ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາປາແລັສໄຕນ໌ ທ່ານ ອັບບາສ ຢ້ຽມຢາມຜູ້ນໍາ ອິສຣາແອລ ທ່ານ ແກັນທ໌ສ ໃນການເດີນທາງທີ່ຫາເກີດຂຶ້ນໄດ້ຍາກ


ແຟ້ມຮູບ-ທາງຊ້າຍ, ປະທານາທິບໍດີຂອງປາແລັສໄຕນ໌ ທ່ານມະມູດ ອັບບາສ ໃນຮູບພາບເອກະສານປະກອບການບັນຍາຍ ທີ່ແຈກຢາຍໂດຍອົງການຂ່າວຂອງລັດຖະບານປາແລັສໄຕນ໌, ວັນທີ 1 ສິງຫາ 2021; ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງ ອິສຣາແອລ ທ່ານ ເບັນນີ ແກັນທ໌ສ ຮູບພາບໃນວັນທີ 7 ມິຖຸນາ 2021.
ແຟ້ມຮູບ-ທາງຊ້າຍ, ປະທານາທິບໍດີຂອງປາແລັສໄຕນ໌ ທ່ານມະມູດ ອັບບາສ ໃນຮູບພາບເອກະສານປະກອບການບັນຍາຍ ທີ່ແຈກຢາຍໂດຍອົງການຂ່າວຂອງລັດຖະບານປາແລັສໄຕນ໌, ວັນທີ 1 ສິງຫາ 2021; ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງ ອິສຣາແອລ ທ່ານ ເບັນນີ ແກັນທ໌ສ ຮູບພາບໃນວັນທີ 7 ມິຖຸນາ 2021.

ຜູ້ນໍາຂອງປາແລັສໄຕນ໌ ທ່ານ ມາກມູດ ອັບບາສ (Mahmoud Abbas) ໄດ້ໄປຢ້ຽມຢາມລັດຖະ ມົນຕີກະຊວງປ້ອງກັນປະເທດ ອິສຣາແອລ ທ່ານ ເບັນນີ ແກັນທ໌ສ (Benny Gantz) ໃນມື້ວັນອັງຄານວານນີ້ ລະຫວ່າງການເດີນທາງໄປ ອິສຣາແອລ ທີ່ບໍ່ຄ່ອຍໄດ້ເກີດຂຶ້ນ ສໍາລັບສິ່ງທີ່ກະຊວງຂອງທ່ານ ແກັນທ໌ສ ກ່າວວ່າເປັນການເຈລະຈາກ່ຽວກັບຄວາມສໍາຄັນດ້ານຄວາມໝັ້ນຄົງ ແລະພົນລະເຮືອນ, ອີງຕາມອົງການຂ່າວ AFP.

ທ່ານ ແກັນທ໌ສ ໄດ້ບອກກັບທ່ານ ອັບບາສ ວ່າທ່ານຕັ້ງໃຈທີ່ຈະ “ດໍາເນີນການສົ່ງເສີມການປະຕິບັດງານ ເພື່ອເສີມສ້າງຄວາມເຊື່ອໝັ້ນໃຫ້ເຂັ້ມແຂງຂຶ້ນໃນດ້ານເສດຖະກິດ ແລະພົນລະເຮືອນ, ຕາມທີ່ໄດ້ເຫັນດີນໍາກັນໃນການປະຊຸມຄັ້ງຫຼ້າສຸດ,” ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຢູ່ໃນຖະແຫຼງການ.

“ຜູ້ຊາຍທັງສອງຄົນນັ້ນ ໄດ້ປຶກສາຫາລືກັນ ກ່ຽວກັບຄວາມສໍາຄັນທາງດ້ານຄວາມໝັ້ນຄົງ ແລະພົນລະເຮືອນ,” ອັນໄດ້ເພີ້ມເຕີມຢູ່ໃນການປະຊຸມ ເຊິ່ງສື່ມວນຊົນຂອງ ອິສຣາແອລ ລາຍງານວ່າ ໄດ້ຈັດຂຶ້ນທີ່ເຮືອນພັກຂອງທ່ານ ແກັນທ໌ສ ຢູ່ເມືອງ ໂຣສ໌ ຮາຍອິນ (Rose HaAyin), ທາງພາກກາງຂອງ ອິສຣາແອລ.

ໃນທ້າຍເດືອນສິງຫາທີ່ຜ່ານມາ, ທ່ານ ແກັນທ໌ສ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ຂອງລັດຖະບານ ປາແລັສໄຕນ໌ ເພື່ອຫາລືກັບທ່ານ ອັບບາສ, ເຊິ່ງເປັນການພົບປະໃນລະດັບສູງຄັ້ງທໍາອິດຢ່າງເປັນທາງການໃນຮອບຫຼາຍປີ.

ແຕ່ວ່າ ຫຼັງຈາກການເຈລະຈາໃນຄັ້ງນັ້ນ, ນາຍົກລັດຖະມົນຕີຂອງ ອິສຣາແອລ ທ່ານ ນາຟຕາລີ ເບັນເນັທ (Naftali Bennett) ກ່າວວ່າ ບໍ່ມີຂະບວນການສັນຕິພາບຕໍ່ເນື່ອງກັບ ປາແລັສໄຕນ໌, “ແລະມັນຈະບໍ່ມີມື້ເກີດຂຶ້ນອີກ.”

ລັດຖະມົນຕີກະຊວງກິດຈະການພົນລະເຮືອນຂອງ ປາແລັສໄຕນ໌ ທ່ານ ຮຸສເຊນ ອາລ ເຊກ (Hussein Al Sheikh) ໄດ້ຂຽນຂໍ້ຄວາມລົງໃນທວິດເຕີໃນວັນພຸດມື້ນີ້ວ່າ “ທ່ານ ອັບບາສ ໄດ້ພົບກັບທ່ານ ເບັນນີ ແກັນທ໌ສ, ເຊິ່ງການປະຊຸມໄດ້ມີການຕໍ່ລອງກ່ຽວກັບຄວາມສໍາຄັນໃນການສ້າງຂອບເຂດທາງການເມືອງທີ່ນໍາໄປສູ່ການແກ້ໄຂທາງການເມືອງ ເພື່ອໃຫ້ສອດຄ່ອງກັບມະຕິລະຫວ່າງປະເທດ.”

ທັງສອງທ່ານ ຍັງໄດ້ປຶກສາຫາລືເຖິງ “ສະພາບຄວາມເຄັ່ງຕຶງໃນຄວາມເປັນຈິງ ອັນເນື່ອງມາຈາກການເຄື່ອນໄຫວຂອງຜູ້ມາຕັ້ງຖິ່ນຖານ, ແລະການປະຊຸມໄດ້ມີຂໍ້ສະເໜີກ່ຽວກັບຫຼາຍປະເດັນດ້ານຄວາມໝັ້ນຄົງ, ເສດຖະກິດ, ແລະສິດທິມະນຸດ.”

ພັກຝ່າຍຄ້ານ ລີຄູດ (Likud) ໄດ້ປະນາມການປະຊຸມຄັ້ງຫຼ້າສຸດນີ້ ໂດຍກ່າວວ່າ: “ການຜ່ອນຜັນທີ່ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງ ອິສຣາແອລ ເປັນພຽງເລື່ອງຂອງເວລາ.”

“ລັດຖະບານຂອງ ອິສຣາແອລ ແລະ ປາແລັສໄຕນ໌ ໄດ້ຜັກດັນໃຫ້ຊາວ ປາແລັສໄຕນ໌ ແລະ ທ່ານ ອັບບາສ ກັບເຂົ້າມາສູ່ວາລະຂອງການປະຊຸມ...ມັນເປັນອັນຕະລາຍຕໍ່ປະເທດ ອິສຣາແອລ,” ທາງພັກຝ່າຍຄ້ານໄດ້ກ່າວເສີມຢູ່ໃນຖະແຫຼງການ.

ຄວາມສໍາພັນລະຫວ່າງທາງການ ອິສຣາແອລ ແລະ ປາແລັສໄຕນ໌ ເຊິ່ງຕັ້ງຢູ່ໃນເຂດ ເວສທ໌ ແບັງ (West Bank) ທີ່ ອິສຣາແອລ ຢຶດຄອງນັ້ນ, ແມ່ນໄດ້ຊຸດໂຊມລົງຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG