ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປາແລັສຕາຍນ໌ ຂູ່ອົງການ ສະຫະປະຊາຊາດ ເລື້ອງ ອິສຣາແອລ


ເອກອັກຄະລັດຖະທູດ ປາແລັສຕາຍນ໌ ທ່ານ Riyad Mansour ກ່າວທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ. 28 ກໍລະກົດ, 2014.
ເອກອັກຄະລັດຖະທູດ ປາແລັສຕາຍນ໌ ທ່ານ Riyad Mansour ກ່າວທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ. 28 ກໍລະກົດ, 2014.

ຊາວປາແລັສຕາຍນ໌ ພວມພາກັນເລັ່ງລັດໃຫ້ມີຂໍ້ແກ້ໄຂ ຂອງສະພາຄວາມໝັ້ນຄົງອົງການ ສຫຊ ໂດຍຂົ່ມຂູ່ວ່າ “ຈະມີຜົນສະທ້ອນຕິດຕາມມາ” ຖ້າວ່າ ອິສຣາແອລ ສືບຕໍ່ປຸກສ້າງ ບ້ານເຮືອນໃສ່ດິນດອນທີ່ຊາວ ປາແລັສຕາຍນ໌ ຢາກເຮັດໃຫ້ເປັນຣັດນຶ່ງໃນອະນາຄົດນັ້ນ.

ທ່ານ Riyad Mansour ເອກອັກຄະລັດຖະທູດ​ ປາແລັສຕາຍນ໌ ໄດ້ກ່າວຫາ ອິສຣາແອລ ວ່າ ສືບຕໍ່ມ້າງເພກົດໝາຍສາກົນ.

ທ່ານໄດ້ບອກສະພາດັ່ງກ່າວ ໃນວັນພຸດວານນີ້ວ່າ “ໂລກທັງໂລກຮຽກຮ້ອງໃຫ້ ອິສຣາ ແອລ ຢຸດເຊົາການສ້າງຕັ້ງບ້ານໃໝ່ແລະກໍ່ອາຊຍາກຳຕ້ານປະຊາຊົນ ປາແລັສຕາຍນ໌ ຊຶ່ງສິ່ງດັ່ງ ກ່າວຈະຕ້ອງໄດ້ຮັບການສະໜັບສະໜູນໂດຍມາດຕະການເຂັ້ມງວດ ເພື່ອ ບັງຄັບໃຫ້ ອິສຣາແອລ ກະທຳຕາມກົດໝາຍດັ່ງກ່າວ.”

ທ່ານກ່າວວ່າ ການຍຸຕິກິດຈະກຳກໍ່ສ້າງບ້ານເຮືອນໃໝ່ແລະຖອນອອກຂອງ ອິສຣາແອລ ຈາກດິນແດນຂອງປາແລັສຕາຍນ໌ ແມ່ນ “ເປັນສິ່ງຈຳເປັນ ເພື່ອໃຫ້ໄດ້ຮັບຄວາມຍຸຕິທຳ ໃຫ້ໄດ້ຮັບສັນຕິພາບຄົບຖ້ວນວັດທະນາຖາວອນ ປາແລັສຕາຍນ໌-ອິສຣາແອລ.”

ທ່ານ ແດນນີ ເດເນິນ ເອກອັກຄະລັດຖະທູດ ອິສຣາແອລ ບໍ່ໄດ້ເວົ້າເຖິງເລື້ອງການຕັ້ງ ບ້ານໃໝ່ຢູ່ໃນຄຳປາໄສຂອງທ່ານໃນສະພາດັ່ງກ່າວ ແຕ່ໄດ້ປະນາມອັນທີ່ທ່ານເວົ້າວ່າ ຈະເປັນຂໍ້ແກ້ໄຂບັນຫາເຂົ້າຂ້າງຝ່າຍດຽວຕ້ານ ອິສຣາແອລ.

ອິສຣາແອລ ໄດ້ຍຶດເອົາເຂດ West Bank ໃນສົງຄາມປີ 1967​ ແລ້ວຕໍ່ມາກໍໄດ້ຍຶດເອົາ ເຂດແດນ Jerusalemທັງໝົດເປັນຂອງຕົນ ແລ້ວກໍຖືວ່າ ຕົນມີສິດສ້າງບ້ານແປງເຮືອນ ໃສ່ໃນເຂດດັ່ງກ່າວ ເພື່ອຮັບປະກັນວ່າໃຫ້ມີຄວາມປອດໄພ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG