ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຢຸດໂຄງການຊ່ວຍເຫຼືອ ຄ່າແຮງງານ ໂຣກລະບາດ ແລະ ນະຄອນ ບຣິສເບັນ ປະກາດ ກັກບໍລິເວນ ອີກຄັ້ງ


ປ້າຍໂຄສະນາຂາຍເຄື່ອງຫຼຸດລາຄາ 70 ເປີເຊັນ ຕິດຢູ່ຮ້ານຄ້າແຫ່ງນຶ່ງໃນນະຄອນ ຊິດນີ. 6 ຕຸລາ, 2020.
ປ້າຍໂຄສະນາຂາຍເຄື່ອງຫຼຸດລາຄາ 70 ເປີເຊັນ ຕິດຢູ່ຮ້ານຄ້າແຫ່ງນຶ່ງໃນນະຄອນ ຊິດນີ. 6 ຕຸລາ, 2020.

ເງິນຊ່ວຍເຫຼືອຄ່າແຮງງານຫຼາຍພັນລ້ານໂດລາຂອງ ອອສເຕຣເລຍ ທີ່ເຊື່ອວ່າໄດ້ຊ່ວຍຮັກສາວຽກ. ງານຫຼາຍຮ້ອຍພັນຕຳແໜ່ງໃນລະຫວ່າງໂຣກລະບາດ COVID-19 ນັ້ນແມ່ນໄດ້ສິ້ນສຸດລົງແລ້ວ ແລະ ການຕິດເຊື້ອກຸ່ມນຶ່ງໄດ້ບັງຄັບໃຫ້ນະຄອນ ບຣິສເບັນ ຂອງລັດ ຄວີນສແລນ ຕ້ອງໄດ້ທຳການ ກັກບໍລິເວນ 3 ວັນ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໂຄງການຮັກສາວຽກງານ ຫຼື JobKeeper ມູນຄ່າ 53 ຕື້ ແມ່ນໂຄງການເສດຖະກິດທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງ ອອສເຕຣເລຍ. ມັນໄດ້ຮັບປະກັນເງິນເດືອນຂອງພະນັກງານແມ່ນກະທັ້ງເວລາທີ່ທຸລະກິດໄດ້ຖືກບັງຄັບໃຫ້ປິດໃນລະຫວ່າງການກັກບໍລິເວນ.

ໃນນະຄອນຫຼວງ ແຄນເບີຣາ, ລັດຖະບານໄດ້ກ່າວວ່າການຟື້ນຟູແມ່ນກຳລັງດຳເນີນການ, ມັນເຖິງເວລາສຳລັບເສດຖະກິດທີ່ຈະຊ່ວຍເຫຼືອຕົນເອງ.

ບັນດາເຈົ້າໜ້າທີ່ອາວຸໂສໄດ້ກ່າວວ່າ ໂຄງການຮັກສາວຽກງານຈະຖືກແທນທີ່ໂດຍໂຄງການກະ ຕຸ້ນທີ່ຖືກແນເປົ້າໄວ້, ເປັນຂັ້ນຕອນທຳອິດເຊິ່ງຈະຂະຫຍາຍໂຄງການເພື່ອຈ່າຍສ່ວນນຶ່ງຂອງເງິນເດືອນພັກນັກງານ.

ແຕ່ບັນດານັກວິຈານເຊື່ອວ່າ ການເຄື່ອນໄຫວທີ່ວ່ານັ້ນແມ່ນໄວເກີນໄປ, ແລະ ການສິ້ນສຸດໂຄງ ການເງິນຊ່ວຍເຫຼືອດັ່ງກ່າວຈະເຮັດໃຫ້ວຽກງານຫຼາຍຕຳແໜ່ງເປັນອັນຕະລາຍ.

ທ່ານນາງ ລີແອນ ຮາຫວູດ ແມ່ນຜູ້ອຳນວຍການບໍລິຫານທີ່ຮັບຜິດຊອບສຳລັບ ຍີ່ປຸ່ນ, ອອສເຕຣເລຍ ເອເຊຍ ແລະ ປາຊີຟິກ ຂອງ ກຸ່ມ InterContinental Hotels & Resort.

ທ່ານນາງໄດ້ຫວັງວ່າ ໂຄງການຮັກສາວຽກງານຈະໃຫ້ການຊ່ວຍເຫຼືອຕໍ່ອຸດສາຫະກຳການທ່ອງ ທ່ຽວ.

ທ່ານນາງ ລີແອນ ຮາຫວູດ ກ່າວວ່າ “ຖ້າປາສະຈາກມັນພວກເຮົາຈະບໍ່ຕ້ອງໄດ້ຈ້າງຄົນຫຼາຍກວ່ານີ້. ມັນໜ້າເສົ້າ, ພວກເຮົາຈະສູນເສຍຄົນຫຼາຍຕື່ມອີກ ແລະ ພວກເຮົາຄົງຈະຕ້ອງໄດ້ປິດປະຕູໂຮງ ແຮມຂອງພວກເຮົາຕື່ມອີກ ແລະ ຕອນນີ້ພວກເຮົາສາມາດທີ່ຈະເປີດຫຼາຍແຫ່ງ. ພວກເຮົາສາມາດທີ່ຈະຈ້າງຄົນເຮັດວຽກ, ເຊິ່ງມັນໄດ້ສ້າງຄວາມແຕກຕ່າງຫຼາຍໃນຊີວິດຂອງຫຼາຍຄົນ, ແລະ ຂ້າພະ ເຈົ້າເປັນຫ່ວງຢ່າງຍິ່ງ ກ່ຽວກັບ ສິ່ງທີ່ຈະເກີດຂຶ້ນເວລາທີ່ໂຄງການຮັກສາວຽກງານໝົດໄປ.”

ໂຣກລະບາດໄດ້ເຮັດໃຫ້ ອອສເຕຣເລຍ ຕົກຢູ່ໃນພາວະເສດຖະກິດຕົກຕໍ່າເປັນຄັ້ງທຳອິິດ ນັບຕັ້ງ ແຕ່ຊຸມປີ 1990 ເປັນຕົ້ນມາ. ແຕ່ມັນມີຫຼັກຖານທີ່ເສດຖະກິດແມ່ນກຳລັງຟື້ນຕົວກັບຄືນມາຢ່າງແຂງແຮງ.

ຕົວເລກເມື່ອບໍ່ດົນມານີ້ຈາກກຫ້ອງການສະຖິຕິ ອອສເຕຣເລຍ ໄດ້ສະແດງໃຫ້ເຫັນອັດຕາການຫວ່າງງານ ຫຼຸດລົງຈາກ 6.6 ເປີເຊັນໃນເດືອນທັນວາ 2020 ລົງເປັນ 6.4 ເປີເຊັນໃນເດືອນມັງ ກອນ.

ອອສເຕຣເລຍ ໄດ້ຄວບຄຸມໄວຣັສໄດ້ເປັນສ່ວນຫຼາຍ, ແຕ່ການຕິດເຊື້ອຂະໜາດນ້ອຍ ແລະ ຫຼາຍຂຶ້ນໃນນະຄອນ ບຣິສເບັນ ໄດ້ບັງຄັບໃຫ້ບັນດາເຈົ້າໜ້າທີ່ສັ່ງກັກບໍລິເວນ 3 ວັນ ເລີ່ມຕົ້ນວັນຈັນວານນີ້, ແລະ ຄຳສັ່ງໃຫ້ຢູ່ໃນບ້ານກໍຈະຖືກນຳໃຊ້. ຜູ້ປົກຄອງລັດ ຄວີນສແລນ ທ່ານນາງ ອານາສຕາເຊຍ ພາລາເຊ ໄດ້ກ່າວວ່າ ທ່ານນາງ “ເປັນຫ່ວງຫຼາຍ.”

ແນວໃດກໍຕາມ, ໃນລັດ ນິວ ຊາວ ແວລສ໌ ທີ່ຢູ່ໃກ້ຄຽງ ຂໍ້ຫ້າມ COVID-19 ຫຼາຍອັນແມ່ນໄດ້ຖືກຫຼຸດຜ່ອນລົງແລ້ວໃນວັນຈັນວານນີ້. ການຮ້ອງເພງ ແລະ ເຕັ້ນລຳຕອນນີ້ແມ່ນໄດ້ຮັບອະນຸຍາດ, ແລະ ອະນຸຍາດໃຫ້ໄນ້ຄລັບເປີດຄືນ. ສະໜາມກິລາ ແລະ ໂຮງລະຄອນກໍໄດ້ປະຕິບັດການເຕັມຄວາມສາມາດ 100 ເປີເຊັນ ແລະ ການໃສ່ໜ້າກາກກໍບໍ່ໄດ້ເປັນຂໍ້ບັງຄັບອີກຕໍ່ໄປຢູ່ການສັນຈອນສາທາລະນະ.

ໂຄງການສັກຢາຂະໜາດໃຫຍ່ທົ່ວປະເທດກໍກຳລັງດຳເນີນໄປເຊັ່ນກັນ.

ອອສເຕຣເລຍ ໄດ້ບັນທຶກຫຼາຍກວ່າ 29,200 ກໍລະນີໄວຣັສໂຄໂຣນາ ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ. 909 ຄົນໄດ້ເສຍຊີວິດ ອີງຕາມກະຊວງສາທາລະນະສຸກ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG