ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໓ ເມສາ ໒໐໒໖

ປາ​ແລັ​ສ​ໄຕ​ນ໌ ຍິງລູກ​ຈະຫຼວດໃສ່ອິ​ສ​ຣາ​ແອ​ລ ແລະ​ທາງອິ​ສ​ຣາ​ແອ​ລ ກໍ​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ ເພື່ອ​ຕອບ​ໂຕ້​ຄືນ

ທະຫານຂອງອິສຣາແອລ ຢືນຢູໃກ້ໆກັບ ລົດເມ ທີ່ຖືກທຳລາຍ ຫຼັງຈາກທີ່ໄດ້ຖືກປືນຄົກ ຍິງໃສ່ ມາຈາກເຂດກາຊາ ໃກ້ໆກັບ
ຊາຍແດນກາຊາ 2 ພະຈິກ 2018.
ທະຫານຂອງອິສຣາແອລ ຢືນຢູໃກ້ໆກັບ ລົດເມ ທີ່ຖືກທຳລາຍ ຫຼັງຈາກທີ່ໄດ້ຖືກປືນຄົກ ຍິງໃສ່ ມາຈາກເຂດກາຊາ ໃກ້ໆກັບ ຊາຍແດນກາຊາ 2 ພະຈິກ 2018.

​ທາງ​ການ​ທະ​ຫານ​ຂອງ​ອິ​ສ​ຣາ​ແອ​ລ ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂ້າມ​ຄືນ
ໃສ່​ເຂດ​ກາ​ຊາ ເພື່ອ​ຕອບ​ໂຕ້ ໃນ​ອັນ​ທີ່​ໄດ້​ກ່າວ​ວ່າ ມີ​ລູກ​ຈະຫຼວດຈຳ​ນວນ​ຫຼາຍ
​ຮ້ອຍ​ລູກ​ໂຈມ​ຕີ​ໂດຍ​ພວກຫົວຮຸນແຮງໃສ່​ອິ​ສ​ຣາ​ແອ​ລ.

​ກອງ​ກຳ​ລັງ​ປ້ອງ​ກັນປະ​ເທດ​ຂອງອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າຝູງ​ບິນ
ອາຍພົ່ນ​ລົບຂອງຕົນ “ໄດ້​ຍິງ​ໂຈມ​ຕີ​ກຸ່ມ​ຮາ​ມາ​ສ ແລະ​ກຸ່ມປາ​ແລັ​ສ​ໄຕນ໌ ອິ​ສ​ລາມ​
ຈີ​ຮາດ ທີ່​ກໍ່​ການ​ຮ້າຍ ທີ່​ແນ​ເປົ້າ​ໝາຍໃສ່​ທົ່ວ​ຂົງ​ເຂດ​ກາ​ຊາ”
ແລະ​“​ກຸ່ມ​ຮາ​ມາ​ສ​
ຈະ​ຕ້ອງ​ໄດ້​ຮັບ​ຜົນ​ຕອບ​ຮັບຂອງ​ບົດບາດ​ຂອງ​ຕົນ.”

ໜ່ວຍ​ງານ​ການ​ແພດ​ຂອງອິ​ສ​ຣາ​ແອ​ລ ໄດ້​ລາຍ​ງານ​ວ່າ ມີ​ຜູ້​ນຶ່ງ​ຖືກ​ຂ້າ​ຕາຍ
ໃນຂະ​ນະ​ທີ່​ ມີ​ການ​ໂຈມ​ຕີ​ດ້ວຍລູກຈະຫຼວດ​ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ບ່າຍວັນ​ຈັນວານ​ນີ້.
ການ​ທະ​ຫານໄດ້​ຮວມ​ເອົາ​ຈຳ​ນວນ​ທັງ​ໝົດຂອງ​ລູກ​ຈະຫຼວດ ທີ່ໂຈມ​ຕີ​ຈາກ​ເຂດ​
ກາ​ຊາ ວ່າ​ມີ 370 ລູກ ດ້ວຍການຖືກສະ​ກັດ​ກັ້ນ100 ລູກ ​ໂດຍ​ລະ​ບົບປ້ອງ​ກັນ​ຕ້ານຢັນ
ດ້ວຍ​ລູກ​ສອນ​ໄຟ ຂອງ Iron Dome.

ສ່ວນເຂດ​ຊາຍ​ແດນ​ທາງ​ປາ​ແລັ​ສ​ໄຕ​ນ໌ ພວກເຈົ້າໜ້າທີ່ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​
ອາ​ກາດ ອິ​ສ​ຣາ​ແອ​ລ ໄດ້​ສັງ​ຫານ 3 ຄົນ, ທີ່​ຮວ​ມ​ມີທ​ຫານ 2 ຄົນ ແລະ​ເຮັດໃຫ້ບາດ​ເຈັບ
9 ຄົນ.

ເຮືອ​ບິນ​ລົບອິ​ສ​ຣາ​ແອ​ລ ຍັງ​ໄດ້​ທຳ​ລ​າຍ ສະ​ຖານີ​ໂທ​ລະ​ພາບ​ ແອ​ລ ອັກ​ຊາ ຂອງ​ກຸ່ມ
​ຮາ​ມາ​ສ (Al-Aqsa). ພວກ​ພະ​ນັກ​ງານ​ຂອງ​ຫ້ອງ​ການໄດ້​ພາ​ກັນ​ອົບ​ພະ​ຍົບ​ລົບ​ໜີ
ກ່ອນ​ທີ່ການໂຈມ​ຕີ​ຈະ​ເລີ່ມ​ຂຶ້ນ ທີ່​ຕິດ​ຕາມ​ມາ​ດ້ວຍ​ການ​ເຕືອນ​ຈາກ​ທາງ​ທະ​ຫານ​ຂອງ
ອິ​ສ​ຣາ​ແອ​ລ.

ສະ​ຫະ​ລັດ ປະ​ນາມກຸ່ມ​ຮາ​ມາ​ສ ທີ່​ໄດ້​ສ້າງຄວາມຮຸນ​ແຮງ​ນີ້ ຊຶ່ງ​ທ່ານເຈ​ສັນກ​ຣີນ​ແບລັ​ຕ
(Jason Greenblatt) ທູດ​ພິ​ເສດ​ສະ​ຫະ​ລັດ ໄດ້​ຂຽນ​ລົງ​ໃນ​ທວິດ​ເຕີ​ຣ໌​ວ່າ “ພວກ​ເຮົາ
​ຢືນ​ຢູ່​ຄຽງ​ຂ້າງ​ກັບ​ອິ​ສ​ຣາ​ແອ​ລ ໃນ​ຖາ​ນະ​ທີ່ທຳ​ການປ້ອງ​ກັນ​ຕົວ​ເອງ ຕໍ່​ການ​ໂຈມ​ຕີ.
ຄວາມ​ຮຸນແຮງທີ່ວ່ານີ້ກີດ​ຂວາງ​ການ​ຊ່ອຍ​ເຫຼືອແທ້ໆໃດ​ໆ ເພື່ອ​ປະ​ຊາ​ຊົນ​ເຂດ​ກາ​ຊາ.”

ທູດ​ພິ​ເສດປະ​ຈຳ​ອົງ​ການສະ​ຫະປະ​ຊາ​ຊາດ ໃນ​ພາກ​ຕາ​ເວັນ​ອອກ​ກາງ ທ່ານ​ນິກ​ໂຄ​
ໄລ​ນ໌ ມ​ລາ​ເດີນອ​ຟ ໄດ້​ເອີ້ນ​ການ​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ນີ້​ວ່າ “ເປັນ​ອັນ​ຕ​ະ​ລາຍ​ຮ້າຍ​
ແຮງ​ຫຼາຍ”
ແລະ​ໄດ້​ກ່າວ​ເພີ້ມ ໃນ​ການ​ຂຽນ​ລົງ​ທວິດ​ເຕີ​ຣ໌ ວ່າ “ການ​ຢັບ​ຢັ້ງ ຕ້ອງ​ແມ່ນ​
ໄດ້​ສະ​ແດງ​ອອກຈາກ​ທຸກ​ຝ່າຍ ທັງ​ໝົດ.”

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ໄຟແມບ ທີ່ຍິງມາຈາກກອງກຳລັງອິສຣາແອວ ທີ່ໄດ້ເຮັດໃຫ້ກາງຄືນແຈ້ງສະຫວ່າງ ໃນທ້ອງຟ້າເຂດກາຊາ 12 ພະຈິກ 2018, ໃນຂະນະທີ່ກອງກຳລັງທະຫານ ໄດ້ເລີ້ມທຳການໂຈມຕີທາງອາກາດ “ແນເປົ້າໝາຍ ກຸ່ມກໍ່ການຮ້າຍ” ໃນທົ່ວເຂດກາຊາ.
ໄຟແມບ ທີ່ຍິງມາຈາກກອງກຳລັງອິສຣາແອວ ທີ່ໄດ້ເຮັດໃຫ້ກາງຄືນແຈ້ງສະຫວ່າງ ໃນທ້ອງຟ້າເຂດກາຊາ 12 ພະຈິກ 2018, ໃນຂະນະທີ່ກອງກຳລັງທະຫານ ໄດ້ເລີ້ມທຳການໂຈມຕີທາງອາກາດ “ແນເປົ້າໝາຍ ກຸ່ມກໍ່ການຮ້າຍ” ໃນທົ່ວເຂດກາຊາ.

This item is part of
XS
SM
MD
LG