ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ປານາມາ ສະເໜີ ໃຫ້ທົບທວນ ເບິ່ງການປະຕິບັດ ດ້ານການເງິນ


Panama Papers Hack
please wait
Embed

No media source currently available

0:00 0:01:11 0:00

ປະທານາທິບໍດີ​ປາ​ນາມາ ທ່ານ Juan Carlos Varela ກ່າວ​ວ່າ ລັດຖະບານປາ​ນາມາ​ຈະ​ສ້າງຕັ້ງຄະນະ​ກຳມາ​ທິການ​ທີ່​ເປັນ​ອິດສະຫຼະຂຶ້ນເພື່ອ​ທົບ​ທວນ​ເບິ່ງ​ຂັ້ນຕອນ​ການ​ປະຕິບັດ​ ທາງດ້ານ​ການ​ເງິນ​ຂອງ​ປະ​ເທດ ຫລັງ​ຈາກ​ໄດ້​ເກີດ​ຂ່າວ​ນອງ​ນັນ​ກ່ຽວ​ກັບ​ເອກ​ກະສາ​ນປາ​ນາມາ.

ທ່ານ Varela ກ່າວ​ຢູ່​ໃນ​ຖະ​ແຫລ​ງການສັ້ນໆ​ ທາງໂທລະພາບ​ ທີ່​ອອກ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ຄະນະ​ກຳມະການ​ນີ້ ​ປະກອບ​ດ້ວຍພວກ​ນັກ​ຊ່ຽວຊານ​ທັງ​ພາຍໃນ ແລະ​ຕ່າງປະ​ເທດ ​ເພື່ອ​ຊັ່ງຊາ​ຕີ​ລາຄາ​ເບິ່ງ​ຂັ້ນຕອນ​ການ​ປະຕິບັດ​ທາງ​ດ້ານການ​ເງິນ​ຂອງ​ປະ​ເທດແລະ​ການ ສະ​ເໜີ​ໃຫ້​ເອົາ​ມາດ​ຕະການ​ເພື່ອ​ເສີມ​ຄວາມ​ເຂັ້ມແຂງ​ໃຫ້ແກ່​ຄວາມ​ໂປ່​ງ​ໃສ​ທາງ​ດ້ານ​ການ​ເງິນ​ແລະ​ລະບົບ​ກົດໝາຍ​. ທ່ານ Varela ກ່າວ​ວ່າ ປາ​ນາມາ​ຈະ​ແບ່ງ​ປັນ​ໃຫ້​ປະ​ເທດ​ອື່ນໆ​ຮູ້ຈັກ​ກ່ຽວ​ກັບ​ຄຳ​ແນະນຳຂອງ​ຄະນະ​ກຳມະການ​ເພື່ອ​ວ່າ​ຈະ​ໄດ້​ມີ​ການ​ເອົາ​ບາດກ້າວ​ຮ່ວມ​ກັນ​ ສຳລັບ​ເພີ້ມຄວາມ​ເຂັ້ມແຂງ​ ໃຫ້​ແກ່​ຄວາມ​ໂປ່​ງ​ໃສໂດຍ​ທົ່ວ​ໄປສຳລັບ​ພາກສ່ວນ​ເສດ ຖະກິດ.

​ໃນ​ຂະນະ​ດຽວ​ກັນ ຝຣັ່ງ​ໄດ້​ຕື່ມ​ຊື່​ປາ​ນາມາ​ເຂົ້າ​ໃສ່​ບັນຊີ​ສີຂີ້​ເທົ່າ​ກ່ຽວ​ກັບ​ບ່ອນ​ຫຼົບລີ້ບໍ່​ເສຍ​ພາສີ​ຂອງ​ໂລກ​ແລະ​ຊຸກຍູ້​ໃຫ້​ອົງການ​ນາໆ​ຊາດ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງດ້ານ​ເສດຖະກິດ​ແລະ​ການ​ພັດທະນາຫຼື OECD ດຳ​ເນີນ​ການ​ແບບ​ດຽວ​ກັນນີ້.

​ເລຂາທິການ​ໃຫຍ່​ຂອງອົງການ OECD ທ່ານ Angle Gurria ກ່າວ​ວ່າ ການ​ຮົ່ວ​ໄຫຼຂອງ​ເອກ​ກະສາ​ນປາ​ນາ​ມາສະ​ແດງ​ໃຫ້​ເຫັນ​ວ່າພາກ​ສ່ວນ​ເສດຖະກິດຂອງ​ປະ​ເທດ​ມີ​ການ​ໂຍະ ຍານ​ຜ່ອນຜັນ​ໃຫ້​ແກ່​ວັດ​ທະນະ​ທຳ​ຂອງ​ການມີຄວາມ​ລັບ ​ແລະ ​ເອີ້ນສິ່ງ​ດັ່ງກ່າວ​ວ່າເປັນ​ສະຖານທີ່​ສຳຄັນແຫ່ງ​ບ​ສຸດ​ທ້າຍ​ທີ່​ອະນຸຍາດລູກ​ຄ້າ​ຂອງ ຕົນເຊື່ອງ​ເງິນ​ຈາກ​ພວກ​ເຈົ້າໜ້າ​ທີ່​ຄຸ້ມ​ຄອງ​ກົດໝາຍ.

ບໍລິສັດ​ທະນາຍຄວາມ​ Mossack Fonseca ຂອງ​ປາ​ນາມາ ​ທີ່​ພົວພັນ​ກັບ​ຂ່າວ​ນອງ​ນັນ ຄັ້ງນີ້ກ່າວ​ວ່າ ​ເອກ​ກະສາ​ນ 11 ລ້ານ 5 ​ແສນ​ໜ້າ ​ໄດ້​ຮົ່ວ​ໄຫລ​ຈາກຫ້ອງການ​ຂອງ​ຕົນ​ໃນ​ອາທິດ​ນີ້ກ່ຽວ​ກັບ​ບັນຊີ​ເງິນ​ຝາກ​ຢູ່​ຕ່າງປະ​ເທດ​ຂອງ​ພວກ​ທີ່​ຮັ່ງມີ ມີ​ອິດ​ທິພົນແລະ​ມີ​ຊື່​ສຽງ​ຂອງ​ໂລກ​ທີ່​ໄດ້​ຖືກ​ລັກຂະ​ໂມ​ຍ​ໂດຍພວກ​ເຈາະຂໍ້​ມູນ​ແຮັກເກີ້ ບໍ່​ແມ່ນ​ເປີດ​ເຜີຍ​ຄວາມ​ລັບ​ໂດຍ​ບຸກຄົນ​ພາຍ​ໃນ.

ທ່ານ Ramon Fonseca ນຶ່ງ​ໃນ​ບັນດາ​ຜູ້​ກໍ່ຕັ້ງບໍລິສັດ Mossack Fonseca ກ່າວ​ໃນ ​ວັນ​ອັງຄານ​ວານ​ນີ້ວ່າ ການ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ຄອມ​ພິວ​ເຕີ້ແມ່ນ​ມາ​ຈາກ​ຕ່າງ​ປະ​ເທດແຕ່ ບໍ່ໄດ້​ແຈ້ງ​ໃຫ້​ຊາບ​ວ່າແມ່ນ​ປະ​ເທດ​ໃດແທ້. ທ່ານກ່າວ​ວ່າພວກ​ເຮົາ​ມີ​ທິດ​ສະ​ດີແລະ​ຈະ​ຕິດ ຕາມເບິ່ງ​ທິດ​ສະ​ດີ​ດັ່ງກ່າວ.

XS
SM
MD
LG