ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ການໂຈມຕີຂອງອິສຣາແອລ ໄດ້ສັງຫານ ຢ່າງໜ້ອຍ 5 ຄົນ ໃນເຂດກາຊາ (ວີດີໂອ/ສະໄລດ໌)


ຊາວປາແລສໄຕນ໌ ພາກັນໄປຫຸ້ມເບິ່ງ ພວກຊອກຄົ້ນຫາສົບ ຢູ່ກ້ອງສິ່ງຫັກພັງ ໃນເຮືອນຫຼັງນຶ່ງທີ່ຖືກໂຈມຕີທາງອາກາດ ຂອງອິສຣາແອລ ໃນເຂດ Beit Lahiya ພາກເໜືອຂອງ ເຂດກາຊາ, ວັນທີ 25 ສິງຫາ 2014.

ບັນດາ​ເຈົ້າ​ໜ້າທີ່​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ອິສຣາ​
ແອ​ລ​ໃນ​ເຊົ້າວັນ​ຈັນ​ມື້​ນີ້ ​ໄດ້​ສັງຫານ​ປະຊາຊົນ 5 ຄົນ​ໃນ​ເຂດ​ກາ
ຊາ ​ໃນ​ຂະນະ​ທີ່​ການ​ສູ້​ລົບ​ກັນ​ລະຫວ່າງ​ສອງ​ຝ່າຍດຳ​ເນີນ​ສືບ​ຕໍ່​
ໄປ ​ເປັນ​ມື້​ທີ 49.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ
16 ຄັ້ງ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ເປົ້າ​ໝາຍ​ແມ່ນຮວມທັງ​ໂບດ​ສອງ​ແຫ່ງ
ໃນ​ເຂດ​ກາຊາ.

ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຫລ້າ​ສຸດນີ້ ມີ​ຂຶ້ນ​ນຶ່ງ​ມື້ ​ຫລັງ​ຈາກ
ນາຍົກລັດຖະມົນຕີ Benjamin Netanyahu ​ໄດ້​ບອກ​ຊາວ
​ອິສຣາ​ແອ​ລໃຫ້​ກະກຽມ​ເພື່ອ​ສົງຄາມ​ທີ່ຈະ​ດຳ​ເນີນໄປ​ຈົນ​ຮອດ​ເດືອນ​ກັນຍາ ​ແລະ​ເຕືອນ​ປະຊາຊົນ​ໃນ​ເຂດ​ກາຊາ​ໃຫ້​ພາກັນ​ໜີ​ອອກ​ຈາກ​ສະຖານທີ່​ຕ່າງໆ ອັນ​ເປັນບ່ອນ​ທີ່​ພວກ
​ກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມັສ ປະຕິບັດ​ງານ​ຢູ່​ນັ້ນ. ທ່ານ Netanyahu ກ່າວ​ວ່າ ບ່ອນ​ໃດ​ກໍ​ຕາມ
​ທີ່​ພວກ​ຮາ​ມັສ​ນຳໃຊ້​ນັ້ນ ຈະ​ຕົກ​ເປັນ​ເປົ້າ​ໝາຍ​ຂອງ​ກຳລັງ​ຂອງ​ອິສຣາ​ແອ​ລ.

israelpalestinians25august14
please wait

No media source currently available

0:00 0:01:11 0:00

ອິສຣາ​ແອ​ລໄດ້​ແນ​ເປົ້າ​ໝາຍ​ ໃສ່​ຄະນະ​ນຳພາ​ຂອງ​ກຸ່ມ​ຮາ​ມັສອີກ ​ໃນ​ວັນ​ອາທິດ​ວານ​ນີ້ ​
ໂດຍ​ໄດ້​ສັງຫານ​ເຈົ້າ​ໜ້າ​ທີ່​ການ​ເງິນ​ທີ່​ສຳຄັນ​ຄົນ​ນຶ່ງ ທີ່​ອິສຣາ​ແອ​ລກ່າວ​ວ່າ ​ເປັນ​ຜູ້​ຮັບ
ຜິດຊອບໃນ “ການ​ໂອນ​ເງິນ ​ໃຫ້​ພວກ​ກໍ່​ການ​ຮ້າຍ​ນັ້ນ.”

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ບັ້ນ​ນຶ່ງ​ໃສ່​ລົດ​ຄັນ​ນຶ່ງ ​ໄດ້​ສັງຫານ
ນາຍ Mohammed al-Ghoul ທີ່​ເມືອງກາຊາ ​ ​ພຽງ​ບໍ່​ເທົ່າໃດ​ມື້ ຫຼັງ​ຈາກ​ການ​ໂຈມ​ຕີ​
ບັ້ນ​ນຶ່ງ ໄດ້​ສັງຫານ​ຜູ້​ບັນຊາ​ການ 3 ຄົນ​ຂອງກຸ່ມ​ຮາ​ມັສ.

ອິສຣາ​ແອ​ລ ບັນ​ລະ​ຍາຍນາຍ Ghoul ວ່າ “ຜູ້​ມີ​ບົດບາດ​ທີ່​ສຳຄັນ ຄົນ​ນຶ່ງ​ຂອງ​ກຸ່ມ​ຮາ​
ມັສ”
ທີ່​ໄດ້​ຊ່ອຍ​ໂອນ​ເງິນ​ໄປ​ສ້າງ​ໂຄງ​ລ່າງ​ພື້ນຖານ​ຂອງ​ກຸ່ມ​ກໍ່​ການ​ຮ້າຍໃນ​ເຂດ​ກາຊາ
ຮວມທັງ​ພວກ​ອຸ​ໂມງ​ຕ່າງໆ ທີ່​ໃຊ້​ໂດ​ຍພວກ​ຫົວ​ຮຸນ​ແຮງ​ຮາ​ມັສ ​ເພື່ອ​ລັກລອບ​ເຂົ້າໄປ​ທຳ
​ການ​ໂຈມ​ຕີ​ໃນ​ອິສຣາ​ແອ​ລ. ພວກ​ທີ່​ເຫັນ​ເຫດການ ກ່າວວ່າ ​ມີ​ການ​ພົບ​ເຫັນເງິນດອລ​
ລ່າ​ສະຫະລັດ ​ຢູ່​ໃນ​ລົດຂອງ​ຜູ້ກ່ຽວ​ ທີ່ຖືກ​ທຳລາຍນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG