ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວປາແລສໄຕນ໌ ເຕົ້າໂຮມ ເພື່ອສົ່ງສະການ ພວກປະທ້ວງ ທີ່ເສຍຊີວິດ


ຍາດພີ່ນ້ອງ ພາກັນໄວ້ທຸກ ໃນຂະນະທີ່ເຂົາເຈົ້າ ອຸ້ມສົບ ເດັກທາລົກ ປາແລັສໄຕນ໌ ອາຍຸ 8 ເດືອນ ຊື່ວ່າ ເລລາ ອາລ-ການດູຣ (Laila al-Ghandour) ທີ່ໄດ້ເສຍຊີວິດ ຫຼັງຈາກໄດ້ຫາຍໃຈເອົາແກັສນ້ຳຕາ ໃນລະຫວ່າງການປະທ້ວງ ຕໍ່ຕ້ານ ການຍ້າຍສະຖານທູດ ສະຫະລັດ ໄປນະຄອນຫຼວງ ເຈຣູຊາແລັມ, ຢູ່ທີ່ຊາຍແດນເຂດກາຊາ ຕິດກັບອິສຣາແອລ ໃນລະຫວ່າງ ພິທີສົ່ງສະການນາງນ້ອຍ ໃນເມືອງກາຊາ, ວັນທີ 15 ພຶດສະພາ 2018.
ຍາດພີ່ນ້ອງ ພາກັນໄວ້ທຸກ ໃນຂະນະທີ່ເຂົາເຈົ້າ ອຸ້ມສົບ ເດັກທາລົກ ປາແລັສໄຕນ໌ ອາຍຸ 8 ເດືອນ ຊື່ວ່າ ເລລາ ອາລ-ການດູຣ (Laila al-Ghandour) ທີ່ໄດ້ເສຍຊີວິດ ຫຼັງຈາກໄດ້ຫາຍໃຈເອົາແກັສນ້ຳຕາ ໃນລະຫວ່າງການປະທ້ວງ ຕໍ່ຕ້ານ ການຍ້າຍສະຖານທູດ ສະຫະລັດ ໄປນະຄອນຫຼວງ ເຈຣູຊາແລັມ, ຢູ່ທີ່ຊາຍແດນເຂດກາຊາ ຕິດກັບອິສຣາແອລ ໃນລະຫວ່າງ ພິທີສົ່ງສະການນາງນ້ອຍ ໃນເມືອງກາຊາ, ວັນທີ 15 ພຶດສະພາ 2018.

ພວກຊາວປາແລສໄຕນ໌ ຜູ້ທີ່ໄວ້ທຸກ ຫຼາຍພັນຄົນ ໄດ້ໄປຊຸມນຸມກັນຢູ່ທີ່ ພິທີສົ່ງສະການ
ໃຫ້ແກ່ພວກປະທ້ວງ ຫຼາຍກວ່າ 20 ຄົນ ກຸ່ມທຳອິດ ທີ່ໄດ້ຖືກສັງຫານ ໃນການປະທະກັນ
ກັບກຳລັງຮັກສາຄວາມສະຫງົບ ຂອງອິສຣາແອລ ໃນເຂດກາຊາ ເມື່ອວັນອັງຄານວານນີ້
ເຊິ່ງເປັນການໂຈມຕີ ທີ່ບັນດາເຈົ້າໜ້າທີ່ ຮັບຜິດຊອບສິດທິມະນຸດ ຂອງອົງການສະຫະ
ປະຊາຊາດ ໄດ້ກ່າວປະນາມ ວ່າ “ໜ້າຕື່ນຕົກໃຈ.”

ພວກໄວ້ທຸກຫຼາຍຄົນ ໄດ້ໂບກທຸງຊາດຂອງປາແລສໄຕນ໌ ແລະ ບາງສ່ວນ ໄດ້ຮຽກຮ້ອງ
ໃຫ້ແກ້ແຄ້ນຕໍ່ອິສຣາແອລ ສຳລັບຜູ້ທີ່ຖືກຂ້າຕາຍ 60 ຄົນ ແລະ 2,700 ຄົນ ທີ່ໄດ້ຮັບ
ບາດເຈັບເມື່ອວັນຈັນຜ່ານມານີ້. ພວກໄວ້ທຸກ ທີ່ໄປຮ່ວມໃນພິທີສົ່ງສະການ ສອງແຫ່ງ
ຢູ່ໃນພາກໃຕ້ ຂອງເຂດກາຊາ ໄດ້ຮ້ອງໂຮອອກມາວ່າ “ດ້ວຍຈິດວິນຍານ ແລະເລືອດ
ພວກເຮົາ ກອບກູ້ພວກເຈົ້າ ທີ່ຍອມຕາຍຍ້ອນຄວາມເຊື່ອ!”

ການປະທ້ວງໃໝ່ໆ ໄດ້ເກີດຂຶ້ນ ຢູ່ຕາມເຂດຊາຍແດນ ກາຊາ ຕິດກັບອິສຣາແອລ
ແລະ ຢູ່ໃນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຫຼື West Bank ໂດຍມີພວກປະທ້ວງ
ຈຳນວນນຶ່ງແກວ່ງກ້ອນຫີນ ໃສ່ຊາວອິສຣາແອລ ແລະຈູດໄຟເຜົາ ໃນຂະນະທີ່ ກຳລັງ
ຂອງອິສຣາແອລ ໄດ້ຍິງແກັສນ້ຳຕາເຂົ້າໃສ່ໃນການຕອບໂຕ້ຄືນ. ແຕ່ພວກປະທ້ວງ
ຈຳນວນນຶ່ງ ທີ່ປາກົດວ່າ ມີຫຼາຍຮ້ອຍຄົນ ຢູ່ໃນຫຼາຍໆຈຸດ ຊຶ່ງຍັງມີຈຳນວນຕ່ຳກວ່າ
40,000 ຄົນ ທີ່ໄດ້ເຂົ້າຮ່ວມການປະທ້ວງ ຢູ່ຕາມເຂດຊາຍແດນກາຊາ ໃນວັນຈັນ
ຜ່ານມານີ້ ໃນການຄັດຄ້ານຕໍ່ການເປີດ ສະຖານທູດ ສະຫະລັດແຫ່ງໃໝ່ ຢູ່ນະຄອນ
ຫຼວງເຈຣູຊາແລັມ ຫ່າງຈາກຊາຍແດນ ບໍ່ຮອດ 100 ກິໂລແມັດ. ມີລາຍງານວ່າ ຊາວ
ປາແລສໄຕນ໌ ຢ່າງໜ້ອຍ 2 ຄົນ ຖືກຂ້າຕາຍໃນວັນອັງຄານວານນີ້.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ກ່າວປົກປ້ອງສິດທິ
ໃນການປ້ອງກັນຊາຍແດນຂອງປະເທດຂອງຊາວຢິວ ແຕ່ກໍໄດ້ປະເຊີນກັບສຽງຄັດຄ້ານ
ຈາກນານາຊາດຫຼາຍຂຶ້ນເລື້ອຍໆ ຕໍ່ການນຳໃຊ້ລູກປືນແທ້ ຍິງໃສ່ພວກປະທ້ວງ ຊາວ
ປາແລສໄຕນ໌. ສ່ວນສະຫະລັດ ເຖິງຢ່າງໃດກໍດີ ໄດ້ຖິ້ມໂທດໃສ່ ກຸ່ມຫົວຮຸນແຮງຮາມັສ
ທີ່ປົກຄອງເຂດກາຊາ ໂດຍຈັດໃຫ້ມີການປະທ້ວງ ແລະໄດ້ຂັດຂວາງ ຖະແຫລງການ
ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ຮຽກຮ້ອງໃຫ້ທຳການສືບສວນ ກ່ຽວກັບ
ການຕາຍຂອງຊາວປາແລສໄຕນ໌.

ແຕ່ບັນດາເຈົ້າໜ້າທີ່ ຮັບຜິດຊອບດ້ານສິດທິມະນຸດຂອງສະຫະປະຊາຊາດ ກໍໄດ້ຕໍ່ວ່າ
ອິສຣາແອລ ໃນການນຳໃຊ້ ອາວຸດຮ້າຍແຮງ ຕໍ່ພວກປະທ້ວງ.

ທ່ານໄມເກີລ ລິງກ໌ ຜູ້ຂຽນລາຍງານພິເສດຂອງສະຫະປະຊາຊາດ ກ່ຽວກັບສິດທິມະນຸດ
ປະຈຳເຂດປາແລສໄຕນ໌ ໄດ້ກ່າວໃນຖະແຫລງການ ວ່າ “ການໃຊ້ກຳລັງທີ່ເກີນກວ່າ
ເຫດ ຢ່າງເປີດແປນ ໂດຍອິສຣາແອລ ນີ້ ຕ້ອງຍຸຕິລົງ ແລະ ຈະຕ້ອງໃຫ້ມີການຮັບຜິດ
ຊອບ ທີ່ແທ້ຈິງ ສຳລັບພວກທີ່ຢູ່ໃນກອງທັບ ແລະການ ບັນຊາຂອງນັກການເມືອງ
ຜູ້ທີ່ໄດ້ອອກຄຳສັ່ງ ຫຼືອະນຸຍາດ ໃຫ້ໃຊ້ກຳລັງນີ້ ຢູ່ໃນຮົ້ວຊາຍແດນເຂດກາຊາ ອີກ
ຄັ້ງນຶ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG