ການປະເມີນຄ່າຢ່າງເຕັມສ່ວນ ແລະ ຜົນທີ່ຕາມມາຈາກສະຖິຕິທີ່ຮົ່ວໄຫຼ ກ່ຽວກັບ ບັນຊີ ທະນາຄານນອກປະເທດ ຈາກບໍລິສັດຂອງປະເທດ ປານາມາ ແມ່ນຍັງບໍ່ທັນກະຈ່າງແຈ້ງ ເທື່ອ, ມັນຍັງມີຫຼາຍເລື່ອງເພີ່ມເຕີມ ກ່ຽວກັບວ່າ ພວກເຂົາເຈົ້າຄາດວ່າຈະມີຂຶ້ນໃນສອງ ສາມມື້ຂ້າງໜ້ານີ້, ແຕ່ວ່າລັດຖະບານຕ່າງໆໃນທົ່ວໂລກແມ່ນໄດ້ຮຽກຮ້ອງໃຫ້ມີການສືບ ສວນສອບສວນ ຫຼື ຕິຕຽນການລາຍງານດັ່ງກ່າວ ຄ້າຍກັບວ່າການໂຈມຕີບໍ່ໄດ້ຖືກພົບ ເຫັນ.
ປະທານາທິບໍດີຂອງປະເທດ ປານາມາ ທ່ານ Juan Carlos Varela ແມ່ນໜຶ່ງໃນຈຳ ນວນຜູ້ທີ່ຕໍ່ສູ້ກັບຄວາມໂປ່ງໄສຢ່າງເປີດເຜີຍ, ກ່າວວ່າ ລັດຖະບານຂອງທ່ານຍິນດີຕ້ອນ ຮັບການສືບສວນສອບສວນທຸກຢ່າງທີ່ປົກປ້ອງລະບົບການເງິນຂອງພວກເຂົາເຈົ້າຈາກ ການຖືກລ່ວງລະເມີດ.
ທ່ານ Will Fitzgibbon ນັກຂ່າວຄົນໜຶ່ງຂອງສະມາຄົມແຫ່ງນັກຂ່າວການສືບສວນສອບ ສວນສາກົນ ທີ່ນຳໜ້າໃນການກວດສອບເອກະສານຕ່າງໆຈາກບໍລິສັດທະນາຍຄວາມ Mossack Fonseca ໄດ້ກ່າວຕໍ່ວີໂອເອວ່າ ກິດຈະກຳທີ່ຜິດກົດໝາຍ ຫຼື ທາງສິນທຳທີ່ ຖືກສົງໄສນັ້ນ ແມ່ນຈຳນວນນ້ອຍໃນຈຳນວນອົງກອນຕ່າງໆ 220,000 ແຫ່ງຢູ່ໃນເອກະ ສານນັ້ນ. ແຕ່ທ່ານໄດ້ກ່າວວ່າ ແມ່ນກະທັ້ງດ້ວຍເປີເຊັນທີ່ນ້ອຍ ໃນການຊ່ວຍເຫຼືອການສໍ້ ລາດບັງຫຼວງ ຫຼື ການໃຫ້ສິນບົນ, ສິ່ງດັ່ງກ່າວນັ້ນສຳລັບທະນາຍຄວາມຈຳນວນຫຼາຍແລ້ວ ມັນກໍຫຼາຍພໍທີ່ຈະພິຈາລະນາລະບົບການເງິນທັງໝົດນັ້ນ.