ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປາແລສໄຕວ່າ ອິສຣາແອລ ຄືຜູ້ຕ້ອງສົງໄສ ແຕ່ພຽງຜູ້ດຽວ (ວີດີໂອ)


Swiss Confirm Polonium in Arafat's Remains
please wait

No media source currently available

0:00 0:06:51 0:00
ລິງໂດຍກົງ
ຄະນະສືບສວນຂອງປາແລສໄຕກ່າວວ່າ ອິສຣາແອລແມ່ນຜູ້ຕ້ອງ
ສົງໄສຜູ້ທຳອິດ ໂດຍພື້ນຖານແຕ່ພຽງຜູ້ດຽວເທົ່ານັ້ນ ໃນການເສຍ
ຊີວິດ ຂອງມື້ລາງປະທານາທິບໍດີ Yasser Arafat ຫຼັງຈາກພວກ ນັກວິທະຍາສາດສະວິສເຊີແລນກ່າວວ່າ ມີຫຼັກຖານຫຼາຍສົມຄວນ
ທີ່ວ່າ ທ່ານໄດ້ຖືກວາງຢາເບືອ ໂດຍສານທີ່ມີກຳມັນຕະພາບລັງສີ.

ທ່ານ Tawfik Tirawi ຫົວໜ້າສືບສວນຂອງປາແລສໄຕກ່ຽວກັບ
ການເສຍຊີວິດຂອງທ່ານ Arafat ກ່າວຕໍ່ພວກນັກຂ່າວໃນວັນສຸກ
ມື້ນີ້ທີ່ເມືອງ Ramallah ວ່າການສືບສວນຈະດຳເນີນຕໍ່ໄປ. ທ່ານ
ເອີ້ນການເສຍຊີວິດ ຂອງທ່ານ Arafat ນັ້ນວ່າ ເປັນອາຊະຍາກຳ
ໃນສັດຕະວັດທີ 21.

ການໃຫ້ຄວາມເຫັນດັ່ງກ່າວ ມີຂຶ້ນຫລັງຈາກພວກນັກວິທະຍາສາດສະວິສເຊີແລນ ກ່າວວ່າ ເຂົາເຈົ້າໄດ້ພົບຫຼັກຖານທີ່ໜັກແໜ້ນພໍສົມຄວນ ກ່ຽວກັບຄວາມຄິດທີ່ວ່າ ຜູ້ນຳປາແລສໄຕ ໄດ້ຖືກວາງຢາເບືອ ດ້ວຍສານ Polonium ທີ່ມີກຳມັນຕະພາບລັງສີ.

ຫ້ອງກວດສອບຂອງສະວິສເຊີແລນ ບໍ່ສາມາດໃຫ້ການຢືນຢັນກ່ຽວກັບສາເຫດໃນການເສຍ ຊີວິດຂອງທ່ານ Arafat ແຕ່ກໍກ່າວວ່າປະລິມານຂອງສານທີ່ໄດ້ພົບເຫັນຢູ່ໃນຮ່າງກາຍແລະ ເສື້ອຜ້າຂອງທ່ານ ແມ່ນສູງຫຼາຍ ທີ່ບໍ່ສາມາດມີຂຶ້ນໄດ້ດ້ວຍຄວາມບັງເອີນ.

ເຈົ້າໜ້າທີ່ປາແລສໄຕ ໄດ້ກ່າວຫາມາເປັນເວລາດົນນານແລ້ວວ່າ ອິສຣາແອລ ໄດ້ວາງຢາ ເບືອທ່ານ Arafat. ອິສຣາແອລໄດ້ປະຕິເສດສະເໝີມາວ່າ ຕົນບໍ່ມີສ່ວນໃດໆ ໃນການເສຍ ຊີວິດຂອງທ່ານ Arafat ແລະໄດ້ກ່າວຢໍ້າຕໍ່ຄຳເວົ້າດັ່ງກ່າວອີກ ໃນວັນພະຫັດວານນີ້.
XS
SM
MD
LG