ Panetta ທີ່ໄດ້ພົບປະກັບຄູ່ຕຳແໜ່ງຈາກ 10 ປະເທດ
ໃນເຂດເອເຊຍຕາເວັນອອກສຽງໃຕ້ ທີ່ນະຄອນສຽມຣຽບ ໃນ
ວັນສຸກມື້ນີ້ ໄດ້ກ່າວເຖິງຜົນປະໂຫຍດກ່ຽວກັບຍຸດທະສາດໃນ ການຫັນກຳລັງໄປສູ່ຂົງເຂດເອເຊຍປາຊີຟິກຂອງວໍຊິງຕັນເມື່ອ
ໄວໆມານີ້.

ທ່ານ Panetta ທີ່ໄດ້ເດີນທາງ ໄປຢ້ຽມຢາມຂົງເຂດເອເຊຍ
ເປັນຄັ້ງທີ 3 ນັບແຕ່ເດືອນມິຖຸນາເປັນຕົ້ນມາປະກາດວ່າ ທຳນຽບຫ້າແຈຈະເພີ້ມຂະໜາດ ແລະຈຳນວນຂອງການຊ້ອມລົບທາງທະຫານ ກັບບັນດາປະເທດພາຄີຢູ່ໃນຂົງເຂດ.

ນອກນັ້ນແລ້ວ ທ່ານຍັງເວົ້າວ່າ ທ່ານໄດ້ກ່າວຢໍ້າ ຕໍ່ພວກຜູ້ນຳຂອງກຳປູເຈຍແລະປະເທດ ຕ່າງໆຢູ່ໃນພູມີພາກເຖິງຄວາມຈຳເປັນ ກ່ຽວກັບການເຄົາລົບນັບຖືສິດທິມະນຸດ ການເຄົາ ລົບຕໍ່ການປົກຄອງດ້ວຍຕົວບົດກົດໝາຍແລະລະບົບການເມືອງທີ່ສົມບູນກວ່າເກົ່າ.

ການໄປຢ້ຽມຢາມຂອງທ່ານ Panetta ມີຂຶ້ນນຶ່ງມື້ກ່ອນປະທານາທິບໍດີໂອບາມາອອກເດີນ ທາງໄປຮ່ວມກອງປະຊຸມສຸດຍອດສະມາຄົມອາຊ່ຽນແລະກອງປະຊຸມສຸດຍອດເຂດເອເຊຍ ຕາເວັນອອກທີ່ນະຄອນຫຼວງກຳປູເຈຍ. ການຢ້ຽມຢາມເປັນເວລາ 3 ມື້ຂອງທ່ານໂອບາມາ ຈະຮວມທັງການຢຸດແວ່ທີ່ປະເທດໄທແລະມຽນມານຳດ້ວຍ.

ກ່ຽວຂ້ອງກັນ

XS
SM
MD
LG