ຄະນະບຸກຄົນຈຸນຶ່ງ ທີ່ມີສະມາຊິກ 50 ຄົນດ້ວຍກັນ ທີ່ມີພາລະ
ກິດເພື່ອທຳການດັດແປງແກ້ໄຂລັດຖະທຳມະນູນຂອງອີຈິບໄດ້
ຮັບຜ່ານຮ່າງກົດໝາຍລັດຖະທຳມະນູນໃໝ່ສະບັບນຶ່ງທີ່ຮວມ
ທັງການປ່ຽນແປງຕ່າງໆໃນແຜນການໂອນອຳນາດຂອງຄະນະ
ລັດຖະບານຮັກສາການຊົ່ວຄາວ ແລະຂໍ້ກຳນົດຕ່າງໆສຳລັບ
ເວລາໃດທີ່ພວກທະຫານຈະສາມາດດຳເນີນຄະດີພວກພົນລະ
ເຮືອນໄດ້.
ຮ່າງກົດໝາຍລັດຖະທຳມະນູນສະບັບໃໝ່ນີ້ຈະຕ້ອງໄດ້ຮັບການລົງມະຕິຮັບເອົາໂດຍປະຊາຊົນຜູ້
ປ່ອນບັດ ແລະຈະໃຊ້ແທນເອກະສານທີ່ນິຍົມສາສະໜາອິດສະລາມທີ່ມີຜົນໃຊ້ເປັນກົດໝາຍພາຍ
ໃຕ້ອະດີດປະທານາທິບໍດີ Mohamed Morsi ທີ່ໄດ້ຖືກປົດອອກຈາກຕຳແໜ່ງໄປນັ້ນ. ຄາດວ່າ
ຈະມີການລົງປະຊາມະຕິຮັບເອົາຮ່າງກົດໝາຍດັ່ງກ່າວໃນເດືອນໜ້ານີ້.
ຮ່າງກົດໝາຍດັ່ງກ່າວຮຽກຮ້ອງໃຫ້ມີການເລືອກຕັ້ງປະທານາທິບໍດີແລະສະມາຊິກລັດຖະສະພາ
ດ້ວຍການດຳເນີນຂັ້ນຕອນການເລືອກຕັ້ງປະທານາທິບໍດີເລີ້ມຂຶ້ນພາຍໃນ 90 ມື້ແລະການເລືອກ
ຕັ້ງສະມາຊິກລັດຖະສະພາພາຍໃນ 6 ເດືອນ. ແຜນການໄລຍະຂ້າມຜ່ານນີ້ບົ່ງໄວ້ວ່າການປ່ອນ
ບັດເລືອກຕັ້ງເອົາສະມາຊິກລັດຖະສະພາຈະເກີດຂຶ້ນກ່ອນ ແຕ່ຮ່າງລັດຖະທຳມະນູນນີ້ຈະເປີດທາງ
ໃຫ້ມີການປ່ອນບັດເລືອກຕັ້ງເອົາປະທານາທິບໍດີ.
ກົດບັດດັ່ງກ່າວ ຈະເຮັດໃຫ້ທະຫານ ສາມາດດຳເນີນຄະດີພວກພົນລະເຮືອນໄດ້ ແຕ່ລະບຸໄວ້ຢ່າງ
ເຈາະຈົງວ່າ ການດຳເນີນຄະດີນັ້ນຈະສາມາດປະຕິບັດໄດ້ໃນສະເພາະຄະດີຕ່າງໆທີ່ພົວພັນກັບ
ຄວາມຜິດຕ່າງໆເຊັ່ນ ການໂຈມຕີໂດຍກົງຕໍ່ພວກທະຫານ ສະຖານທີ່ຕ່າງໆ ຫຼືອຸບປະກອນຂອງ
ກອງທັບເທົ່ານັ້ນ.