ຄະນະລັດຖະບານຂອງປາເເລສໄຕນ໌ ໄດ້ລາອອກໃນຖານະເປັນພາກ ສ່ວນນຶ່ງຂອງການສັບຊ້ອນທີ່ໄດ້ວາງແຜນມາກ່ອນ ແຕ່ກໍຄາດກັນວ່າ ນາຍົກລັດຖະມຸນຕີ Salam Fayyad ຈະຍັງດໍາລົງຕໍາແໜ່ງນາຍົກ ລັດຖະມຸນຕີຢູ່ຄືເກົ່າ.
ບັນດາເຈົ້າໜ້າທີ່ກ່າວວ່າ ຄະນະລັດຖະບານປາເເລສໄຕນ໌ ໄດ້ຍື່ນໃບລາອອກຕໍ່ປະທານາທິບໍດີ Mahmoud Abbas
ໃນວັນຈັນມື້ນີ້. ຄາດວ່າທ່ານຈະມອບອໍານາດໃຫ້ທ່ານ Fayyad ປະກອບຄະນະລັດຖະບານໃໝ່ຂຶ້ນ ໂດຍໃຫ້ທໍາການປຶກສາຫາລືກັນກັບພວກກຸ່ມປາເເລສໄຕນ໌ຕ່າງໆ ອັນເປັນຂັ້ນຕອນທີ່ເບິ່ງຄືວ່າຈະໃຊ້ເວລາຫລາຍສັບປະດາ.
ທ່ານ Abbas ໄດ້ຕົກລົງເຫັນດີນໍາການສັບຊ້ອນດັ່ງກ່າວນີ້
ບໍ່ເທົ່າໃດມື້ຫລັງຈາກປະທານາທິບໍດີ Hosni Mubarak ທີ່
ໃຊ້ອໍານາດຜະເດັດການຂອງອີຈິບ ລາອອກຈາກຕໍາແໜ່ງ
ພາຍໃຕ້ຄວາມກົດດັນຂອງການລຸກຮືຂຶ້ນຂອງປະຊາຊົນ ທີ່
ໄດ້ກະຕຸ້ນໃຫ້ມີການປະຕິຮູບດ້ານການເມືອງຂຶ້ນໃນເຂດອື່ນໆອີກ ຂອງໂລກອາຫຣັບນັ້ນ.
ນອກນີ້ ລັດຖະບານຂອງທ່ານ Abbas ທີ່ມີສໍານັກງານໃຫຍ່ຕັ້ງຢູ່ທີ່ ເມືອງ Ramallah ຍັງໄດ້ປະກາດແຜນການຕ່າງໆໃຫ້ຮູ້ ໃນວັນເສົາຜ່ານມານີ້ວ່າ ຈະຈັດການເລືອກຕັ້ງເອົາປະທານາທິບໍດີແລະສະພານິຕິບັນຍັດ ທີ່ໄດ້ກາຍກໍານົດມາເປັນເວລາດົນນານແລ້ວນັ້ນໃນ ຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນແລະໃນແຫລມກາຊາ ພາຍໃນເດືອນກັນຍາປີນີ້.