ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວປາແລັສໄຕນ໌ ສອງຄົນ ຖືກສັງຫານ ໂດຍການຍິງ ຈາກລົດຖັງຂອງອິສຣາແອລ


Israel Palestinians
please wait
Embed

No media source currently available

0:00 0:00:37 0:00

ກະຊວງສາທາລະນະສຸກ ຂອງປາແລັສໄຕນ໌ ກ່າວວ່າ ຊາວປາແລັສໄຕນ໌ ສອງຄົນ ໄດ້
ຖືກສັງຫານ ໂດຍການຍິງຈາກລົດຖັງຂອງອິສຣາແອລ ເຂົ້າໃສ່ທາງທິດໃຕ້ຂອງເຂດ
ກາຊາ ໃນວັນອາທິດມື້ນີ້.

ສ່ວນອິສຣາແອລ ກ່າວວ່າ ການຍິງໂດຍລົດຖັງ ໄດ້ມີຂຶ້ນຫຼັງຈາກທີ່ ພວກທະຫານຂອງ
ຕົນ ໄດ້ລະເບີດຖິ້ມ ວັດຖຸລະເບີດອັນນຶ່ງ ທີ່ໄດ້ຖືກວາງໄວ້ ຢູ່ໃກ້ກັບຮົ້ວເຂດຊາຍແດນ.

ອິສຣາແອລ ໄດ້ກ່າວໃນຖະແຫລງການວ່າ: “ວັດຖຸລະເບີດ ໄດ້ຖືກວາງໄວ້ເມື່ອຕອນ
ແລງວານນີ້ ຢູ່ໃກ້ກັບຮົ້ວເຂດຊາຍແດນໃນພາກໃຕ້ຂອງເຂດກາຊາ ໃນການພະຍາ
ຍາມເພື່ອຈະທຳຮ້າຍ ພວກທະຫານທີ່ກຳລັງປະຕິບັດງານ ຢູ່ໃນບໍລິເວນດັ່ງກ່າວ
ແລະ ມັນກໍໄດ້ຖືກທຳລາຍໃນຕອນເຊົ້າມື້ນີ້ ໂດຍ ພວກທະຫານ ກຳລັງປ້ອງກັນ
ອິສຣາແອລ ຫຼື IDF.”

ກອງກຳລັງປ້ອງກັນປະເທດ ໄດ້ຂຽນທວີດວ່າ “ບໍ່ມີລາຍງານວ່າ ທະຫານ IDF ຜູ້ໃດ
ໄດ້ຮັບບາດເຈັບ. ໃນການຕອບໂຕ ກອງກຳລັງ IDF ຈຶ່ງໄດ້ແນປືນລົດຖັງ ໃສ່ເປົ້າ
ໝາຍ ປ້ອມສັງເກດການທະຫານ ຢູ່ໃນພາກໃຕ້ຂອງເຂດກາຊາ.”

ຢ່າງໜ້ອຍ ຊາວປາແລັສໄຕນ໌ 118 ຄົນ ໄດ້ຖືກສັງຫານ ໂດຍການຍິງຂອງທະຫານ
ອິສຣາແອລ ຢູ່ໃນເຂດກາຊາ ນັບຕັ້ງແຕ່ໄດ້ເກີດການປະທ້ວງຂະໜານໃຫຍ່ ແລະ ເກີດ
ການປະທະກັນ ໃນເດືອນມີນາຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG