ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປາແລັສໄຕນ ລາຍງານກ່ຽວກັບ ຜູ້ເສຍຊີວິດຄົນໃໝ່ ຈາກການປະທະກັນ ໃນການປະທ້ວງ ເມື່ອວັນສຸກ ທີ່ຜ່ານມາ


ແພດແມ່ຍິງຊາວ ປາແລັສໄຕນ ນາງ ຣາຊານ ອາລ-ນາຈາ "Razan Al-Najar" ມີປະຕິກິລິຍາຕໍ່ແກ໊ສນໍ້າຕາ ໃນຂະ
ນະທີ່ລາວ ເຮັດວຽກຢູ່ຈຸດເກີດເຫດການປະທະກັນທີ່ເຂດ
ຊາຍແດນ ອິສຣາແອລ-ກາຊາ, ໃນພາກໃຕ້ຂອງເຂດ ກາຊາ.
1 ເມສາ, 2018.
ແພດແມ່ຍິງຊາວ ປາແລັສໄຕນ ນາງ ຣາຊານ ອາລ-ນາຈາ "Razan Al-Najar" ມີປະຕິກິລິຍາຕໍ່ແກ໊ສນໍ້າຕາ ໃນຂະ ນະທີ່ລາວ ເຮັດວຽກຢູ່ຈຸດເກີດເຫດການປະທະກັນທີ່ເຂດ ຊາຍແດນ ອິສຣາແອລ-ກາຊາ, ໃນພາກໃຕ້ຂອງເຂດ ກາຊາ. 1 ເມສາ, 2018.

ກະຊວງສາທາລະນະສຸກ ປາແລັສໄຕນ ໃນວັນຈັນມື້ນີ້ ໄດ້ລາຍງານການຕາຍຂອງຜູ້
ຊາຍຈາກເຂດ ກາຊາ ທີ່ຖືກຍິງໂດຍກອງກຳລັງ ຂອງອິສຣາແອລ ໃນລະຫວ່າງການ
ປະທ້ວງເມື່ອສັບປະດາທີ່ຜ່ານມາ.

ການຕາຍດັ່ງກ່າວໄດ້ເຮັດໃຫ້ຈຳນວນຜູ້ເສຍຊີວິດທັງໝົດມີຢ່າງໜ້ອຍ 17 ຄົນ, ອີງ
ຕາມບັນດາເຈົ້າໜ້າທີ່ສາທາລະນະສຸກ ປາແລັສໄຕນ. ປະຊາຊົນຫຼາຍຮ້ອຍຄົນເພີ່ມ
ເຕີມ ແມ່ນໄດ້ຮັບບາດເຈັບຈາກການປະທະກັນນັ້ນ.

ກອງທັບ ອິສຣາແອລ ໄດ້ກ່າວວ່າ ທະຫານຂອງເຂົາເຈົ້າໄດ້ຍິງປືນໃສ່ພວກປະທ້ວງ
ສະເພາະເວລາທີ່ພວກເຂົາເຈົ້າຈຳນວນນຶ່ງ ໄດ້ພະຍາຍາມທີ່ຈະສ້າງຄວາມເສຍຫາຍ
ໃຫ້ແກ່ຮົ້ວເຂດຊາຍແດນ ແລະ ແກວ່ງກ້ອນຫີນ ແລະ ລະເບີດໄຟໃສ່.

ອິສຣາແອລ ຍັງໄດ້ກ່າວວ່າ ພວກປະທ້ວງ 10 ຄົນທີ່ຖືກຂ້າຕາຍ ແມ່ນພວກກໍ່ການ
ຮ້າຍ ຜູ້ທີ່ໄດ້ພະຍາຍາມລັກຂ້າມເຂດຊາຍແດນ.

ຄວາມຮຸນແຮງຢູ່ຕາມເຂດ ກາຊາ ເມື່ອວັນສຸກທີ່ຜ່ານມາ ແມ່ນວັນທີ່ຮ້າຍແຮງທີ່ສຸດ
ລະຫວ່າງຊາວ ອິສຣາແອລ ກັບ ປາແລັສໄຕນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ.

ລັດຖະມົນຕີກະຊວງປ້ອງກັນປະເທດທ່ານ ອາວິກດໍ ລີເບີແມນ "Avigdor
Lieberman" ກ່າວວ່າ ອິສຣາແອລ ບໍ່ໄດ້ຮ່ວມມືກັບການສືບສວນສອບສວນອິດສະ
ລະໃດໆໃນຄວາມຮຸນແຮງດັ່ງກ່າວນັ້ນ, ແລະ ໄດ້ກ່າວຫາພວກ ຮາມາສ ກ່ຽວກັບ
“ການເອົາລັດເອົາປຽບພວກປະທ້ວງແມ່ຍິງ ແລະ ເດັກນ້ອຍວ່າເອົາເຂົາເປັນທີ່ກໍາບັງ
ຢ່າງບໍ່ສົນໃຈ” ໃນຂະນະທີ່ເຂົາເຈົ້າດຳເນີນການກໍ່ຄວາມຮຸນແຮງ.

ສະຫະລັດ ໄດ້ກີດກັ້ນຖະແຫຼງການຂອງສະພາຄວາມໝັ້ນຄົງອົງການ ສະຫະປະຊາ
ຊາດ ທີ່ຊຸກຍູ້ໃຫ້ອົງການສະຫະປະຊາຊາດ ສອບສວນໃນຄວາມຮຸນແຮງນັ້ນ.

ທ່ານ ລີເບີແມນ ໄດ້ກ່າວໃນ Twitter ເມື່ອວັນເສົາທີ່ຜ່ານມາວ່າ “ຂ້າພະເຈົ້າບໍ່ເຂົ້າ
ໃຈພວກໜ້າຊື່ໃຈຄົດ ຜູ້ທີ່ຕ້ອງການຄະນະກຳມະການສອບສວນນັ້ນ, ເຂົາເຈົ້າສັບສົນ
ແລະ ຄິດວ່າພວກ ຮາມາສ ເປັນຜູ້ຈັດງານສະແດງເພງມື້ວານນີ້ ແລະ ພວກເຮົາຄວນ
ເອົາດອກໄມ້ໄປມອບໃຫ້ເຂົາເຈົ້າ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG