ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາແລັສໄຕນ໌ 3 ຄົນ ຖືກຍິງຕາຍ ຢູ່ໃນຝັ່ງ​ຕາ​ເວັນ​ຕົກ​ ຂອງ​ແມ່ນ້ຳຈໍ​ແດນ


ກຳລັງຮັກສາຄວາມປອດໄພ ກວດສອບສະຖານທີ່ເກີດເຫດ ອັນທີ່ທະຫານອິສຣາແອລ ໄດ້ກ່າວວ່າ ເປັນການໂຈມຕີຍິງສັງຫານ ແລະໃຊ້ລົດແລ່ນຕຳລົດທະຫານ ຕິດຕໍ່ກັນ ໂດຍຊາວປາແລສໄຕນ໌ ໃກ້ກັບ Kiryat Arba ຊຶ່ງເປັນເຂດຕັ້ງຖິ່ນຖານ ຂອງຊາວຢິວ ທີ່ຕິດກັບເມືອງ Hebron, ວັນທີ 14 ມີນາ 2016.
ກຳລັງຮັກສາຄວາມປອດໄພ ກວດສອບສະຖານທີ່ເກີດເຫດ ອັນທີ່ທະຫານອິສຣາແອລ ໄດ້ກ່າວວ່າ ເປັນການໂຈມຕີຍິງສັງຫານ ແລະໃຊ້ລົດແລ່ນຕຳລົດທະຫານ ຕິດຕໍ່ກັນ ໂດຍຊາວປາແລສໄຕນ໌ ໃກ້ກັບ Kiryat Arba ຊຶ່ງເປັນເຂດຕັ້ງຖິ່ນຖານ ຂອງຊາວຢິວ ທີ່ຕິດກັບເມືອງ Hebron, ວັນທີ 14 ມີນາ 2016.

ຊາວປາແລສໄຕນ໌ 3 ຄົນ ທີ່ທຳການໂຈມຕີ ຢູ່ໃນເຂດຄຸ້ມຄອງ
ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່ນ້ຳຈໍ​ແດັນ ຫຼື West Bank ໄດ້ຖືກຍິງ
ຕາຍ ໃນວັນຈັນມື້ນີ້ ໂດຍທະຫານອິສຣາແອລ.

ກອງທັບບົກ ອິສຣາແອລ ໄດ້ກ່າວໃນຖະແຫລງການສະບັບນຶ່ງ
ວ່າ ຄົນຮ້າຍ 2 ຄົນ ໄດ້ເປີດສາກຍິງໃສ່ ພວກຄົນຍ່າງຕາມທ້ອງ
ຖະໜົນ ຢູ່ທີ່ຈອດລົດເມແຫ່ງນຶ່ງ ຕິດກັບທາງເຂົ້າເຂດຕັ້ງຖິ່ນຖານ
ຂອງຊາວຢິວ Kiryat Arba ໃກ້ກັບເຂດແບ່ງແຍກຂອງເມືອງ
Hebron. ກອງກຳລັງຂອງອິສຣາແອລ ໄດ້ຍິງສັງຫານພວກທຳ
ການໂຈມຕີດັ່ງກ່າວ. ທະຫານອິສຣາແອລຄົນນຶ່ງໄດ້ຮັບບາດເຈັບ.

ກອງທັບອິສຣາແອລ ໄດ້ກ່າວອີກວ່າ ການໂຈມຕີອີກບັ້ນນຶ່ງ ໄດ້ເກີດຂຶ້ນ “ໃນຊ່ວງເວລາ
ບໍ່ດົນຕໍ່ມາ”
ຕອນທີ່ລົດຄັນນຶ່ງ ໄດ້ແລ່ນຕຳລົດທະຫານໄປ ຢູ່ບ່ອນຈອດລົດເມແຫ່ງດຽວ
ກັນ. ພວກທະຫານຈຶ່ງໄດ້ເປີດສາກຍິງໃສ່ຄົນຮ້າຍຜູ້ນັ້ນ ຈົນເສຍຊີວິດ. ທະຫານສອງຄົນ
ໄດ້ຮັບບາດເຈັບ.

ມີຄື້ນຟອງຂອງຄວາມຮຸນແຮງຢູ່ຕາມທ້ອງຖະໜົນ ນັບຕັ້ງແຕ່ ເດືອນຕຸລາປີກາຍນີ້ ເປັນ
ຕົ້ນມາ ຊຶ່ງໄດ້ສັງຫານ ຊາວປາແລສໄຕນ໌ ຢ່າງໜ້ອຍ 184 ຄົນ ຊາວອິສຣາແອລ 28 ຄົນ
ແລະ 2 ຄົນ ສັນຊາດອາເມຣິກັນ.

ບັນດານັກວິເຄາະ ກ່າວວ່າ ການເພີ້ມຂຶ້ນຂອງຄວາມຮຸນແຮງ ແມ່ນເກີດມາຈາກຄວາມ
ຮູ້ສຶກທໍ້ຖອຍໃຈ ຂອງພວກຊາວໜຸ່ມປາແລສໄຕນ໌ ກັບການຂະຫຍາຍໂຕ ຂອງຊາວຢິວ
ທີ່ມາຕັ້ງຖິ່ນຖານ ຢູ່ໃນດິນແດນບ່ອນ ທີ່ຊາວປາແລສໄຕນ໌ ຢາກໃຫ້ເປັນປະເທດຂອງຕົນ
ໃນອະນາຄົດ ແລະ ພວກອິສລາມ ກໍຮຽກຮ້ອງໃຫ້ທຳລາຍອິສຣາແອລນັ້ນ.

Israel Palestinians
please wait
Embed

No media source currently available

0:00 0:00:53 0:00

XS
SM
MD
LG