ປະທານາທິບໍດີດໍໂນລ ທຣຳ ໄດ້ເຊື້ອເຊີນ ປະທານາທິບໍດີປາແລສໄຕນ໌ ທ່ານ Mah-
moud Abbas ມາຢ້ຽມຢາມທຳນຽບຂາວ ໃນຄວາມພະຍາຍາມເພື່ອຈະຟື້ນຟູການ
ເຈລະຈາສັນຕິພາບ ລະຫວ່າງອິສຣາແອລ ແລະປາແລສໄຕນ໌ ທີ່ຕົກຢູ່ໃນສະພາບບໍ່
ໄປບໍ່ມາ ມາເປັນເວລາດົນນານແລ້ວນັ້ນ.
ໂຄສົກຂອງທຳນຽບຂາວ ທ່ານ Sean Spicer ກ່າວໃນວັນສຸກວານນີ້ວ່າ ທ່ານທຣຳ
ແລະທ່ານ Abbas ໄດ້ຕົກລົງທີ່ຈະພົບປະກັນຢູ່ທຳນຽບຂາວ ໃນຂະນະທີ່ພວກທ່ານ
ໂອ້ລົມກັນທາງໂທລະສັບເປັນເທື່ອທຳອິດ. ທ່ານທຣຳໄດ້ເປັນເຈົ້າພາບ ຕ້ອນຮັບນາ
ຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ມາຢ້ຽມຢາມທຳນຽບຂາວ
ໃນເດືອນແລ້ວນີ້.
ທ່ານ Spicer ບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາໃດການພົບປະດັ່ງກ່າວ ຈຶ່ງຈະມີຂຶ້ນ ແຕ່
ອົງການຂ່າວ WAFA ທີ່ທ່ານ Abbas ຄວບຄຸມ ໄດ້ອ້າງຄຳເວົ້າ ໂຄສົກຂອງຜູ້ນຳ
ປາແລສໄຕນ໌ ທ່ານ Nabil Abu Rdeneh ທີ່ກ່າວວ່າ ມັນອາດຈະ ມີຂຶ້ນໃນໄວໆນີ້
ແລະຈະແນໃສ່ການຊອກຫາຊ່ອງທາງເພື່ອຟື້ນຟູຂັ້ນຕອນການເຈລະຈາສັນຕິພາບ
ລະຫວ່າງອິສຣາແອລແລະປາແລສໄຕນ໌.
ໃນລະຫວ່າງການໂທລະສັບໂອ້ລົມກັນໃນວັນສຸກວານນີ້ ທ່ານ Rdeneh ກ່າວວ່າ ທ່ານ
ທຣຳ ໄດ້ສະແດງຄວາມປະສົງ ຢາກໃຫ້ມີ “ສັນຕິພາບ ທີ່ແທ້ຈິງ” ລະຫວ່າງທັງສອງຝ່າຍ
ໃນຂະນະທີ່ ທ່ານ Abbas ໄດ້ມີຄວາມໝັ້ນໝາຍ ຕໍ່ “ທາງເລືອກຍຸດທະສາດ” ເພື່ອສ້າງ
”ຕັ້ງລັດປາແລສໄຕນ໌ ຢູ່ຄຽງຂ້າງ ກັບອິສຣາແອລ ຢ່າງມີສັນຕິພາບ.
ໃນຕອນແລງຂອງວັນສຸກວານນີ້ ທຳນຽບຂາວໄດ້ອອກລາຍລະອຽດກ່ຽວກັບການໂອ້ລົມ
ທາງໂທລະສັບ ຊຶ່ງກ່າວວ່າ ທ່ານທຣຳ ໄດ້ເນັ້ນໜັກວ່າ ເວລາ ແມ່ນໄດ້ມາເຖິງແລ້ວ ທີ່ຈະ
ຕ້ອງບັນລຸຂໍ້ຕົກລົງສັນຕິພາບ.
ຖະແຫຼງຂ່າວ ຂອງທຳນຽບຂາວ ກ່າວວ່າ “ປະທານາທິບໍດີ ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງດັ່ງ
ກ່າວບໍ່ພຽງແຕ່ຈະອຳນວຍໃຫ້ອິສຣາແອລແລະປາແລສໄຕນ໌ ສັນຕິພາບແລະຄວາມໝັ້ນ
ຄົງ ທີ່ປະເທດທັງສອງ ສົມຄວນຈະໄດ້ຮັບ ແຕ່ຍັງຈະມີຜົນສະທ້ອນໃນທາງບວກ ໄປທົ່ວພາກພື້ນ ແລະທົ່ວໂລກນຳດ້ວຍ.”
ຫລັງຈາກການພົບປະໃນວັນທີ 15 ກຸມພາຜ່ານມາກັບທ່ານເນຕັນຢາຮູແລ້ວທ່ານທຣຳ
ກ່າວວ່າ ທ່ານມີຄວາມໝັ້ນໝາຍບໍ່ພຽງແຕ່ການແກ້ໄຂແບບມີສອງລັດເທົ່ານັ້ນຕໍ່ບັນຫາ
ຂັດແຍ້ງອິສຣາແອລ ແລະປາແລສໄຕນ໌ ຊຶ່ງເປັນການປ່ຽນແປງໄປ ຈາກທ່າທີ ທີ່ສະຫະ
ລັດເຄີຍມີມາ ເປັນເວລາຫຼາຍໆປີ ໂດຍລັດຖະບານຊຸດກ່ອນໆ.