ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ຄະນະກຳມະການ ປະຕິເສດ ການສືບສວນ ຂອງ ເມັກຊິໂກກ່ຽວກັບການຫາຍສາບສູນໄປຂອງພວກນັກສຶກສາ


ບັນດາຍາດຕິພີ່ນ້ອງຂອງນັກຮຽນທີ່ຫາຍສາບສູນ 43 ຄົນຈາກວິທະຍາໄລ ຄູຊົນນະບົດ Isidro Burgos ເດີນຂະບວນປະທ້ວງ ພ້ອມກັບຖືປ້າຍຂອງລູກຫຼານທີ່ຮັກຫອມຂອງ ພວກເຂົາ ໃນລະຫວ່າງການປະທ້ວງໃນນະຄອນຫຼວງ Mexico City, 26 ກໍລະກົດ, 2015.

ບັນດາ​ຜູ້​ຊ່ຽວຊານ​ສາກົນ ທີ່ກຳລັງ​ທົບ​ທວນຄືນ​ການສັນ​ລະ​ສູດ​ຂອງ​ລັດຖະບານ ​ເມັກ​ຊິ​ໂກ​ ​ກ່ຽວກັບການ​ລັກ​ພາໂຕ ເມື່ອປີ 2014 ​ແລະ ການ​ຫາຍ​ສາບສູນ​ຂອງ​ນັກຮຽນ 43 ຄົນນັ້ນ ​ໄດ້​ປະຕິເສດຕໍ່ ຄຳບັນຍາຍ​ຂອງ​ເຈົ້າ​ໜ້າ​ທີ່​ລັດຖະບານ, ​ໂດຍ​ການກ່າວ​ຫາ​ບັນດາ​ນັກ​ສືບສວນ​ສອບ​ສວນ​ວ່າ ຈັດການກັບຫຼັກ​ຖານ​ຢ່າງ​ບໍ່​ຖືກຕ້ອງ ​ແລະ ​ອາ​ໄສກາງ​ຕໍ່ການ​ກ່າວ​ຂອງ​ຜູ້​ເຫັນ​ເຫດການ​ພຽງ​ແຕ່​ຢ່າງ​ດຽວ.

ບົດ​ວິ​ເຄາະ​ຍາວ​ຫຼາຍ​ກວ່າ 400 ໜ້າໄດ້​ຖືກ​ເປີດ​ເຜີຍ​ອອກ​ໃນ​ວັນ​ອາທິດວານ​ນີ້​ໂດຍ​ຄະນະ​ກຳມະການ Inter – America ກ່ຽວ​ກັບ​ສິ​ດທິ ມະນຸດ ​ເຊິ່ງ​ເປັນ​ອົງການ​ທີ່​ປົກຄອງ​ຕົນ​ເອງທີ່ຂຶ້ນກັບ The Organization of American States. ພວກ​ເຂົາບໍ່​ໄດ້​ຄາດ​ຄະເນ​ເຖິງ​ຊະ​ຕາ​ກຳຂອງ​ພວກ​ນັກຮຽນ​ທີ່​ຫາຍ​ສາຍ​ສູນ ໄປ​ໄດ້​ໜຶ່ງ​ປີ​ແລ້ວ ​ໃນ​ລັດ Guerrero ພາກໃຕ້​ຂອງ​ ​ເມັກ​ຊິ​ໂກ.

​ແຕ່​ພວກ​ເຂົາ​ກ່າວ​ວ່າ ບໍ່​ມີ​ຫຼັກ​ຖານໃດ​ໆ​ທີ່​ສະໜັບສະໜູນ​ການ​ກ່າວ​ຫາທີ່​ເປັນ​ຈຸ​ດສູນກາງ ຂອງ ລັດ​ຖະບານ ວ່າພວກ​ນັກຮຽນ​ແມ່ນ​ໄດ້​ຖືກ​ຈັບ​ກຸມ​ໂດຍ​ຕຳຫຼວດທ້ອງ​ຖິ່ນ ​ແລະ ມອບ
ໂອນ​ໃຫ້​ພວກລ​ອບສັງ​ຫານ​ລັກລອບ​ຄ້າ​ຢາ​ຜິ​ດກົດໝາຍ ຫຼັງ​ຈາກ​ໃຊ້​ລົດ​ເມ​ເພື່ອຂົນ​ສົ່ງໄປ​ຍັງ​ບ່ອນ​ປະ​ທ້ວງ​ແຫ່ງ​ໜຶ່ງ.

ພາຍໃຕ້​ທິດສະ​ດີ​ດັ່ງກ່າວ, ​ເຊິ່ງຄັ້ງ​ທຳ​ທິດ​ໄດ້​ຖືກ​ນຳ​ສະ​ເໜີ​ໃນ​ທ້າຍ​ປີ​ກາຍ​ນີ້​ໂດຍ​ອະດີດ ​
ໄອ​ຍະ​ການ​ຂອງ ​ເມັກ​ຊິ​ໂກ ວ່າ ສົບ​ຂອງ​ນັກຮຽນ​ຫຼາຍ​ຄົນ​ຈາກ ວິ​ທະນາ​ໄລ ຄູ ຊົນນະບົດ Ayotzinapa ໄດ້ຖືກນຳໄປ ຖິ້ມໃສ່ສະຖານທີ່ຖິ້ມຂີ້ເຫຍື້ອ ແລະ ໄດ້ຖືກເຜົາໃຫ້ເປັນຖ່ານ ຢູ່ນອກ ເມືອງທີ່ຢູ່ໃກ້ຄຽງ.

ຕາມລາຍງານຂອງວັນອາທິດວານນີ້​ແມ່ນໄດ້ກ່າວວ່າ ໄຟຢູ່ບ່ອນຈູດຂີ້ເຫຍື້ອ ແມ່ນບໍ່ແຮງ ພໍທີ່ຈະຈູດຜູ້ທີ່ໄດ້ຮັບເຄາະຮ້າຍ

ຈົນເປັນຖ່ານໄດ້, ແລະ ພວກເຂົາໄດ້ກ່າວວ່າ ບັນດານັກສືບສວນສອບສວນຈາກປະເທດ Chile, Colombia, Guatemala ແລະ ສະເປນ ໄດ້ອ້າງອີງ ການຄົ້ນພົບໃສ່ການ ວິເຄາະໂດຍຜູ້ຊ່ຽວຊານອິດສະຫຼະ.

ລັດຖະບານບໍ່ໄດ້ອອກຄຳເຫັນໃດໆກ່ຽວກັບການລາຍງານນີ້ໃນຕອນແລງຂອງວັນ
ອາທິດວານນີ້.

Mexico Missing Students
please wait

No media source currently available

0:00 0:01:51 0:00

XS
SM
MD
LG