ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປານາມາ ກ່າວວ່າ ກຳປັ່ນ ເກົາຫຼີເໜືອ ສາມາດ ອອກຈາກ ປານາມາໄດ້


ເຈົ້າໜ້າທີ່ຍາມລັງສິນຄ້າໃນກຳປັ່ນບັນທຸກສິນຄ້າເກົາຫຼີເໜືອ ທີ່ທ່າເຮືອ ເມືອງ Colon City, ປານາມາ.
ວັນທີ 17 ກໍລະກົດ 2013.
ເຈົ້າໜ້າທີ່ຍາມລັງສິນຄ້າໃນກຳປັ່ນບັນທຸກສິນຄ້າເກົາຫຼີເໜືອ ທີ່ທ່າເຮືອ ເມືອງ Colon City, ປານາມາ. ວັນທີ 17 ກໍລະກົດ 2013.
​ໄອ​ຍະ​ການ​ປາ​ນາມາ ກ່າວ​ວ່າ ກຳ​ປັ່ນ​ເກົາຫຼີ​ເໜືອ​ລຳ​ນຶ່ງ ທີ່​ຖືກ
​ຍຶດ ​ໃນ​ຂໍ້ກ່າວ​ຫາ​ວ່າລັກລອບ​ຂົນ​ອາວຸດ​ຄິວ​ບາ​ນັ້ນ ສາມາດ​
ເດີນທາງອອກ​ຈາກ​ປະ​ເທດ​ໄດ້​ແລ້ວ ​ແຕ່​ກ່າວ​ວ່າ ຍັງ​ບໍ່​ທັນ
​ມີ​ການ​ຕັດສິນ​ໃຈ​ໃດໆ​ເທື່ອ ​ກ່ຽວ​ກັບ​ພວກ​ລູກ​ເຮືອ 35 ຄົນ ​
ໃນ​ກຳ​ປັ່ນ​ລຳ​ນີ້ ຊຶ່ງ​ກົງ ກັນຂ້າມ​ກັບ​ລາຍ​ງານ​ທີ່​ອອກ​ກ່ອນ
ໜ້າ​ນີ້.

ທ່ານ Nahaniel Murgas ​ໄອ​ຍະ​ການ​ປາ​ນາມາ ກ່າວ​ຕໍ່​ບັນດາ​ນັກ
​ຂ່າວ​ໃນ​ແລງ​ວັນ​ພຸດ​ວານ​ນີ້​ວ່າທາງ​ຫ້ອງການ​ຂອງ​ທ່ານ​ ໄດ້​ຮັບ​ຄຳ​
ຮ້ອງ​ສະບັບ​ນຶ່ງ​ທີ່​ຮຽກຮ້ອງ​ໃຫ້​ເອົາ​ມາດ​ຕະການ​ຕ່າງໆ​ກ່ຽວ​ກັບ​ພວກ​
ລູກ​ເຮືອ​ ​ແຕ່​ຍັງ​ບໍ່​ທັນ​ໄດ້​ທຳ​ການ​ຕັດສິນ​ໃຈ​ໃດໆ​ກ່ຽວ​ກັບ​ເລື້ອງ​ນີ້.

ທ່ານ Murgas ກ່າວ​ວ່າ ກຳ​ປັ່ນ​ຂອງ​ເກົາຫຼີ​ເໜືອສາມາດ​ອອກ​ເດີນທາງ​ຕໍ່ໄດ້​ແລ້ວ ​ແຕ່​ອາດ​ຈະ
ອອກ​ຈາກ​ປະ​ເທດ​ໄປ​ບໍ່ໄດ້ໂດຍ​ບໍ່​ເສຍ​ຄ່າ​ປັບໃໝ​ໃຫ້​ທາງ​ເຈົ້າ​ໜ້າ​ທີ່​ກຳກັບ​ຄອງ​ປາ​ນາມາ​ເສຍ
​ກ່ອນ.

​ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານ​ນີ້ ທ່ານ Murgas ກ່າວ​ວ່າ ມີ​ພຽງ​ແຕ່​ກັນ​ຕັນ​ເຮືອ ​ແລະ​ຜູ້​ຊ່ອຍ ກັບ​ຕັນ
​ເຮືອ​ຄົນ​ທຳ​ອິດ​ແລະ​ເຈົ້າ​ໜ້າ​ທີ່​ເກົາຫຼີເໜືອຄົນ​ນຶ່ງ​ໃນ​ເຮືອ​ເທົ່າ​ນັ້ນ ຈະ​ປະ​ເຊີນ​ກັບ​ຂໍ້​ກ່າວຫາ​ຖານ
​ລັກລອບ​ຂົນ​ສົ່ງ​ອາວຸດ​.

ກຳ​ປັ່ນ Chong Chon Gang ຂອງ​ເກົາຫຼີ​ເໜືອ​ ພ້ອມ​ດ້ວຍ​ພວກ​ລູກ​ເຮືອ ​ໄດ້​ຖືກ​ຍຶດ​ໃນ​ເດືອນ​
ກໍລະກົດ​ຜ່ານ​ມາ ​ໃນ​ຖານ​ສົງ​ໄສວ່າ ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ. ​ແຕ່​ການ​ຊອກ​ຄົ້ນ​ໃນ​ກຳ​ປັ່ນ​ແລ້ວ
ພົບ​ເຫັນ​ພວກ​ອາວຸດ​ຕ່າງໆ​ມາ​ຈາກ​ຄິວ​ບາ ຮວມທັງ​ເຮືອບິນ​ລົບ​ໄອ​ພົ່ນ 2 ລຳ​ທີ່​ຖືກ​ຊຸກ​ເຊື່ອງ​ໄວ້​ໃນ
​ກ້ອງ​ພວກ​ສິນຄ້າ​ນ້ຳຕານ.

ປາ​ນາ​ມາ​ກ່າວ​ວ່າ ການ​ສົ່ງ​ພວກ​ອາວຸດ​ເຫຼົ່າ​ນີ້ ​ເປັນ​ການລະ​ເມີດ​ການ​ຫ້າມ​ສົ່ງ​ອາວຸດ​ຂອງ​ນາໆ​ຊາດ​
ຕໍ່​ເກົາຫຼີ​ເໜືອ​.

ທາງ​ລັດຖະບານ​ກຸງ​ຮາ​ວານາ ​ແລະ​ກຸງ​ພຽງ​ຢ້າງ ຕ່າງກໍ​ກ່າວ​ວ່າ ພວກ​ອາວຸດ​ເຫຼົ່າ​ນີ້​ແມ່ນ​ອາວຸດ​ເກົ່າ
​ລ້າ​ສະ​ໄໝ ​ແລະ​ຖືກ​ສົ່ງ​ໄປ​ຍັງ​ເກົາຫຼີ​ເໜືອ​ເພື່ອ​ສ້ອມ​ແປງ ກ່ອນ​ຈະ​ຖືກ​ສົ່ງ​ກັບ​ຄືນ​ໄປ​ຍັງ​ຄິວ​ບາ.

​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້ ບໍ່​ໄດ້​ຊີ້​ແຈງ​ໃຫ້​ຮູ້​ວ່າ ​ເປັນ​ຫຍັງ​ພວກ​ອາວຸດ​ເຫຼົ່າ​ນີ້​ຈຶ່ງ​ຖືກ​ຊຸກ​ເຊື່ອງ​ໄວ້​ໃນ
ກ້ອງ​ຖົງ​ນ້ຳຕານ​ນັ້ນ.

XS
SM
MD
LG