ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 15 ຄົນ ເສຍຊີວິດ ຕື່ມອີກ ຢູ່ກາຊາ ຍ້ອນການໂຈມຕີຂອງ ອິສຣາແອລ (ວືດິໂອ/ສະໄລດ໌)


ISRAEL PALESTINIANS CNPK
please wait

No media source currently available

0:00 0:03:40 0:00

ລູກປືນ​ໃຫຍ່​ຈາກລົດ​ຖັງ​ຂອງອິສຣາ​ແອ​ລ ​ໄດ້​ຕົກ​ໃສ່​ໂຮງ​ຮຽນ ທີ່ບໍ
ລິຫານ​ໂດຍ ສະຫະ​ປະຊາ​ຊາດ ໃນ​ເຂດກາຊາ ​ເຮັດ​ໃຫ້​ມີ​ຜູ້​ເສຍ
​ຊີວິດ​ ຢ່າງໜ້ອຍ 15 ຄົນ.

ການໂຈມຕີ​ໄດ້​ເກີດ​ຂື້ນ​ໃນ​ຕອນ​ເຊົ້າ​ວັນພຸດ​ມື້​ນີ້ ທີ່ສູນ​ອົບ​ພະຍົບ
Jebaliya ​ທາງພາກ​ເໜືອ​ຂອງ​ເຂດ​ກາຊາ.

ນັກ​ຂ່າວ ວີ​ໂອ​ເອ Scott Bobb ​ໄດ້​ເບິ່ງ​ບ່ອນ​ເກີດ​ເຫດ ​ແລະ​ບັນ​ລະ​ຍາຍ​ວ່າ​ເປັນ​ບ່ອນ “ທີ່ສັບສົນ​ວຸ້ນວາຍ​ຢ່າງທີ່​ສຸດ.” ລາວ​ລາຍ​ງານ​ວ່າ:

“ຫ້ອງ​ຮຽນ​ຫ້ອງ​ນຶ່ງ ທີ່​ຖືກ​ໂຈມ​ຕີ ​ແລະ​ເປັນ​ບ່ອນ​ທີ່​ຄົນ​ສ່ວນ​ໃຫຍ່​ເສ​ຍຊີ​ວິດນັ້ນ
ແມ່ນ​ຖືກ​ທຳລາຍ​ຢ່າງ​ສິ້ນ​ເຊີງ ຝາ​ພັງ​ລົງ​ມາ ​ແລະ​ຜູ້​ຄົນ​ພາກັນຍ່າງໄປມາ​ໃນ​
ລັກສະນະ​ມຶນ​ງົງ ດ້ວຍຄວາມຕົກ​ໃຈ. ບາງ​ຄົນ​ກ່າວ​ວ່າ ຄົນ​ເຫລົ່າ​ນີ້​ໄດ້ພາກັນ​
​ໜີອອກ​ຈາກ​ບ້ານ​ເຮືອນຂ​ອງ​ເຂົາ​ເຈົ້າ ​ແລະມາຫລົບ​ໄພ​ຢູ່​ທີ່​ນີ້ ​ໜີ​ໄພ​ການໂຈມ​
ຕີ ​ແລະ​ບັດ​ນີ້ ​ເຂົາ​ເຈົ້າ​ເວົ້າ​ວ່າ “​ເຮົາ​ຄວນກັບ​ຄືນ​ເມືອ​ບ້ານ ​ເພາະວ່າ ຖ້າ​ພວກ
​ເຮົາ ບໍ່​ມີ​ຄວາມ​ປອດ​ໄພ ​ຢູ່​ໂຮງຮຽນ​ສະຫະ​ປະຊາ​ຊາດ​ແລ້ວ ​ເຮົາກໍ​ຄວນ​ເມືອ​
ຕາຍ​ຢູ່​ບ້ານ​ ຈະ​ດີ​ກ່ອນ.”

​ໂຮງຮຽນ​ແຫ່ງ​ນີ້​ ແມ່ນແຫ່ງ​ນຶ່ງ​ໃນ​ຈຳນວນ 85 ​ແຫ່ງ ທີ່ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ
​ຊາວ​ອົບ​ພະຍົບປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ມີຫລາຍ​ກວ່າ 200,000 ຄົນ ​ພາກັນໄປ​ຫລົບ​ໄພ​ຢູ່.

​ເຈົ້າ​ໜ້າ​ທີ່ສາ​ທາ​ລະນະ​ສຸກ​ຄົນ​ນຶ່ງ ​ໄດ້ກ່າວ​ວ່າກ່ອນ​ໜ້າ​ນີ້​ວ່າ ການ​ໂຈມ​ຕີ​ໄດ້​ເຮັດໃຫ້ 20
ຄົນ​ເສຍ​ຊີວິດ.

ການ​ຍິງ​ຖະຫລົ່​ມ ​ແມ່ນ​ພາກສ່ວນນຶ່ງ​ຂອງ​ການ​ປະຕິບັດ​ງານ​ສືບ​ຕໍ່​ມາຂອງກອງ ທັບອິສຣາ
ແອ​ລ ດ້ວຍການ​ໂຈມ​ຕີ​ທາງ​ອາກາດ ​ແລະ​ຍິງ​ຈາກລົດ​ຖັງ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ
​ໜ້ອຍ 32 ຄົນ ​ໃນ​ວັນ​ພຸດ​ມື້​ນີ້.

​ບັນດາ​ເຈົ້າ​ໜ້າ​ທີ່ ປາ​ແລສ​ໄຕ​ນ໌ ກ່າວ​ວ່າ ຫລາຍ​ກວ່າ 1,200 ຄົນ ຊຶ່ງ​ສ່ວນ​ໃຫຍ່ ແມ່ນ​ພົນ
ລະ​ເຮືອນ ​ໄດ້​ເສຍ​ຊີວິດ ນັບ​ຕັ້ງ​ແຕ່ວັນ​ທີ 8 ​ເດືອນ​ກໍ​ລະ​ກົດ. ທະຫານ​ອິສຣາ​ແອ​ລ 53 ຄົນ ​ແລະ​ພົນ​ລະ​ເຮືອນອີກ 3 ຄົນ​ໄດ້​ເສຍ​ຊີວິດ ​ເຊັ່ນ​ ​ກັນ.

Gazans Clear Rubble, Re-Live Trauma
please wait

No media source currently available

0:00 0:01:36 0:00

XS
SM
MD
LG