ຮອງປະທານາທິບໍດີປານາມາ ໄດ້ຮັບໄຊຊະນະຢ່າງບໍ່ນຶກ
ບໍ່ຝັນ ໃນການເລືອກຕັ້ງປະທານາທິບໍດີ.
ທ່ານ Juan Carlos Varela ທີ່ໄດ້ເອົາໂຕອອກຫ່າງ ຈາກ
ປະທາ ນາທິບໍດີ Ricardo Martinelli ທາງດ້ານການເມືອງ
ໄດ້ຖືກປະກາດໃຫ້ເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີ
ໃນວັນອາທິດວານນີ້.
ວັນປ່ອນບັດເລືອກຕັ້ງໄດ້ເລີ້ມຂຶ້ນ ພ້ອມກັບຜົນການຢັ່ງຫາງ
ສຽງຫຼາຍໆບັ້ນ ທີ່ຊີ້ໃຫ້ເຫັນການແຂ່ງຂັນທີ່ສູສີກັນໃນບັນດາ
ຜູ້ສະມັກ3 ຄົນທຳອິດທີ່ໄດ້ຄະແນນສູງສຸດ. ແຕ່ບໍ່ມີການຢັ່ງ
ສຽງອັນໃດ ສະແດງໃຫ້ເຫັນວ່າ ທ່ານ Valera ມີຄະແນນນຳໜ້າ. ທ່ານ Valeraໄວ 50 ປີ ເປັນທາຍາດຂອງຄອບຄົວນຶ່ງ ທີ່ຮັ່ງມີທີ່ສຸດຂອງປານາມາ.
ການຢັ່ງສຽງສ່ວນຫຼາຍ ສະແດງວ່າ ທ່ານ Jose Domingo Arias ລັດຖະມົນຕີກະຊວງ
ເຄຫາສະຖານມີຄະແນນນຳໜ້າເລັກນ້ອຍ. ທ່ານ Arias ເປັນຜູ້ທີ່ປະທານາທິບໍດີເລືອກ
ເອົາໃຫ້ເປັນຜູ້ຂຶ້ນດຳລົງຕຳແໜ່ງແທນທ່ານ. ຜູ້ສະມັກແຂ່ງຂັນເປັນຮອງປະທານາທິບໍດີ
ກັບທ່ານ Arias ແມ່ນພັນລະຍາ ຂອງປະທານາທິບໍດີ Martinelli ເອງ.
ຜູ້ສະມັກລະດັບສູງອີກຄົນນຶ່ງແມ່ນ ທ່ານ Juan Carlos Navarro ອະດີດເຈົ້າຄອງ
ກຳແພງນະຄອນຫລວງ Panama City.