ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Kerry ລົບລ້າງ ການພົບປະ ກັບທ່ານ Abbas ຍ້ອນ ບັນຫາການຮັບຮູ້ (ວີດີໂອ)


ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ.
ທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ.
ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ
​ໄດ້​ລົບ​ລ້າງ​ແຜນການຕ່າງໆ​ເພື່ອ​ພົບ​ປະ​ກັບ​ປະທານາທິ
ບໍດີ Mahmoud Abbas ​ແຫ່ງ​ປາ​ແລ​ສ​ໄຕ​ນ໌ ທີ່​ເມືອງ
Ramallah ​ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ ​ຂອງ​ແມ່​ນ້ຳ​ຈໍ​ແດນ ​
ໃນ​ວັນ​ພຸດ​ມື້​ນີ້.

ທ່ານ Kerry ລົບ​ລ້າງ​ການ​ເດີນທາງ​ທີ່​ວາງ​ແຜນ​ໄວ້​ກ່ອນ​
ນັ້ນ ຫຼັງ​ຈາກ​ທ່ານ Abbas ກ່າວ​ວ່າ ພວກ​ປາ​ແລ​ສ​ໄຕ​ນ໌
ກຳລັງ​ຟື້ນ​ຄວາມ​ພະຍາຍາມ​ຂອງ​ຕົນ​ໃນ​ເວລາ​ນີ້ເພື່ອ​ໃຫ້
ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສະຫະ​ປະຊາ​ຊາດ​ຕໍ່​ໄປ ​ແລະ​ວ່າ
ທ່ານ ໄດ້​ລົງ​ນາມ​ໃນ​ຄຳ​ຮ້ອງ​ຂໍເຂົ້າ​ຮ່ວມ​ໃນ 15 ອົງ​ການ ​
ແລະ​ການ​ປະຊຸມຕ່າງໆຂອງ ອົງການ​ສະຫະ​ປະຊາ​ຊາດ.

ຍັງບໍ່ທັນມີປະຕິກິລິຍາ​ໃດໆ​ໃນ​ທັນທີ​ຈາກ​ອິສຣາ​ແອ​ລ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່ຢູ່​ທີ່ ນັ້ນ
​ໄດ້​ອອກ​ການ​ຍື່ນ​ການ​ປະມູນ​ຕື່ມ​ອີກ ​ສຳລັບບ້ານ​ເຮືອນ​ຕື່ມ​ອີກ 700 ​ຫລັງ ໃນ​ພາກ​
ຕາ​ເວັນ​ອອກ​ຂອງ​ນະ​ຄອນ Jerusalem ​ໃນວັນອັງຄານວານ​ນີ້.

ການ​ເຄື່ອນ​ໄຫວ​ຕ່າງໆ​ຈາກ​ທັງ​ສອງ​ຝ່າຍ ​ຈະເປັນ​ການເຮັດ​ໃຫ້ການ​ພົບ​ປະ​ເຈລະ
ຈາ​ສັນຕິພາບ​ຂອງ​ສະຫະລັດ ຕົກ​ຮອບ​ໄປ.

​ແຕ່​ທ່ານ Kerry ​ໃນການຖະ​ແຫຼ​ງ ​ທີ່​ນະຄອນຫຼວງ Brussels ກ່າວ​ວ່າ ມັນ​ເປັນການ
“​ເຄື່ອນ​ໄຫວ​ທີ່​ໄວ​ໂພດ” ຢ່າງ​ແນ່​ນອນ ທີ່​ຈະລົບ​ລ້າງ​ ການ​ດຳ​ເນີນ​ຂັ້ນ​ຕອນ​ສັນຕິ
ພາບ​ລະຫວ່າງ​ອີສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌​ໃນ​ປັດຸ​ບັນ​ນີ້. ທ່ານ ກ່າວ​ຕໍ່​ໄປ​ວ່າ ທັງ​
ສອງ​ຝ່າຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ຢາກ​ດຳ​ເນີນ​ການ​ເຈລະຈາ​ນີ້​ຕໍ່​ໄປ.

ເບິ່ງວີດີໂອກ່ຽວຂ້ອງ:
CN-Israeli Spy at the Center of Middle East Peace Talks
please wait

No media source currently available

0:00 0:01:37 0:00
XS
SM
MD
LG