ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວປາແລັສໄຕນ໌ສອງຄົນ ຖືກສັງຫານ ໂດຍອິສຣາແອລ ຢູ່ຊາຍແດນ ເຂດກາຊາ


ຊາວປາແລັສໄຕນ໌ ພາກັນປະທ້ວງຢູ່ຊາຍແດນ ອິສຣາແອລ ກາຊາ ວັນທີ 17 ສິງຫາ 2018.
ຊາວປາແລັສໄຕນ໌ ພາກັນປະທ້ວງຢູ່ຊາຍແດນ ອິສຣາແອລ ກາຊາ ວັນທີ 17 ສິງຫາ 2018.

ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກປາ​ແລັສ​ໄຕ​ນ໌ ກ່າວ​ວ່າ ຊາວ​ປາ​ແລັສ​ໄຕ​ນ໌ ສອງ​ຄົນ
​ໄດ້​ເສຍ​ຊີວິດ​ ​ໂດຍ​ການ​ຍິງ​ຂອງ​ອິສຣາ​ແອ​ລ ​ແລະ​ອີກ 60 ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ໃນ​
ການ​ປະ​ທ້ວງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ກາຊາ ​ໃນ​ວັນສຸກ​ວານ​ນີ້ ​ໃນ​ຂະນະ​ທີ່ບັນ​ດາ​ຜູ່​ໄກ່
​ເກ່ຍອີ​ຈິບ ປະຕິບັດ​ງານ​ເພື່ອ​ແກ້​ໄຂ​ການ​ຢຸດ​ຍິງ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ພວກ​ປະ​ທ້ວງ​ພາກັນ​ຈູດ​ຕີນລົດ ​ແລະ​ແກວ່ງ​ກ້ອນ​ຫີນ
ພ້ອມ​ທັງ​ລະ​ເບີດ​ໄຟ ​ໃນ​ຂະນະ​ທີ່​ທະຫານ​ອິສຣາ​ແອ​ລຕອບ​ໂຕ້​ດ້ວຍ​ແກັສນໍ້າຕາ ​ແລະ
​ບາງ​ຄັ້ງ​ຍິງ​ລູກປືນ​ແທ້.

ທະຫານ​ອິນຣາ​ແອ​ລກ່າວ​ວ່າ ຊາວ​ປາ​ແລັສ​ໄຕ​ນ໌ຈຳນວນ​ນຶ່ງ​ໄດ້​ເຂົ້າ​ມາ​ຊາຍ​ແດນ​ອິສ
ຣາ​ແອ​ລໃນ​ໄລຍະ​ສັ້ນໆ ​ແລະ​ກ່າວ​ວ່າ​ທະຫານ​ໄດ້​ຕອບ​ໂຕ້​ດ້ວຍ "ວິ​ທີ່​ການ​ຂັບໄລ່​ຈາ
ລະ​ຈົນ” ​ເພື່ອ​ປ້ອງ​ກັນ​ການ​ຂ້າ​ມ​ເຂົ້າ​ມາຊາຍ​ແດນ.

ຊາ​ວປາ​ແລັສ​ໄຕ​ນ໌​ໄດ້​ພາກັນ​ປະ​ທ້ວງ​ຢູ່​ຊາຍ​ແດນ​ກາ​ຊາ​ນັບ​ແຕ່​ເດືອນ​ມີນາ​ທີ່​ຜ່ານ​ມາ
​ໃນ​ພາກສ່ວນ​ເພື່ອ​ໃຫ້​ສິ້ນ​ສຸດ​ການ​ກີດ​ກັ້ນ ອິສຣາ​ແອ​ລ-ອີ​ຈິບ ຕໍ່​ກາຊາ. ບັນດາ​ເຈົ້າ
​ໜ້າ​ທີ່​ປາ​ແລັສ​ໄຕ​ນ໌ກ່າວ​ວ່າ ຊາວ​ປາ​ແລັສ​ໄຕ​ນ໌ 170 ຄົນ​ໄດ້ເສຍ​ຊີວິດ​ໂດຍ​ການ​ຍິງ​
ຂອງ​ອິສຣາ​ແອ​ລ ນັບ​ແຕ່​ການ​ປະ​ທ້ວງ​ໄດ້ເກີດ​ຂຶ້ນ.

​ໃນ​ວັນ​ສຸກ​ເຊັ່ນ​ກັນ ຕຳ​ຫຼວດອິສຣາ​ແອ​ລກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຍິງ​ຜູ້ຊາຍ​ຄົນ​ນຶ່ງ
​ທີ່​ໃຊ້​ມີດ​ແກ​ວ່າງ​ໄປມາ ຜູ້​ທີ່​ໄດ້​ໂຈມ​ຕີ​ເຂົາ​ເຈົ້າ​ຢູ່​ຄູ້​ມບ້ານພັກ​ວັດອາລ ອັກ​ຊາ ​ໃນນະ
ຄອນ​ເຈຣູຊາ​ແລັມ ຊຶ່ງ​ເປັນ​ວັດ​ສັກສິດ​ທີສາມ​ຂອງ​ອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຈິ​ບ​ໄດ້​ປະຊຸມ​ຢູ່​ນະຄອນ​ໄຄ​ໂຣ ກັບ​ບັນດາ​ຜູ້​ຕາງ​ໜ້າຂອງ​ຮາ​ມາສ
ທີ່​ເປັນກຸ່ມອິສລາມ​ປາ​ແລັສ​ໄຕ​ນ໌ ທີ່​ປະ​ຕິ​ບັດ​ງານ​ຢູ່​ໃນ​ກາຊາ ​ເພື່ອຊອກຫາ​ລາຍ​ລະ
ອຽດ​ຂອງ​ກາ​ນ​ເປັນ​ໄປ​ໄດ້​ທີ່​ຈະ​ຢຸດ​ຍິງ​ກັບ​ອິສຣາ​ແອ​ລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG