ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍແພດສັນຍະກໍາ ເຊື້ອສາຍຫວຽດນາມ ຊ່ວຍປັບປຸງ ຄຸນນະພາບຊີວິດ (ວີດິໂອລາວ/ອັງກິດ)


ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ

ການຜ່າຕັດເພື່ອເສີມຄວາມງາມ ຫຼືສັນຍະກໍາຕົກແຕ່ງພລາສຕິກ
ປົກກະຕິແລ້ວເປັນເລຶ່ອງທີ່ກ່ຽວພັນກັບພວກດາລາຊື່ດັງທັງຫຼາຍ
ທີ່ພາ ກັນຜ່າຕັດເສີມໃບໜ້າ ແລະວິທີການອື່ນໆທີ່ເຮັດໃຫ້ພວກ ເຂົາເຈົ້າໜ້າຕາງົດງາມມີສະເນ່. ແຕ່ການຜ່າຕັດຕົກແຕ່ງພລາສ
ຕິກ ສາມາດຊ່ວຍພວກຄົນທີ່ເກີດຂຶ້ນມາ ມີຮ່າງກາຍຜິດປົກກະຕິ ຫລືຍ້ອນປະສົບອຸບັດເຫດ ຫຼືຍ້ອນໂຣຄາພະຍາດ ເປັນຕົ້ນ ແລະ
ຕາມທີ່ Greg Flakus ຜູ້ສື່ຂ່າວວີໂອເອ ລາຍງານຈາກເມືອງ
Houston ລັດເທັກຊັສນັ້ນ ກໍແມ່ນວ່າ ນອກນີ້ແລ້ວ ກໍມີຫຼາຍໆ
ກໍລະນີທີ່ ສັນຍະກໍາພລາສຕິກສາມາດຊ່ວຍຊີວິດໄວ້ໄດ້.

ສໍາລັບພວກຄົນເຈັບຂອງທ່ານ ຢູ່ໂຮງໝໍ Methodist ທີ່ເມືອງ Houston ແລ້ວ ດຣ. ທເຫວ່ ດີນ ແມ່ນເປັນນາຍໝໍມະຫັດສະຈັນ.

ກ່າວຄື ນາງ Barbara Martinez ເຂົ້າມາຫາທ່ານໝໍດີນ ເພື່ອຂໍຄວາມ ຊ່ວຍເຫຼືອ ຫຼັງ ຈາກທີ່ການຜ່າຕັດປົວແປງໃສ້ຢ່ອນ ໄດ້ເຮັດໃຫ້ລາວມີອາ ການເຈັບຮຸນແຮງ ແລະທ້ອງ ນ້ອຍມີຮູທີ່ເປັນອັນຕະລາຍ.

ນາງມາຕິເນ ເວົ້າວ່າ: “ທ່ານໝໍເຫັນຄວາມເຈັບປວດຂອງຂ້ອຍ ແລະຂ້ອຍກໍເຫັນ ຄວາມເຫັນອົກເຫັນໃຈຢູ່ບົນໃບໜ້າຂອງທ່ານໜໍ ແລະເພິ່ນກໍເວົ້າວ່າ ຂ້ອຍພໍ ຊ່ວຍເຈົ້າໄດ້ຢູ່.

ນອກນັ້ນ ນາງ ມາຕິເນ ຍັງມີຄວາມຮູ້ສຶກປະທັບໃຈ ກັບຄວາມຖ່ອມຕົວເປັນກັນເອງ ຂອງທ່ານໝໍ.

ນາງມາຕິເນ ເວົ້າອີກວາ: “ຂ້ອຍພະຍາຍາມຢາກບອກຂອບອົກຂອບໃຈເພິ່ນ ແລະ ເພິ່ນກໍເວົ້າວ່າ ເພິ່ນພຽງແຕ່ປະຕິບັດຕາມໜ້າທີ່ ແຕ່ວ່າດ້ວຍຄວາມເຕັມໃຈ ບໍ່ແມ່ນ ແບບມີແຕ່ມີດຜ່າຕັດຢູ່ໃນມືເທົ່ານັ້ນ.”

ດຣ. ດີນ ກ່າວວ່າ ສິ່ງທ້າທາຍຂອງການຜ່າຕັດຕົກແຕ່ງເສີມພລາສຕິກນັ້ນ ມັກຈະກ່ຽວ ພັນກັບການຫາວິທີແກ້ໄຂໂດຍທັນທີ ຕໍ່ສະພາບການທີ່ ເປັນໄພຕໍ່ຊີວິດ.

ດຣ. ດີນ ກ່າວວ່າ: “ສັນຍະກໍາພລາສຕິກ ບໍ່ພຽງແຕ່ຈະປັບປຸງຄຸນນະພາບຂອງ ຊີວິດ ຄົນເຈັບໃຫ້ດີຂຶ້ນເທົ່ານັ້ນ ແຕ່ບາງເທື່ອກໍເປັນການຊ່ວຍເຫຼືອຊີວິດພວກ ຄົນເຈັບໄວ້ໄດ້ ນໍາອີກ.

ປົກກະຕິແລ້ວ ດຣ. ດີນ ຈະຜ່າຕັດພວກຄົນເຈັບທີ່ມີຮູບຮ່າງເສຍໂສມ ຫຼືມີບັນຫາທາງດ້ານ
ການແພດຍ້ອນເກີດອຸບັດເຫດ ຫຼືແມ່ນແຕ່ຍ້ອນການປິ່ນປົວຢ່າງອື່ນ. ເຊ່ນໃນມື້ນີ້ ດຣ. ດີນ
ພະຍາຍາມຈະແກ້ໄຂປົວແປງບັນຫາທີ່ເກີດຈາກການຜ່າຕັດຢູ່ໂຮງໝໍອີກແຫ່ງນຶ່ງ. ໃນກໍລະ
ນີນີ້ ເສັ້ນປະສາດໄຂສັນຫຼັງຂອງຄົນເຈັບ ໄດ້ຖືກແຜ່ແບໄວ້ ຫລັງຈາກການຜ່າຕັດເອົາເນື້ອ ເຍື່ອທີ່ຕິດເຊື້ອໂຣກຖິ້ມ.

ເພື່ອແກ້ໄຂບັນຫານີ້ ດຣ. ດີນ ໃຊ້ວິທີປ່ຽນເນື້ອເຍື່ອ ທີ່ລາວໄດ້ເຮັດມາຫຼາຍໆເທື່ອແລ້ວ ເພື່ອປິດຮູທີ່ເປັນອັນຕະລາຍຕໍ່ຊີວິດ ຢູ່ໜ້າເອິກຂອງຄົນເຈັບ.

cດຣ. ດີນ ກ່າວວ່າ : “ພວກເຮົາມີວິທີການຜ່າຕັດ ດ້ວຍການຕັດເອົາສ່ວນກ້າມເນື້ອ ສ່ວນນຶ່ງ ມາປິດຮູ ທີ່ແຜ່ແບຫົວໃຈນັ້ນ ແລ້ວກໍຕົກແຕ່ງໜ້າເອິກໃໝ່ ຄື ຕົວຢ່າງ ເນາະ ຜ່າຕັດເສີມຜັງໜ້າເອິກ ແລະແລ້ວກໍຜ່າຕັດເສີມກະດູກສັນເອິກອີກຕໍ່ນຶ່ງ ເພື່ອປິດຮູທີ່ ເຜີຍໃຫ້ເຫັນຫົວໃຈນັ້ນໄວ້.”

ດຣ. ດີນ ເກີດຢູ່ຫວຽດນາມ ແລະກໍເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດພ້ອມກັບຄອບຄົວ ໃນປີ 1975 ແຕ່ນັບຕັ້ງແຕ່ທ່ານໄດ້ອອກຈາກໂຮງຮຽນແພດແລ້ວ ທ່ານກໍມີໂອກາດໄດ້ກັບ ຄືນໄປຢາມບ້ານເກີດເມືອງນອນຫຼາຍໆ ເທື່ອພ້ອມກັບນ້ອງຊາຍແລະນ້ອງສາວ ທີ່ກໍເປັນ ນາຍໝໍຄືກັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ທີ່ນັ້ນ.

ດຣ. ດີນ ກ່າວອີກວ່າ: “ຂ້ອຍມີຄວາມຮູ້ສຶກຜູກພັນດ້ວຍໃຈຮັກກັບບ້ານເກີດ ຂ້ອຍ ນ້ອງ ຊາຍແລະນ້ອງສາວຂ້ອຍ ຈະກັບຄືນໄປຫວຽດນາມເລື້ອຍໆ ຄືພະຍາຍາມ ໄປເປັນປະຈໍາ ທຸກໆປີບໍ່ໃຫ້ຂາດ.”

ໃນກໍລະນີນຶ່ງທີ່ສ້າງຊື່ສຽງຢູ່ໃນຫວຽດນາມ ດຣ. ດີນ ໄດ້ຊ່ວຍເຫຼືອເດັກຊາຍອາຍຸເຈັດປີ ຄົນນຶ່ງ ທີ່ຊື່ວ່າ ທຽນ ຫຍັນ ທີ່ຖືກສັດປ່າທໍາລາຍຮ່າງກາຍ ຈົນຂາກຸດ ເວລາລາວເປັນ ເດັກທາລົກ.

ດຣ. ດີນ ກ່າວວ່າ ການຊ່ວຍຕົກແຕ່ງຮ່າງກາຍໃໝ່ໃຫ້ເດັກຊາຍ ທຽນ ຫຍັນ ແມ່ນໄດ້ຊ່ວຍ ໃຫ້ລາວມີຄວາມຮູ້ສຶກດີໆຂຶ້ນມາ ໄດ້ເຊ່ນກັນ.

ດຣ. ດີນ ເວົ້າວ່າ ໃນອະນາຄົດໃກ້ໆນີ້ ຄວາມກ້າວໜ້າທັນສະໄໝໃນການນໍາໃຊ້ເນື້ອເຍື່ອ ຕົ້ນກໍາເນີດ ຫຼື stem cell ແລະວິທີການອື່ນໆ ອາດຈະເອື້ອອໍານວຍໃຫ້ທ່ານ ຍິ່ງຈະສາ ມາດ ຊ່ວຍເຫຼືອພວກຄົນເຈັບປະເພດນັ້ນໄດ້ຫຼາຍຂຶ້ນອີກ.

ດຣ. ດີນ ກ່າວຕໍ່ໄປວ່າ : “ຫວັງຢ່າງຍິ່ງວ່າ ໃນອະນາຄົດອັນໃກ້ນີ້ ພວກເຮົາຈະສາ ມາດ ສ້າງ ສັນສິ່ງໃດສິ່ງນຶ່ງຂຶ້ນມາ ທີ່ເປັນສິ່ງໃໝ່ໆລ່າສຸດຈາກຫ້ອງກວດພະຍາດ ແລະສົ່ງຕໍ່ ແລະສ້າງສັນຕໍ່. ຍຸກນີ້ແມ່ນເປັນຍຸກທີ່ໜ້າຕື່ນເຕັ້ນພໍສົມຄວນ ທີ່ໄດ້ ເປັນໝໍສັນຍະກໍາ ພລາສຕິກ.”

ແຕ່ສໍາລັບເວລານີ້ ດຣ. ດີນ ກໍສືບຕໍ່ວິວັດທະນາ ກັບວິທີທີ່ເຄີຍປະຕິບັດມານັ້ນໄປກ່ອນ ເພື່ອຊ່ວຍເຫຼືອພວກຄົນເຈັບ ທີ່ປ່ຽມລົ້ນດ້ວຍຄວາມຮູ້ສຶກຂອບອົກຂອບໃຈ ແລະຮູ້ບຸນ ຄຸນຕໍ່ທ່ານ.

ເບິ່ງວີດີໂອ ລາຍງານນີ້ ເປັນພາສາອັງກິດ:

XS
SM
MD
LG