ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-
moon ໄດ້ອອກແຈ້ງການສະບັບນຶ່ງ ໂດຍລະບຸວ່າ ປາແລສໄຕນ໌
ຈະເຂົ້າຮ່ວມສານອາຍານາໆຊາດໃນວັນທີ 1 ເມສາ ຈະມານີ້.
ແຈ້ງການທີ່ອອກໃນວັນອັງຄານວານນີ້ ໄດ້ພິມເຜີຍແຜ່ໃນ
website ຂໍ້ມູນກ່ຽວກັບສົນທິ ສັນຍາຂອງອົງການສະຫະປະຊາ
ຊາດ ຊຶ່ງຮວມທັງຂໍ້ຕົກລົງອື່ນໆຈຳນວນນຶ່ງ ທີ່ຮັບເອົາທີ່ປະທາ
ນາທິບໍດີປາແລສໄຕນ໌ Mahmoud Abbas ໄດ້ລົງນາມໃນ
ອາທິດແລ້ວນີ້.
ການເອົາບາດກ້າວທີ່ວ່ານີ້ ອະນຸຍາດໃຫ້ ປາແລສໄຕນ໌ ສາມາດຊອກຫາຊ່ອງທາງຟ້ອງ Israel ໃນຂໍ້ຫາກໍ່ອາຊະຍາກຳສົງຄາມ ແຕ່ມັນກໍຍັງສາມາດເຮັດໃຫ້ ປາແລສໄຕນ໌ປະເຊີນ ກັບການກ່າວຫານຳດ້ວຍ.
ທ່ານ Abass ໄດ້ຂໍເຂົ້າຮ່ວມສານອາຍານາໆຊາດ ຫຼື Inaternational Crime Court ຫຼັງຈາກທີ່ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ປະຕິເສດຕໍ່ຮ່າງຍັດຕິ ທີ່ສະເໜີ
ໃຫ້ຕັ້ງເສັ້ນຕາຍ ກ່ຽວກັບການສ້າງຕັ້ງລັດຊາວປາແລສໄຕ ໃນດິນແດນທີ່ Israel ຍຶດ ຄອງຢູ່ ຫຼັງຈາກສົງຄາມປີ 1967 ນັ້ນ.
ບັນຫາດັ່ງກ່າວນີ້ ໄດ້ຖືກຕຳນິຕິຕຽນຈາກ Israel ທີ່ໄດ້ໂຈະການໂອນເງິນພາສີຈຳນວນ 125 ລ້ານໂດລ່າ ໃຫ້ແກ່ປາແລສໄຕນ໌.
ສະຫະລັດ ກໍໄດ້ຄັດຄ້ານຕໍ່ການເອົາບາດກ້າວທີ່ວ່ານີ້ ຊຶ່ງຢາກໃຫ້ມີການແກ້ໄຂບັນຫາດັ່ງ ກ່າວ ໂດຍໃຫ້ Israel ແລະປາແລສໄຕນ໌ ຕົກລົງກັນດ້ວຍການເຈລະຈາ ບໍ່ແມ່ນດ້ວຍການເອົາບາດກ້າວຂອງທາງອົງການສະຫະປະຊາຊາດ.