ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃນການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ເອົາປະທານາທິບໍດີໃນ ປາ​ນາ​ມາ ມີຜູ້​ສະ​ໝັກ ປະ​ກາດ​ຈະ​ຕໍ່​ສູ້ເລື້ອງຄວາມບໍ່ສະເໝີພາບ


ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງເລືອ​ກ​ຕັ້ງທົ່ວ​ໄປ ​ໃນ​ເມືອງ​ປາ​ນາ​ມາ ວັນ​ທີ 5 ພຶດ​ສະ​ພາ 2019.
ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງເລືອ​ກ​ຕັ້ງທົ່ວ​ໄປ ​ໃນ​ເມືອງ​ປາ​ນາ​ມາ ວັນ​ທີ 5 ພຶດ​ສະ​ພາ 2019.

ສານການ​ເລືອກ​ຕັ້ງ​ຂອງ​ປາ​ນາ​ມາ ໄດ້​ປະ​ກາດ​ວ່າຜູ້​ສະ​ໝັກ​ຝ່າ​ຍ​ຄ້ານ ທ່ານ​ຣໍ​ເຣັນ​ຕີ​ໂນ
ກອກ​ຕີ​ໂຊ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ຊິ​ກຳ “ໄດ້​ເປັນ​ຜູ້​ຊະ​ນະ” ໃນ​ກ​ານ​ເລືອກ​ຕັ້ງ​
ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ອາ​ທິດ​ວານ​ນີ້.

ດ້ວຍ 92.5 ເປີ​ເຊັນ​ຂອງ​ກາ​ນ​ນັບ​ບັດ​ລົງ​ຄະ​ແນນ​ສຽງ ຜູ້​ທີ່​ໄດ້​ຮັບ​ການ​ສຶກ​ສາ ​ຢູ່​ໃນ​ສະ
​ຫະ​ລັດ ອາ​ຍຸ 66 ປີ ທ່ານ “ນິ​ໂຕ” ກອກ​ຕິ​ໂຊ ຂອງ​ພັກ​ປະ​ຕິ​ວັດ​ປະ​ຊາ​ທິ​ປະ​ໄຕ​ກາງ​ອຽງ
​ຊ້າຍ (PRD) ໄດ້​ຊະ​ນະ​ປະ​ມານ 33 ເປີ​ເຊັນ ໃນ​ຂະ​ນະ​ທີ່​ຄູ່​ແຂ່ງ​ຂອງ​ທ່ານ​ທີ່​ໄດ້​ຄະ​ແນນ
​ໃກ້ຄຽງ​ທີ່​ສຸດ ທ່ານ​ໂຣ​ມູໂລ ຣຸກ​ສ໌ພັກ​ປ່ຽນ​ແປງປະ​ຊາ​ທິ​ປະ​ໄຕກາງ​ອຽງ​ຂວາ (DC) ໄດ້
ຮັບປະ​ມານ 31 ເປີ​ເຊັນ ນຳ​ໜ້າສອງ​ເປີ​ເຊັນ​ທີ່​ສານ​ໄດ້​ກ່າວໄປວ່າ ຈະ “ຕ່າວປີ້ນບໍ່​ໄດ້
ເຖິງ​ແມ່ນ​ວ່າຈະ​ໃກ້​ຄຽງ​ທີ່​ໜ້ອຍກວ່າ 40,000 ສຽງຕໍຕາມ.

ຢູ່​ໃນ​ຄຳ​ປາ​ໄສ​ໃນ​ການໄດ້ຮັບໄຊ​ຊະ​ນະ​ຂອງ​ທ່ານນັ້ນ ທ່ານກອກ​ຕິ​ໂຊ ໄດ້ຮຽກ​ຮ້ອງ​ໃຫ້
​ປະ​ເທດ​ສາມະ​ກັນ.

ທ່ານກອກ​ຕິ​ໂຊຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນວັນ​ທີ 1 ກໍ​ລະ​ກົດ​. ທ່ານ​ຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​
ກ້ຳ​ເກີ່ງ​ໃນ​ຄວາມ​ສຳ​ພັນ​ກັບ ວໍ​ຊິງ​ຕັນ ແລະ​ປັກ​ກິ່ງ ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ອອກ​ຈາກ​
ຕຳ​ແໜ່ງ ທ່ານ​ຮວນ ຄາ​ຣ​ໂລ​ສ ວາ​ເຣີ​ລາ ໄດ້​ສະ​ຖາ​ປະ​ນາ​ຄວາມ​ສຳ​ພັນ​ດ້ານ​ການ​ທູດ
​ຢ່າງ​ເປັນ​ທາງ​ການກັບຈີນ ແລະ​ໄດ້​ເຊັນ​ໂຄງ​ການທີ່​ເປັນໂຄງຮ່າງຕ່າງໆ. ຈີນ ບັດ​ນີ້​ໄດ້
​ເປັນ​ລູກ​ຄ້າ​.

ອ່​ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG