ຊາວປາແລສໄຕນ໌ ຄົນນຶ່ງຖືກຂ້າຕາຍໂດຍກອງກຳລັງອິສຣາແອລ ອີງຕາການກ່າວຂອງໜ້າທີ່ສາທາລະນະສຸກ, ຫລັງຈາກໄດ້ກໍ່ການຍິງໂຈມຕີທີ່ເຮັດໃຫ້ທະ ຫານອິສຣາແອລຫົກຄົນໄດ້ຮັບບາດເຈັບ ຢູ່ນອກຮ້ານຊັບພະສິນຄ້າໃນເຂດຕັ້ງ ຖິ່ນຖານ Ma’ale Adumim ໃນເຂດປົກຄອງຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດນຫຼື West Bank ໃນວັນອັງຄານວານນີ້.
ໜ່ວຍບໍລິການສຸກເສີນອິສຣາແອລ ກ່າວວ່າ -ຊາວ ອິສຣາແອລ ສອງຄົນໃນ ຈຳນວນຫົກຄົນ ແມ່ນມີອາການສາຫັດ ແລະນຶ່ງໃນຜູ້ເຄາະຮ້າຍແມ່ນມີອາຍຸ 14 ປີ.
“ພວກເຮົາໄດ້ເຂົ້າໄປໃນຮ້ານອາຫານ ບ່ອນທີ່ພວກເຮົາໄດ້ເຫັນຜູ້ເຄາະຮ້າຍ ນອນບໍ່ມີສະຕິດ້ວຍບາດເຈັບ ຈາກການຖືກປືນຍິງຢູ່ສ່ວນເທິງຮ່າງກາຍຂອງ ລາວ “ທີ່ໜ່ວຍພະຍາບານອິສຣາແອລ ທ່ານ ອໍເຣັນ ບຣິລ ໄດ້ກ່າວວ່າວ່າ ແມ່ນນຶ່ງໃນຈຳພວກທີ່ຖືກໂຈມຕີ.
“ພວກເຮົາໄດ້ທຳການປິ່ນປົວຊ່ວຍຊີວິດ ແລະຍົກຍ້າຍລາວໄປໂຮງໝໍທັນທີ ໃນສະພາບທີ່ສາຫັດ. ຫລັງຈາດການຊັ່ງຊາຂັ້ນຕົ້ນຢູ່ໃນຫ້ອງຜູ້ປ່ວຍສາຫັດ ລາວກໍຖືກສົ່ງໄປຫ້ອງຜ່າຕັດ.”
ຮູບພາບທີ່ຖືກເຜີຍແຜ່ຢູ່ໃນສື່ສັງຄົມ ຊຶ່ງບໍ່ສາມາດຢັ້ງຢຶນໄດ້ຢ່າງເປັນອິດ ສະຫລະໂດຍອົງການຂ່າວຣອຍເຕີນັ້ນ ໄດ້ສະແດງໃຫ້ເຫັນມືປືນນອນບໍ່ເໜັງຕີງ ຢູ່ເທິງໜ້າດິນ ນຸ່ງເສື້ອກັກສີເຫລືຶອງແຈດ, ໃນຂະນະທີ່ເລືອດໄດ້ໄຫຼອອກມາໃສ່ທາງຍ່າງກ້ອງຮ່າງກາຍຂອງລາວ.
ອົງການພວກຫົວຮຸນແຮງ ຮາມາສ ຊຶ່ງປົກຄອງແຫລມກາຊາ ໄດ້ກ່າວວ່າການ ໂຈມຕີ ເປັນຄວາມຮັບຜິດຊອບຂອງພວກເຈົ້າໜ້າທີ່ອິສຣາແອລ ທີ່ລົງມາເຂດ Temple Mount ຢູ່ໃນນະຄອນເຈລູຊາແລມ ອາທິດແລ້ວນີ້.