ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິສຣາແອລ ໂຈມຕີທາງອາກາດ ໃນແຫຼມ ກາຊ້າ ທີ່ສັງຫານ 2 ຄົນ


ຊາວປາແລັສໄຕນ໌ ຮ້ອງໄຫ້ ໃນລະຫວ່າງ ພິທີສົ່ງສະການ ເດັກຍິງ ອາຍຸ 2 ປີ ນາງ Rahaf Hassan ແລະ ແມ່ຂອງນາງ ອາຍຸ 30 ປີ ທີ່ກຳລັງຖືພາ ນາງ Noor Hassan ຜູ້ຖືກຂ້າຕາຍ ໃນການໂຈມຕີທາງອາກາດ ຂອງອິສຣາແອລ ເມື່ອຕອນເຊົ້າວັນອາທິດມື້ນີ້ ຢູ່ທີ່ບ້ານຂອງພີ່ນ້ອງ ໃນພາກໃຕ້ຂອງ Gaza city, ວັນທີ 11 ຕຸລາ 2015.
ຊາວປາແລັສໄຕນ໌ ຮ້ອງໄຫ້ ໃນລະຫວ່າງ ພິທີສົ່ງສະການ ເດັກຍິງ ອາຍຸ 2 ປີ ນາງ Rahaf Hassan ແລະ ແມ່ຂອງນາງ ອາຍຸ 30 ປີ ທີ່ກຳລັງຖືພາ ນາງ Noor Hassan ຜູ້ຖືກຂ້າຕາຍ ໃນການໂຈມຕີທາງອາກາດ ຂອງອິສຣາແອລ ເມື່ອຕອນເຊົ້າວັນອາທິດມື້ນີ້ ຢູ່ທີ່ບ້ານຂອງພີ່ນ້ອງ ໃນພາກໃຕ້ຂອງ Gaza city, ວັນທີ 11 ຕຸລາ 2015.

ອິສຣາ​ແອ​ລ ​ໄດ້ໂຈມ​ຕີ​ທາງ​ອາກາດ ບັ້ນນຶ່ງ ເມື່ອ​ຕອນ​ເຊົ້າວັນ​
ອາທິດ​ມື້​ນີ້ ​ໃນເຂດ​ແຫຼມ Gaza ທີ່​ໄ​ດ້ສັງຫານ ​ແມ່​ມານ​ຊາວ​
ປາ​ແລັສ​ໄຕ​ນ໌ ຄົນ​ນຶ່ງ ​ແລະ ລູກ​ສາວ​ນ້ອຍ​ຂອງ​ນາງ​ນຳດ້ວຍ.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີນັນ ​ແມ່ນ​ເຮັດ​ໄປ​
ເພື່ອ​ເປັນ​ການ​ຕອບ​ໂຕ້ ຕໍ່ການ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ ຈາກ​ແຫຼມ
Gaza ​ແລະ ​ໄດ້​ແນ​ເປົ້າໝາຍ​ໃສ່ ສະຖານ​ທີ່​ຜະລິດ​ອາວຸດ​
ສອງ​ແຫ່ງ​ຂອງ ກຸ່ມຫົວ​ຮຸນ​ແຮງ Hamas. ອິສຣາ​ແອ​ລ ໄດ້​ລາ​ຍ
ງານ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ຈະ​ຫຼວດລູກນຶ່ງ ​ໄດ້​ຖືກ​ສະກັດ​ກັ້ນ
ໂດຍ ລະບົບລູກ​ສອນ​ໄຟ​ປ້ອງ​ກັນ Iron Dome ຂອງ​
ອິສຣາ​ແອ​ລ ເທິງ​ນ່ານຟ້າ​ເຂດ​ເມືອງ Hof Ashkelon ຢູ່​ບໍ່ໄກກ້ຳເໜືອຂອງ​ແຫຼມ Gaza.

ນາຍ​ແພດ ຢູ່​ໃນ​ແຫຼມ Gaza ກ່າວ​ວ່າ ​ແມ່ຍິງ ​ແລະ ລູກ​ສາວຂອງ​ລາວ ​ເສຍ​ຊີວິດ ​ໃນ​ເວລາ ອາຄານ​ທີ່​ພວກ​ເຂົາ​ເຈົ້າຢູ່​ນັ້ນ ​ໄດ້​ພັງ​ລົງ​ມາ​ ຍ້ອນ​ການ​ໂຈມ​ຕີ​ທາງ​ອາກາດດັ່ງກ່າວ ​ແລະ ອີກຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

​ໃນ​ວັນ​ອາທິດ​ມື້​ນີ້ເຊັ່ນ​ກັນ ກອງທັບອິສຣາ​ແອ​ລ ກ່າວ​ວ່າ ຜູ້ຍິງ​ຊາວ​ປາ​ແລັສ​ໄຕ​ນ໌ ຄົນ​ນຶ່ງ​ໄດ້​ບີບ​ຂະ​ນວນ​ລະ​ເບີດ​ລູກ​ນຶ່ງຢູ່​ໃນ​ລົດ ຢູ່ທີ່​ດ້ານ​ກວດກາ ​ໃນ​ເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ທີ່​ໄດ້​ເຮັດ​ໃຫ້ ​ເຈົ້າໜ້າ​ທີ່​ຕຳຫຼວດຄົນ​ນຶ່ງ​ບາດ​ເຈັບ.

ຄວາມ​ຮຸນ​ແຮງ​ ຕິດຕາມ​ມາ​ດ້ວຍ ການ​ໂຈມ​ຕີໄລ່​ແທງ ທີ່​ເກີດ​ຂຶ້ນຢູ່​ ບໍລິ​ເວນ​ Old City ຢູ່​ໃນ
​ເຂດ East Jerusalem ​ໃນ​ວັນ​ເສົາ​ວານ​ນີ້.

​ໃນ​ການ​ໂຈມ​ຕີຄັ້ງທຳ​ອິດ ຊາຍ​ອາຍຸ 16 ປີ ໄດ້ແທງ​ຄົນ​ອິສຣາ​ແອ​ລ ສອງ​ຄົນ ກ່ອນຈະ​ຖືກ​
ຕຳຫຼວດຍິງ​ຕາຍ.

ຕໍ່​ຈາກ​ນັ້ນມາ ຊາຍ​ອາຍຸ 19 ປີ ​ກໍໄດ້​ແທງ​ເຈົ້າໜ້າ​ທີ່ຕຳຫຼວດສອງ​ຄົນ ກ່ອນ​ຈະ​ຖືກ​ຍິງ​ຕາຍ​
ເຊັ່ນ​ກັນ.

ຄື້ນຟອງ​ການ​ໂຈມ​ຕີ​ຢູ່​ໃນ​ເຂດ East Jerusalem ​ໄດ້​ເກີດ​ຂຶ້ນ ​ໃນ​ບໍລິ​ເວນ​ອ້ອມ​ແອ້ມ ສະຖາ​ທີ່​ສັກສິດ ທີ່​ນັບຖື​ໂດຍ​ຊາວ​ມຸສລິ​ມ ຄືວັດ​ມຸສລິ​ມ al-Aqsa ​ແລະ ນັບຖື ​ໂດຍ​ຊາວ​ອິສຣາ​ແອລ ຄື ວັດ Temple Mount ນັ້ນ.

Israeli Palestinians
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG