ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ປານາມາ ບຸກເຂົ້າ ຫ້ອງການຂອງ ບໍລິສັດ Mossack Fonseca


ເຈົ້າໜ້າຕຳຫຼວດຄົນໜຶ່ງຢືນປ້ອງກັນຢູ່ນອກບໍລິສັດທະນາຍຄວາມ Mossack Fonseca ໃນນະຄອນຫຼວງ ປານາມາ. ປະເທດ ປານາມາ. 12 ເມສາ, 2016.
ເຈົ້າໜ້າຕຳຫຼວດຄົນໜຶ່ງຢືນປ້ອງກັນຢູ່ນອກບໍລິສັດທະນາຍຄວາມ Mossack Fonseca ໃນນະຄອນຫຼວງ ປານາມາ. ປະເທດ ປານາມາ. 12 ເມສາ, 2016.

ສາຍລັບຂອງລັດຖະບານກາງໃນປະເທດ ປານາມາ ໄດ້ບຸກເຂົ້າໄປໃນຫ້ອງການຫຼາຍ ແຫ່ງຂອງບໍລິສັດທະນາຍຄວາມ Mossack Fonseca, ເຊິ່ງມີການເຊື່ອມຕໍ່ກັບບັນຊີທະ ນາຄານນອກປະເທດຈຳນວນຫຼາຍ ທີ່ກ່ຽວຂ້ອງກັບຜູ້ນຳໂລກຫຼາຍຄົນ.

ໄອຍະການສູງສູດຂອງປະເທດ ປານາມາ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ ບັນດາ ໄອຍະການ ແລະ ຕຳຫຼວດໄດ້ຄົ້ນຫາຫຼັກຖານຕ່າງໆທີ່ຈະສ້າງຄວາມເປັນໄປໄດ້ໃນການ ນຳໃຊ້ເພື່ອ “ກິດຈະກຳທີ່ຜິດກົດໝາຍຂອງບໍລິສັດດັ່ງກ່າວ.” ບໍລິສັດ Mossack Fonseca ໄດ້ຖືກກ່າວຫາວ່າຊ່ວຍເຫຼືອໃນການຫຼີກລ່ຽງພາສີ ແລະ ການສໍ້ໂກງ.

ບັນດາເຈົ້າໜ້າທີ່ໄດ້ໄປລວມກັນທີ່ສຳນັກງານໃຫຍ່ຂອງບໍລິສັດໃນຕອນແລງຂອງວັນອັງ ຄານວານນີ້ ເພື່ອກວດຄົ້ນຫາຫຼັກຖານໃນຫ້ອງການຫຼາຍແຫ່ງມາສະໜັບສະໜູນຂໍ້ຫາທີ່ ວ່າ ນັ້ນ. ໃນຂະນະດຽວກັນ ບໍລິສັດທະນາຍຄວາມນັ້ນ ກໍໄດ້ຂຽນຂໍ້ຄວາມໃນ Twitter ຂອງພວກເຂົາເຈົ້າວ່າ ຕົນ “ຈະສືບຕໍ່ຮ່ວມມືກັບບັນດາເຈົ້າໜ້າທີ່” ໃນຂະບວນການສືບ ສວນສອບສວນຕ່າງໆ.

ຂໍ້ມູນໃນເອກະສານທີ່ເອີ້ນວ່າ “ເອກະສານ ປານາມາ ຫຼື Panama Papers,” ໄດ້ຮົ່ວ ໄຫຼອອກໄປໃນໂລກອອນໄລນ໌ດົນກວ່າໜຶ່ງສັບປະດາມາແລ້ວ, ເຊິ່ງເປັນເອກກະສານທີ່ ລວມມີການບັນທຶກຕ່າງໆ ຈາກບໍລິສັດ Mossack Fonseca ທີ່ໄດ້ລະບຸວ່າພວກເຂົາເຈົ້າ ໄດ້ຈັດຕັ້ງບ່ອນຫຼົບໜີການຈ່າຍພາສີນອກປະເທດ ສຳລັບລູກຄ້າທີ່ລ້ຳລວຍຈາກຕ່າງປະ ເທດເປັນຈຳນວນຫຼວງຫຼາຍ.

ຜູ້ກໍ່ຕັ້ງບໍລິສັດ ທ່ານ Ramon Fonseca ກ່າວວ່າ ບໍລິສັດຕົນບໍ່ໄດ້ເຮັດຜິດກົດໝາຍຂໍ້ໃດ ແລະ ບໍ່ໄດ້ທຳລາຍເອກະສານຈັກສະບັບ.

ລູກຄ້າຂອງບໍລິສັດດັ່ງກ່າວລວມມີປະທານາທິບໍດີຂອງປະເທດ ຢູເຄຣນ ທ່ານ Petro Poroshenko, ຜູ້ທີ່ເປັນເພື່ອນຂອງປະທານາທິບໍດີຂອງ ປະເທດ ຮັດເຊຍ ທ່ານ Vladimir Putin ແລະ ບັນດາຍາດຕິພີ່ນ້ອງຂອງນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron, ນາຍົກ ລັດຖະມົນຕີ ປາກິສຖານ ທ່ານ Nawaz Sharif ແລະ ປະທານປະ ເທດຂອງ ຈີນ ທ່ານ ສີ ຈິ່ນຜິງ.

ອ່ານຂ່າວເລື່ອງນີ້ເປັນພາສາອັງກິດ

Panama Papers Raid
please wait
Embed

No media source currently available

0:00 0:01:21 0:00

XS
SM
MD
LG