ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປາແລສໄຕນ໌ ກ່າວຫາ ອິສຣາແອລ ວ່າ ລະເມີດການຢຸດຍິງ (ວີດີໂອ/ສະໄລດ໌)


ບັນດາ​ພະນັກງານ​ສຸກ​ເສີນ​ໃນ​ເມືອງ Gaza City ກ່າວ​ວ່າ ການ​
ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ​ໃສ່​ຄ້າຍ​ພວກ​ອົບ​ພະຍົບ​
ແຫ່ງ​ນຶ່ງ ​ໄດ້​ສັງຫານ​ເດັກຍິງ ​ໄວ 8 ຂວບ​ຄົນ​ນຶ່ງ ​ແລະເຮັດ​ໃຫ້
ໄດ້​ຮັບ​ບາດ​ເຈັບ​ອີກ 30 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ຄ້າຍ​ອົບ​ພະຍົບ Shati
​ແມ່ນ​ເກີດຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ນາທີ ກ່ອນ
​ອິສຣາ​ແອ​ລ ປະກາດ​ຢຸດ​ຍິງ​ຊົ່ວຄາວ.

ທາງ​ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ກຳລັງ​ພິຈາລະນາເບິ່ງ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້​ຢູ່.

ອິສຣາ​ແອ​ລ​ໄດ້​ປະກາດ​ວ່າ ຕົນ​ຈະທຳ​ການ​ຢຸດ​ຍິງ​ໃນ​ວັນ​ຈັນ​ມື້​ນີ້​ໃນ​ພື້ນ​ທີ່​ສ່ວນ​ຫຼາຍ​ໃນ
​ເຂດ​ກາຊາ ​ເພື່ອ​ອຳນວຍໃຫ້​ພວກ​ປາ​ແລ​ສ​ໄຕ​ນ໌ ​ໄດ້ຮັບ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​
ແລະ​ໃຫ້​ພວກພົນລະ​ເຮືອນທີ່​ໄດ້​ອົບ​ພະຍົບໜີ​ນັ້ນ ​ກັບຄືນ​ເມືອ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ວີດີໂອ: ຊາວກາຊາຍັງບໍ່ກ້າກັບຄືນເມືອເຮືອນຊານບ້ານຊ່ອງ ເຖິງແມ່ນອິສຣາແອລ
ໃຫ້ຄວາມໝັ້ນໃຈ ກໍຕາມ:

Displaced Gazans Fear Returning Home Despite Israeli Assurances
please wait

No media source currently available

0:00 0:02:19 0:00

​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ການ​ຢຸດ​ຍິງ​ກຳນົດ​ຈະເລີ້ມ​ຂຶ້ນ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລບັ້ນ​ນຶ່ງ ​ໄດ້​ສັງຫານ​ຜູ້ນຳຄົນ​ນຶ່ງ ຂອງ​ພວກ​ຫົວ​ຮຸນ​ແຮງ​ປາ​ແລ​ສ
​ໄຕ​ນ໌. ກຸ່ມ​ອິສລາມ Jihad ກ່າວ​ວ່າ ຜູ້​ບັນຊາ​ການ​ຂອງ​ຕົນ​ປະຈຳພາກ​ເໜືອ​ຂອງ​ເຂດ​ກາຊາ ນາຍ Danyal Mansour ​ໄດ້​ເສຍ​ຊີວິດ ໃນການ​ໂຈມ​ຕີ​ທາງ​ອາກາດຂອງ​ອິສຣາ​ແອ​ລ ຕໍ່​ເຮືອນ​ຂອງ​ຜູ້ກ່ຽວ.

ອິສຣາ​ແອ​ລ​ໄດ້​ຍ້າຍ​ພວກ​ລົດ​ຖັງ​ຂອງ​ຕົນ ໄປ​ປະຈຳ​ຢູ່​ໃກ້ໆ​ກັບ​ຊາຍ​ແດນ​ເຂດ​ກາຊາ​ໃນ​
ວັນ​ຈັນ​ມື້​ນີ້ ກ່ອນ​ການ​ຢຸດ​ຍິງ​ມີ​ຜົນ​ບັງຄັບ​ໃຊ້​.

ກຸ່ມ​ຮາ​ມັສ ທີ່​ຄວບ​ຄຸມ​ເຂດ​ກາຊາ ກ່າວ​ວ່າ ຕົນ​ບໍ່​ເຊື່ອຄຳ​ປະກາດ​ຢຸດ​ຍິງ​ນີ້ ​ແລະ​ຮຽກຮ້ອງ
ຊາວ​ປາ​ແລ​ສ​ໄຕ​ນ໌​ໃນ​ເຂດ​ກາຊາ ​“ໃຫ້​ລະມັດ ລະວັງ.”

ກ່ອນ​ໜ້ານັ້ນ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ​ໃນ​ເມືອງ Rafah ​ທາງ​ພາກ​ໃຕ້​ຂອງ​ເຂດ​ກາຊາ ​ໄດ້​ສັງຫານພົນລະ​ເຮືອນຢ່າງ​ໜ້ອຍ 10 ຄົນ ທີ່​ອາ​ໄສ​ຢູ່​ໃນ​ໂຮງຮຽນ
​ແຫ່ງ​ນຶ່ງ​ທີ່​ສະຫະ​ປະຊາ​ຊາດ​ເປັນ​ຜູ້​ກຳກັບ​ດູ​ແລ​ນັ້ນ.

​ໃນ​ເວລາ​ຕໍ່​ມາ ທະຫານ​ອິສຣາ​ແອ​ລກ່າວ​ວ່າ ຕົນ​ໄດ້​ແນ​ເປົ້າ​ໝາຍ​ໃສ່ພວກ​ທີ່​ສົງ​ໄສ​ວ່າ
​ເປັນ​ພວກ​ຫົວ​ຮຸນ​ແຮງ 3 ຄົນ ​ຢູ່​ໃກ້​ກັບ​ໂຮງຮຽນດັ່ງ ກ່າວ ​ແລະ​ວ່າ ຕົນ “ກຳລັງ​ທົບ​
ທວນ​ເບິ່ງ
ຜົນ​ກະທົບ​ທີ່​ຕິດຕາມ​ມາ” ຂອງ​ການ​ໂຈມ​ຕີ​ຄັ້ງ​ນີ້. ທະຫານ​ອິສຣາ​ແອ​ລ
ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ​ການ​ຢຸດ​ຍິງ​ນີ້ໃນ​ວັນ​ຈັນ​ມື້​ນີ້ ບໍ່​ຮວມທັງ​ເມືອງ Rafah ບ່ອນ​ທີ່ການ​ປະຕິບັດງານ​ທາງ​ທະຫານ ມີ​ກຳນົດ​ຈະ​ດຳ​ເນີນ​ຕໍ່​ໄປ.

ນັບ​ວ່າ​ເປັນ​ຄັ້ງ​ທີ​ສາມ ​ໃນ​ຊ່ວງ​ເວລາ 10 ມື້​ຜ່ານ​ມາ ທີ່​ໂຮງຮຽນ​ຂອງ ສະຫະ​ປະຊາ​ຊາດ
​ໄດ້​ຕົກ​ເປັນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ພາ​ໃຫ້​ມີ​ຄົນ​ຕາຍ ທີ່​ໄດ້​ດຶງ​ດູດ​ເອົາ​ການ​ປະນາມ​ຈາກ​ນາໆ​ຊາດ. ການ​ໂຈມ​ຕີ​ຄັ້ງ​ຫຼ້າ​ສຸດ ກໍ​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ແຂງ​ແຮງ​ເຊັ່ນ​ກັນ​ຈາກ​ທ່ານ​ພັນ​ກີ​ມູນ ຫົວໜ້າ​ສະຫະ​ປະຊາ​ຊາດ ທີ່​ເອີ້ນ​ການ​ໂຈມ​ຕີ​ນັ້ນ​ວ່າ “ການທຳລາຍ​ດ້ານ​ສີນ​ລະ​ທຳ ແລະ​ພຶດຕິ​ກຳຂອງ​ອາຊະ​ກຳ.” ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ເອີ້ນ​ການ​ໂຈມ​ຕີ​ດັ່ງກ່າວ​ວ່າ “ໜ້າ​ສະຫລົດ​ໃຈ.”

israelpalestinians4august14
please wait

No media source currently available

0:00 0:03:02 0:00

XS
SM
MD
LG